ຫວ່າງມໍ່ໆມານີ້, ຢູ່ທີ່ພິທີມອບລາງວັນການທ່ອງທ່ຽວ ໂລກ 2025 ທີ່ຈັດຂຶ້ນຢູ່ບາເຣນ, ຫວຽດນາມ ໄດ້ຮັບກຽດເປັນ “ຈຸດໝາຍປາຍທາງມໍລະດົກອັນດັບໜຶ່ງຂອງໂລກ.”
ນີ້ແມ່ນຄັ້ງທີ 6 ທີ່ຫວຽດນາມໄດ້ຮັບນາມມະຍົດອັນສະຫງ່າລາສີ, ພາຍຫຼັງປີ 2019, 2020, 2022, 2023 ແລະ 2024.
ນາມມະຍົດ “ຈຸດໝາຍປາຍທາງມໍລະດົກອັນດັບໜຶ່ງຂອງໂລກ” ໃນປີ 2025 ຍັງເປັນການຮັບຮູ້ຄວາມມານະພະຍາຍາມຂອງຫວຽດນາມ ໃນການປົກປັກຮັກສາ ແລະ ສົ່ງເສີມຄຸນຄ່າມໍລະດົກໄປຄຽງຄູ່ກັບການພັດທະນາ ການທ່ອງທ່ຽວ ແບບຍືນຍົງ.
ການສົມທົບກັນຢ່າງກົມກຽວຂອງທິວທັດທຳມະຊາດ, ຄວາມເລິກເຊິ່ງວັດທະນະທຳຂອງປະຊາຄົມໄດ້ສ້າງຄວາມດຶງດູດທີ່ເປັນເອກະລັກສະເພາະ, ເຮັດໃຫ້ຫວຽດນາມກາຍເປັນຈຸດໝາຍທີ່ມັກຂອງແຂກທ່ອງທ່ຽວສາກົນ.
ສິ່ງດັ່ງກ່າວກໍ່ຊຸກຍູ້ບັນດາທ້ອງຖິ່ນສືບຕໍ່ລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ປັບປຸງຄຸນນະພາບການບໍລິການ, ປະກອບສ່ວນຢັ້ງຢືນເຄື່ອງໝາຍ “ຫວຽດນາມ - ຄວາມງາມບໍ່ຢຸດຢັ້ງ” ໃນແຜນທີ່ການທ່ອງທ່ຽວໂລກ./.
ທີ່ມາ: https://www.vietnamplus.vn/viet-nam-la-diem-den-di-san-hang-dau-the-gioi-nam-2025-post1081584.vnp










(0)