ປີ 2024, ອັດຕາການຟື້ນຕົວຂອງ ການທ່ອງທ່ຽວ ຫວຽດນາມ ເມື່ອທຽບໃສ່ປີ 2019 ຈະບັນລຸ 98%, ສູງກວ່າສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງອື່ນໆຄື: ໄທ, ສິງກະໂປ, ອິນໂດເນເຊຍ.
ອີງຕາມຂໍ້ມູນການປັບປຸງຂອງ ກອງເລຂາອາຊຽນ ແລະ ອົງການທ່ອງທ່ຽວແຫ່ງຊາດຊີ້ອອກວ່າ, ຫວຽດນາມ ແມ່ນປະເທດທີ່ມີອັດຕາການຟື້ນຕົວດ້ານການທ່ອງທ່ຽວດີທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ໃນປີ 2024. ໃນປີ 2024, ຫວຽດນາມ ຕ້ອນຮັບນັກທ່ອງທ່ຽວສາກົນ 17,6 ລ້ານເທື່ອຄົນ, ອັດຕາການຟື້ນຟູ 98% ເມື່ອທຽບໃສ່ປີ 2019. ປະເທດອື່ນໆໃນພາກພື້ນມີອັດຕາການຟື້ນຕົວຕໍ່າເຊັ່ນ: ໄທ (88%), ສິງກະໂປ (86%), ແລະຟີລິບປິນ (72%).
ຖ້າຄິດໄລ່ຕົວເລກນັກທ່ອງທ່ຽວສາກົນໃນປີ 2024, ຫວຽດນາມຈະລື່ນກາຍສິງກະໂປ (16.5 ລ້ານຄົນ), ເພີ່ມຂຶ້ນເປັນອັນດັບ 3 ຂອງບັນດາປະເທດທີ່ມີນັກທ່ອງທ່ຽວສາກົນຫຼາຍທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ໃນປີ 2024. ອັນດັບ 1 ແລະ 2 ເປັນຂອງໄທ ມີ 35 ລ້ານຄົນ ແລະ ມາເລເຊຍ ມີ 24.5 ລ້ານຄົນ. ຈຳນວນນັກທ່ອງທ່ຽວສາກົນມາຫວຽດນາມ ແມ່ນສູງກວ່າອິນໂດເນເຊຍ (ເກືອບ 14 ລ້ານຄົນ) ແລະ ຟີລິບປິນ (ເກືອບ 6 ລ້ານຄົນ).
ອີງຕາມສະຖິຕິຈາກ Agoda , ຫວຽດນາມ ແລະ ມາເລເຊຍ ແມ່ນສອງຈຸດໝາຍປາຍທາງອັນດັບໜຶ່ງໃນພາກພື້ນກ່ຽວກັບອັດຕາສ່ວນແຂກທີ່ຈອງການທ່ອງທ່ຽວແບບຍືນຍົງ, ເປັນມິດກັບສິ່ງແວດລ້ອມ. ໃນ 10 ເມືອງທີ່ດຶງດູດນັກທ່ອງທ່ຽວປະເພດນີ້, ຫວຽດນາມມີ 3 ນະຄອນຄື: ນະຄອນດ່ານັງ , ແຢງຈ່າງ ແລະ ນະຄອນໂຮ່ຈິມິນ. ຈໍານວນການຊອກຫາທີ່ພັກຈາກນັກທ່ອງທ່ຽວຕ່າງປະເທດເພີ່ມຂຶ້ນ 139% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ພິເສດແມ່ນນັກທ່ອງທ່ຽວຈາກຈີນເພີ່ມຂຶ້ນເກືອບ 300%.
ພູກວກ ກາຍເປັນຈຸດຫມາຍປາຍທາງທາງເລືອກສູງສຸດສໍາລັບນັກທ່ອງທ່ຽວຕ່າງປະເທດໃນປີ 2025, ດ້ວຍການຊອກຫາທີ່ພັກອາໄສເພີ່ມຂຶ້ນ 266% ເມື່ອທຽບກັບປີ 2024. ຂໍ້ມູນຈາກເວທີດັ່ງກ່າວຍັງໄດ້ບັນທຶກການຂະຫຍາຍຕົວຢ່າງຫຼວງຫຼາຍຈາກນັກທ່ອງທ່ຽວໃນຕະຫຼາດແຫຼ່ງອື່ນໆເຊັ່ນ: ເກົາຫຼີໃຕ້ (ເພີ່ມຂຶ້ນ 94%) ແລະໄຕ້ຫວັນ (ເພີ່ມຂຶ້ນ 123%).
ຫວຽດນາມ ໄດ້ເປີດປະຕູຕ້ອນຮັບນັກທ່ອງທ່ຽວສາກົນຢ່າງເປັນທາງການພາຍຫຼັງໂລກລະບາດໃນວັນທີ 15 ມີນາ 2022. ນັບແຕ່ນັ້ນມາ, ຂະແໜງການທ່ອງທ່ຽວໄດ້ມີບາດກ້າວຟື້ນຟູຢ່າງຕັ້ງໜ້າ, ເພີ່ມຂຶ້ນຈາກ 3,7 ລ້ານເທື່ອຄົນໃນປີ 2022 ຂຶ້ນເປັນ 12,6 ລ້ານເທື່ອຄົນໃນປີ 2023; 17,6 ລ້ານໃນປີ 2024; ເກືອບເທົ່າກັບ 18 ລ້ານຄົນໃນຍຸກທອງຂອງປີ 2019.
ຮອດປີ 2025, ຂະແໜງການທ່ອງທ່ຽວຫວຽດນາມ ຄາດວ່າຈະຕ້ອນຮັບນັກທ່ອງທ່ຽວສາກົນ 22-23 ລ້ານເທື່ອຄົນ. ຕາມບັນດານັກທ່ອງທ່ຽວແລ້ວ, ນີ້ແມ່ນຈຸດໝາຍສູງ, ແຕ່ຍັງສະແດງໃຫ້ເຫັນຄວາມຕັດສິນໃຈເຮັດໃຫ້ການທ່ອງທ່ຽວກາຍເປັນຂະແໜງ ເສດຖະກິດ ສຳຄັນຂອງປະເທດ.
ທີ່ມາ










(0)