
ວາລະສານ Time Out (ອັງກິດ) ຫາກໍປະກາດລາຍຊື່ 20 ສະຖານທີ່ທ່ອງທ່ຽວລະດູໜາວທີ່ເໝາະສົມທີ່ສຸດ ໃນໂລກ ສຳລັບປີ 2025-2026. ຕາມນັ້ນແລ້ວ, ຫວຽດນາມ ໄດ້ຮັບການຈັດອັນດັບ “ອາຫານດີທີ່ສຸດ” - ແມ່ນຈຸດໝາຍລະດູໜາວທີ່ເໝາະສົມສຳລັບນັກທ່ອງທ່ຽວທີ່ມັກເຮັດອາຫານ.
ນັກຊ່ຽວຊານຈາກວາລະສານຕີລາຄາວ່າ: ຫວຽດນາມບໍ່ພຽງແຕ່ມີ ເຍື່ອງອາຫານ ພື້ນເມືອງທີ່ອຸດົມສົມບູນ, ມີເອກະລັກສະເພາະ ແລະ ລົດຊາດທີ່ບໍ່ລືມໄດ້ເທົ່ານັ້ນ, ຫາກຍັງມີອາຫານທີ່ແຊບນົວເຂົ້າເຖິງໄດ້ງ່າຍ, ລາຄາເໝາະສົມ ແລະ ມີຫຼາຍຮູບຫຼາຍແບບໃຫ້ເລືອກຕັ້ງແຕ່ຮ້ານອາຫານແຄມທາງເຖິງຮ້ານອາຫານຊັ້ນສູງ.
ໄລຍະແຕ່ເດືອນຕຸລາຫາເດືອນກຸມພາປີໜ້າແມ່ນເວລາທີ່ເໝາະສົມໃນ ການເດີນທາງໄປ ຫວຽດນາມ. ຄ່າໃຊ້ຈ່າຍໃນການທ່ອງທ່ຽວ ແລະ ທີ່ພັກຢູ່ຫວຽດນາມ ຍັງຖືວ່າ “ເປັນມິດ” ກັບນັກທ່ອງທ່ຽວ, ປະຢັດກວ່າບັນດາແຫຼ່ງທ່ອງທ່ຽວສາກົນອື່ນໆ./.
ທີ່ມາ: https://www.vietnamplus.vn/viet-nam-lot-top-20-diem-den-mua-dong-ly-tuong-nhat-the-gioi-nho-am-thuc-dac-sac-post1081493.vnp










(0)