Vietnam.vn - Nền tảng quảng bá Việt Nam

“ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ບຸລິມະສິດ​ຂອງ EU ​ໃນ​ພາກ​ພື້ນ ອາຊີ - ປາຊີ​ຟິກ”

Việt NamViệt Nam24/04/2025

ທ່ານ​ເອກ​ອັກຄະ​ລັດຖະທູດ EU ປະຈຳ ຫວຽດນາມ Julien Guerrier ຢືນຢັນ​ວ່າ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ບຸລິມະສິດ​ຂອງ EU ​ໃນ​ພາກ​ພື້ນ ອາຊີ - ປາຊີ​ຟິກ ​ແລະ ຕີ​ລາຄາ​ສູງ​ບົດບາດ ​ແລະ ທີ່​ຕັ້ງ​ຂອງ ຫວຽດນາມ ​ເພີ່ມ​ຂຶ້ນ.

ທ່ານ​ເລຂາທິການ​ໃຫຍ່ To Lam ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ແລະ ຫົວໜ້າ​ຄະນະ​ຜູ້​ແທນ​ສະຫະພາບ​ເອີ​ລົບ (ອີ​ຢູ) ປະຈຳ ຫວຽດນາມ Julien Guerrier. (ພາບ: ທອງລຸນ/VNA)

ຕອນ​ບ່າຍ​ວັນ​ທີ 24/4, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່ To Lam ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Julien Guerrier ​ເອກ​ອັກຄະ​ລັດຖະທູດ​ສະຫະພາບ​ເອີ​ລົບ ປະຈຳ ຫວຽດນາມ.

ທີ່​ການ​ຕ້ອນຮັບ, ທ່ານ​ເລຂາທິການ​ໃຫຍ່ To Lam ຕີ​ລາຄາ​ສູງ​ນ້ຳ​ໃຈ, ບົດບາດ ​ແລະ ການ​ປະກອບສ່ວນ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ອີ​ຢູ ​ແລະ ຄະນະ​ຜູ້​ແທນ EU ປະຈຳ ຫວຽດນາມ ​ໃນ​ການ​ພັດທະນາ​ການ​ພົວພັນ ຫວຽດນາມ - EU.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ສອງ​ຝ່າຍ, ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອີ​ຢູ ຈະ​ນັບ​ມື້​ນັບ​ຮັດ​ແໜ້ນ, ແທດ​ຈິງ ແລະ ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່.

ຢືນຢັນວ່າ ອີຢູ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ, ທ່ານເລຂາທິການໃຫຍ່ ມີຄວາມຍິນດີທີ່ເຫັນວ່າ ພາຍຫຼັງ 35 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ (1990-2025), ການພົວພັນສອງຝ່າຍໄດ້ພັດທະນາຢ່າງຕັ້ງໜ້າ ແລະ ຮອບດ້ານໃນທຸກຂົງເຂດ.

2 ຝ່າຍ​ພວມ​ຜັນ​ຂະຫຍາຍ 4 ສັນຍາ​ຮ່ວມ​ມື ​ແລະ 8 ກົນ​ໄກ​ເຈລະຈາ, ຈາກ​ການ​ເມືອງ - ການ​ທູດ, ການ​ຄ້າ - ການ​ລົງທຶນ ​ເຖິງ​ການ​ປ້ອງ​ກັນ​ປະ​ເທດ - ຄວາມ​ໝັ້ນຄົງ... ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ (EVFTA) ພາຍຫຼັງ 5 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ, ​ໄດ້​ສ້າງ​ກຳລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ຄ້າ​ສອງ​ຝ່າຍ, ​ເຮັດ​ໃຫ້​ຫວຽດນາມ ກາຍ​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ສຸດ​ຂອງ​ອາ​ຊຽນ ​ແລະ EU ​ເປັນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫຍ່​ອັນ​ດັບ 4 ຂອງ ຫວຽດນາມ. ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ໃນ​ປີ 2024 ຈະ​ບັນ​ລຸ​ເກືອບ 70 ຕື້ USD ໃນ​ຂະ​ນະ​ທີ່​ການ​ລົງ​ທຶນ​ຂອງ EU ເຂົ້າ​ຫວຽດ​ນາມ ບັນ​ລຸ​ກວ່າ 30 ຕື້ USD.

ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ທ່ານ​ເລຂາທິການ​ໃຫຍ່ To Lam ທີ່​ໄດ້​ສະຫລະ​ເວລາ​ມາ​ຕ້ອນຮັບ, ທ່ານ​ເອກ​ອັກຄະ​ລັດຖະທູດ Julien Guerrier ອວຍພອນ​ຫວຽດນາມ ​ໃນ​ບັນດາ​ຜົນງານ​ພັດທະນາ​ພາຍຫຼັງ 50 ປີ​ແຫ່ງ​ການ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ຢືນຢັນ​ວ່າ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ບຸລິມະສິດ​ຂອງ EU ​ໃນ​ພາກ​ພື້ນ ອາຊີ - ປາຊີ​ຟິກ; ຕີ​ລາຄາ​ສູງ​ບົດບາດ ​ແລະ ທີ່​ຕັ້ງ​ຂອງ​ຫວຽດນາມ ທີ່​ນັບ​ມື້​ນັບ​ໃຫຍ່​ໂຕ​ຂຶ້ນ, ພິ​ເສດ​ແມ່ນ​ໃນ​ສະພາບ​ທີ່​ຫວຽດນາມ ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່.

ປຶກສາຫາລືບັນດາມາດຕະການຊຸກຍູ້ການພົວພັນ ຫວຽດນາມ - ອີຢູ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ ປີ 2025 ແມ່ນປີທີ່ມີຄວາມໝາຍພິເສດຂອງສອງຝ່າຍ, ເປັນຂີດໝາຍ 35 ປີແຫ່ງການຮ່ວມມື ແລະພັດທະນາ.

​ໃນ​ສະພາບ​ການ​ດ້ານ​ພູມ​ສາດ​ແລະ​ການ​ຄ້າ​ໂລກ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ປະຈຸ​ບັນ, 2 ຝ່າຍ​ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື, ຮັດ​ແໜ້ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຢ່າງ​ລະອຽດ, ​ເຫັນ​ດີ​ເປັນ​ເອກະສັນ​ກັນ​ສ້າງ​ເສັ້ນທາງ​ເພື່ອ​ນຳ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ໃໝ່​ໂດຍ​ໄວ, ​ເປັນ​ທິດ​ທາງ​ດ້ານ​ຄຸນ​ນະພາ​ບ, ຮັດ​ແໜ້ນ​ຜົນ​ປະ​ໂຫຍ​ດຂອງ​ສອງ​ຝ່າຍ; ຊຸກຍູ້​ການ​ແລກປ່ຽນ​ຄະນະ​ຜູ້​ແທນ ​ແລະ ການ​ພົວພັນ​ຂັ້ນ​ສູງ; ສືບ​ຕໍ່​ປະ​ຕິ​ບັດ EVFTA ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກວ່າ​ອີກ ເພື່ອ​ຊຸກ​ຍູ້​ການ​ຄ້າ ແລະ ການ​ລົງ​ທຶນ​ຫວຽດ​ນາມ - ອີ​ຢູ.

ທ່ານ​ເລຂາທິການ​ໃຫຍ່ To Lam ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ແລະ ຫົວໜ້າ​ຄະນະ​ຜູ້​ແທນ​ສະຫະພາບ​ເອີ​ລົບ (ອີ​ຢູ) ປະຈຳ ຫວຽດນາມ Julien Guerrier. (ພາບ: ທອງລຸນ/VNA)

ທ່ານ​ເລຂາທິການ​ໃຫຍ່​ຢືນຢັນ​ວ່າ: ຫວຽດນາມ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ຝ່າຍ, ຄວາມ​ຫຼາກ​ຫຼາຍ, ສະ​ເໝີ​ພາບ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດກັບ​ບັນດາ​ຄູ່​ຮ່ວມ​ມື, ​ໃນ​ນັ້ນ​ມີ EU ​ແລະ ບັນດາ​ປະ​ເທດ​ສະມາຊິກ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ຢ່າງ​ສົມ​ເຫດ​ສົມ​ຜົນ ​ແລະ ໝັ້ນຄົງ, ມຸ່ງ​ໄປ​ເຖິງ​ການ​ປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ.

ບົນພື້ນຖານນັ້ນ, ທ່ານເລຂາທິການໃຫຍ່ ຊົມເຊີຍ ອີຢູ ປາດຖະໜາຢາກຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດຫັນເປັນສີຂຽວ, ຫັນເປັນດີຈີຕອນ, ການພັດທະນາແບບຍືນຍົງ, ວິທະຍາສາດ ແລະເຕັກໂນໂລຢີ, ນະວັດຕະກຳ, ພະລັງງານທົດແທນ, ພື້ນຖານໂຄງລ່າງຄົມມະນາຄົມແບບຍືນຍົງ, ອຸດສາຫະກຳປ້ອງກັນຊາດ, ບຳລຸງສ້າງຊັບພະຍາກອນມະນຸດ, ກົດໝາຍ ແລະ ອື່ນໆ, ສະເໜີສອງຝ່າຍສົມທົບກັນແກ້ໄຂບັນດາອຸປະສັກການຄ້າໃນຂອບເຂດຂອງ EU ນຳໃຊ້ EVFTA, ພ້ອມທັງເຫັນດີເປັນເອກະພາບກ່ຽວກັບການພັດທະນາຂອງຫວຽດນາມ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຢືນ​ຢັນ​ວ່າ, ຍາມ​ໃດ​ຫວຽດ​ນາມ ແມ່ນ​ໝັ້ນ​ຄົງ​ໃນ​ຈຸດ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ທັງ​ໝົດ​ບັນ​ດາ​ນະ​ໂຍ​ບາຍ, ທິດ​ທາງ​ຂອງ​ພັກ ແລະ ລັດ ແມ່ນ​ແນ​ໃສ່​ຮັບ​ໃຊ້​ປະ​ຊາ​ຊົນ. ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ - ບຳລຸງ​ສ້າງ ​ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ ​ແລະ ຊາວ​ໜຸ່ມ​ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ, ທ່ານ​ເລຂາທິການ​ໃຫຍ່ To Lam ​ໄດ້​ສະ​ເໜີ​ໃຫ້ 2 ຝ່າຍ​ພິຈາລະນາ ​ແລະ ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ພົນລະ​ເມືອງ​ຂອງ​ແຕ່ລະ​ຝ່າຍ.

ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ, ທ່ານ​ເລຂາທິການ​ໃຫຍ່ ຢືນຢັນ​ວ່າ ຫວຽດນາມ ​ແມ່ນ​ປະ​ເທດ​ຮັກ​ສາ​ສັນຕິພາບ, ​ແມ່ນ​ສະມາຊິກ​ທີ່​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ຂອງ​ປະຊາ​ຄົມ​ສາກົນ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ.

ທ່ານ​ເລຂາທິການ​ໃຫຍ່ To Lam ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ວ່າ: ຫວຽດນາມ ​ແລະ EU ຕ້ອງ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ​ແລະ ​ໂລກ ​ເພື່ອ​ພັດທະນາ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂອບ​ເຂດ ອາ​ຊຽນ - EU ​ເພື່ອ​ຮັບປະກັນ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ແມ່ນ​ຂົງ​ເຂດ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ສຳລັບ​ການ​ຄ້າ​ໂລກ.

ແບ່ງປັນຄຳເຫັນຂອງທ່ານເລຂາທິການໃຫຍ່ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳທີ່ເປັນແຫຼ່ງກຳລັງພັດທະນາ ແລະ ວັດທະນາຖາວອນ, ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ອີຢູ ປາດຖະໜາຢາກໜູນຊ່ວຍ ຫວຽດນາມ ບັນລຸເປົ້າໝາຍກາຍເປັນປະເທດພັດທະນາໃນປີ 2045 ແລະ ບັນລຸເປົ້າໝາຍການປ່ອຍອາຍພິດສຸດທິໃນປີ 2050; ອີ​ຢູ ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ຂົງ​ເຂດ​ພື້ນຖານ​ໂຄງ​ລ່າງ, ຄົມມະນາຄົມ​ຂົນ​ສົ່ງ, ພະລັງງານ​ທົດ​ແທນ, ການບິນ, ​ໂທລະ​ຄົມ, ການ​ຫັນ​ເປັນ​ສີຂຽວ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ກ່າວ​ວ່າ, ອີ​ຢູ ​ແລະ ຫວຽດນາມ ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ​ໃນ​ການ​ຮັບປະກັນ​ລະບົບ​ການ​ຄ້າ​ສາກົນ ​ແລະ ຕ່ອງ​ໂສ້​ການ​ສະໜອງ​ບໍ່​ຖືກ​ຕັດ​ຂາດ, ຮັບປະກັນ​ການ​ເຕີບ​ໂຕ​ຢ່າງ​ໝັ້ນຄົງ ​ແລະ ວັດທະນາ​ຖາວອນ​ຂອງ​ແຕ່ລະ​ປະ​ເທດ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເລຂາທິການ​ໃຫຍ່ To Lam ​ໄດ້​ອວຍພອນ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ແລະ ຄະນະ​ຜູ້​ແທນ EU ​ເນື່ອງ​ໃນ​ໂອກາດ​ວັນ​ເອີ​ລົບ (9 ພຶດສະພາ); ຢືນຢັນ​ວ່າ ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ​ຫວຽດນາມ ຈະ​ສົມທົບ​ກັນ​ຢ່າງ​ຕັ້ງໜ້າ ​ແລະ ສະໜັບສະໜູນ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ເພື່ອ​ສຳ​ເລັດ​ການ​ດຳລົງ​ຕຳ​ແໜ່​ງຢູ່ ຫວຽດນາມ ຢ່າງ​ສຳ​ເລັດ​ຜົນ./.


ທີ່ມາ

(0)

No data
No data

ທົ່ງ​ນາ​ທີ່​ດອກ​ໄມ້​ຢູ່​ດ່າ​ນັງ ດຶງ​ດູດ​ຊາວ​ທ້ອງ​ຖິ່ນ ແລະ ນັກ​ທ່ອງ​ທ່ຽວ.
'ຊາ​ປາ​ແຫ່ງ​ແຜ່ນ​ດິນ​ແທງ' ໝອກ​ໜາ​ໃນ​ໝອກ
ຄວາມງາມຂອງບ້ານລ້ອງໄຊ ໃນລະດູດອກບົວ
ໝາກເຜັດແຫ້ງດ້ວຍລົມ - ຄວາມຫວານຂອງລະດູໃບໄມ້ປົ່ງ

ມໍລະດົກ

ຮູບ

ທຸລະກິດ

“ຮ້ານ​ກາ​ເຟ​ຂອງ​ຄົນ​ຮັ່ງ​ມີ” ຢູ່​ຊອຍ​ໜຶ່ງ​ໃນ​ນະ​ຄອນ​ຮ່າ​ໂນ້ຍ ຂາຍ​ລາ​ຄາ 750.000 ດົ່ງ/ຈອກ.

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ