 |
| ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ແລະ ທ່ານ Francis Drouin ປະທານສະຫະພັນລັດຖະສະພາຝະລັ່ງ. |
ຕອນບ່າຍວັນທີ 22 ກຸມພາ, ຢູ່ສໍານັກງານໃຫຍ່ຄະນະປະຈໍາຫວຽດນາມ ປະຈໍາ ສປຊ ຢູ່ນະຄອນນິວຢອກ, ອາເມລິກາ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ດັ້ງຮວ່າງຢາງ ໄດ້ພົບປະກັບ ທ່ານ Francis Drouin, ປະທານ APF ເພື່ອປຶກສາຫາລືກ່ຽວກັບການພົວພັນຮ່ວມມືລະຫວ່າງ APF ແລະ ຫວຽດນາມ ໃນໄລຍະມໍ່ໆມານີ້ ແລະບັນດາທິດທາງຊຸກຍູ້ APF ເພີ່ມທະວີການພົວພັນຮ່ວມມືກັບ ສະຫະປະຊາຊາດ. ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຈູງ ໄດ້ຕີລາຄາສູງບັນດາການເຄື່ອນໄຫວຮ່ວມມືລະຫວ່າງ APF ແລະ ສະພາແຫ່ງຊາດ ຫວຽດນາມ ໃນໄລຍະມໍ່ໆມານີ້, ຫວັງວ່າ 2 ຝ່າຍຈະສືບຕໍ່ແລກປ່ຽນ ແລະ ຮ່ວມມືຫຼາຍຝ່າຍກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ APF. ທ່ານເອກອັກຄະລັດຖະທູດກ່າວວ່າ, ການຮ່ວມມື ແລະ ການໂອ້ລົມສົນທະນາລະຫວ່າງສອງຝ່າຍຈະຊ່ວຍໃຫ້ APF ມີກາລະໂອກາດເຂົ້າຮ່ວມວຽກງານຂອງສະຫະປະຊາຊາດ, ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຊອກຫາວິທີແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ, ມຸ່ງໄປເຖິງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາ. ທ່ານ Francis Drouin ຮັບຮູ້ ແລະ ຕີລາຄາສູງການເຂົ້າຮ່ວມ ແລະ ປະກອບສ່ວນຢ່າງຕັ້ງໜ້າຂອງສະພາແຫ່ງຊາດຫວຽດນາມ ໃນວຽກງານລວມຂອງ APF ໂດຍຜ່ານຫຼາຍໜ້າທີ່ຮັບຜິດຊອບທີ່ສຳຄັນຄື: ຮອງປະທານ, ສະມາຊິກຄະນະບໍລິຫານງານເຄືອຂ່າຍສະມາຊິກລັດຖະສະພາແມ່ຍິງ ແລະ ຫົວໜ້າພາກພື້ນອາຊີ -
ປາຊີຟິກ ແຕ່ປີ 2015 ມາຮອດປະຈຸບັນ. ທ່ານປະທານ APF ຫວັງວ່າຈະສືບຕໍ່ໄດ້ຮັບການສະໜັບສະໜູນ ແລະ ການຮ່ວມມືຢ່າງແໜ້ນແຟ້ນຂອງ ຫວຽດນາມ ໃນການປະຕິບັດບັນດາການເຄື່ອນໄຫວ APF ໃນໄລຍະຈະມາເຖິງ./.
baoquocte.vn
(0)