ທີ່ການສົນທະນາໂຕະມົນ, ຜູ້ຕາງໜ້າ ກະຊວງການເງິນ , ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງພາຍໃນ, ກະຊວງສຶກສາ ແລະ ບຳລຸງສ້າງ, ພ້ອມກັບຜູ້ຕາງໜ້າສະຫະພັນແຮງງານຫວຽດນາມ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ, ສະມາຄົມອຸດສາຫະກຳ (ນັບແຕ່ເອເລັກໂຕຣນິກເຖິງແຜ່ນແພ), ນັກສຶກສາ, ຄູ່ຮ່ວມມືການຄ້າ ແລະ ການພັດທະນາ, ທະນາຄານໂລກ, ອົງການກອງທຶນເງິນຕາສາກົນ (IMF), ສະຫະປະຊາຊາດ (IMF).
ບາງຂໍ້ສັງເກດຈາກບົດລາຍງານສະຫຼຸບສະແດງໃຫ້ເຫັນວ່າ: ຫຼາຍກວ່າ 35% ຈຳນວນວຽກເຮັດງານທຳທັງໝົດຂອງຫວຽດນາມ ແມ່ນຕິດພັນກັບຕ່ອງໂສ້ການສະໜອງທົ່ວໂລກ; ຫວຽດນາມ ກວມເອົາກວ່າ 25% ຂອງຈຳນວນວຽກເຮັດງານທຳທັງໝົດ 75 ລ້ານວຽກງານກ່ຽວກັບຕ່ອງໂສ້ການສະໜອງທົ່ວໂລກຢູ່ອາຊີຕາເວັນອອກສ່ຽງໃຕ້; ຂະແໜງການຜະລິດພຽງແຕ່ກວມ 49% ຂອງການຈ້າງງານທັງໝົດທີ່ຕິດພັນກັບຕ່ອງໂສ້ການສະໜອງທົ່ວໂລກໃນປະເທດ; ຫຼາຍກວ່າ 76% ຂອງວຽກທີ່ຕິດພັນກັບຕ່ອງໂສ້ການສະໜອງທົ່ວໂລກຂອງຫວຽດນາມ ແມ່ນຂຶ້ນກັບຄວາມຕ້ອງການຕ່າງປະເທດຈາກອາຊຽນ, ຈີນ, ສະຫະພາບເອີຣົບ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ສະຫະລັດ.

ບົດລາຍງານຍັງວິເຄາະບົດບາດທີ່ຕັ້ງໜ້າຂອງຫວຽດນາມໃນຕ່ອງໂສ້ການສະໜອງທົ່ວໂລກ ແລະ ໄດ້ສະເໜີບັນດາທິດທາງນະໂຍບາຍທີ່ສຳຄັນເພື່ອຍົກສູງຄວາມຢືດຢຸ່ນ ແລະ ຄວາມເປັນເອກະພາບຂອງຕ່ອງໂສ້ການສະໜອງທົ່ວໂລກ, ພ້ອມທັງຊຸກຍູ້ການເຮັດວຽກທີ່ເໝາະສົມ ແລະ ສ້າງສະພາບແວດລ້ອມແຫ່ງການຫັນປ່ຽນອັນຍຸດຕິທຳໃຫ້ແກ່ຄົນງານ ແລະ ວິສາຫະກິດ ໃນສະພາບທີ່ບໍ່ແນ່ນອນດ້ານການຄ້າໂລກເພີ່ມຂຶ້ນ.
ຕາມນັ້ນແລ້ວ, ການເພີ່ມທະວີຄວາມບໍ່ແນ່ນອນດ້ານການຄ້າທົ່ວໂລກຮຽກຮ້ອງໃຫ້ ຫວຽດນາມ ຕ້ອງປັບປຸງຄວາມມານະພະຍາຍາມເພື່ອຍົກສູງຄວາມຢືດຢຸ່ນ ແລະ ຄວາມເປັນເອກະພາບຂອງຕ່ອງໂສ້ການສະໜອງທົ່ວໂລກ, ພ້ອມທັງຊຸກຍູ້ວຽກງານທີ່ເໝາະສົມ ແລະ ສ້າງສະພາບແວດລ້ອມແຫ່ງການຫັນປ່ຽນຢ່າງຍຸດຕິທຳໃຫ້ແກ່ຄົນງານ ແລະ ວິສາຫະກິດບັນລຸໄດ້ບັນດາເປົ້າໝາຍ ເສດຖະກິດ - ສັງຄົມ .
ເພື່ອຮັບປະກັນໝາກຜົນການເຮັດວຽກທີ່ເໝາະສົມໃນຕ່ອງໂສ້ການສະໜອງ, ໃນບົດລາຍງານສະເໜີໃຫ້ຫວຽດນາມມານະພະຍາຍາມສົມທົບກັນໃນຫຼາຍຂົງເຂດນະໂຍບາຍເພື່ອຫຼຸດຜ່ອນຄວາມຫຍຸ້ງຍາກໃນໄລຍະສັ້ນ ແລະ ວາງທ່າທີຫວຽດນາມໃນໄລຍະກາງ ແລະ ຍາວ. ໃນນັ້ນລວມມີ: ຄວາມຫຼາກຫຼາຍທາງດ້ານການຄ້າ ແລະ ເສີມສ້າງການເຊື່ອມໂຍງອຸດສາຫະກຳພາຍໃນປະເທດ; ການພັດທະນາທັກສະທີ່ມີລັກສະນະລວມ ແລະຄວາມຕ້ອງການ; ນະໂຍບາຍຕະຫຼາດແຮງງານທີ່ຕອບສະໜອງຕໍ່ບົດບາດຍິງ-ຊາຍ ແລະ ລະບົບການປົກປ້ອງສັງຄົມທີ່ຕອບສະໜອງຕໍ່ຄວາມຕົກໃຈໃນໄລຍະການຫັນປ່ຽນ; ຍົກສູງຄຸນນະພາບວຽກເຮັດງານທຳ ແລະ ຍົກສູງມາດຕະຖານແຮງງານ; ເຊື່ອມຕໍ່ການສົນທະນາສັງຄົມແລະສະຖາບັນປະສານງານ.
ເພີ່ມທະວີຄວາມຢືດຢຸ່ນຂອງຕ່ອງໂສ້ການສະໜອງ ແລະ ການຜັນຂະຫຍາຍບັນດາຂະແໜງການເຕີບໂຕໃໝ່ ແມ່ນໂອກາດຍຸດທະສາດເພື່ອຍູ້ແຮງການຫັນປ່ຽນດ້ານໂຄງປະກອບຂອງຫວຽດນາມ, ເຮັດໃຫ້ການເຄື່ອນໄຫວມີມູນຄ່າເພີ່ມສູງ ແລະ ວຽກເຮັດງານທຳທີ່ມີສີມືແຮງງານສູງ, ຜ່ານນັ້ນໄດ້ຮັດແໜ້ນຄວາມກ້າວໜ້າເຂົ້າໃນວາລະວຽກງານທີ່ເໝາະສົມ.
ທີ່ມາ: https://baophapluat.vn/viet-nam-la-quoc-gia-dong-nam-a-co-so-luong-viec-lam-gan-voi-chuoi-cung-ung-lon-nhat.html










(0)