| ທ່ານລັດຖະມົນຕີການຕ່າງປະເທດ Bui Thanh Son ແລະ ທ່ານ Enrique Manalo ລັດຖະມົນຕີການຕ່າງປະເທດຟີລິບປິນ. (ພາບ: ຕວນແອງ) |
ທ່ານລັດຖະມົນຕີ Manalo ໄດ້ສະແດງຄວາມດີໃຈທີ່ທ່ານມາຢ້ຽມຢາມ ຫວຽດນາມ ຄັ້ງທຳອິດ ແລະ ເນັ້ນໜັກວ່າ ຫວຽດນາມ ກໍ່ແມ່ນປະເທດທຳອິດທີ່ທ່ານມາຢ້ຽມຢາມຢ່າງເປັນທາງການໃນຖານະເປັນລັດຖະມົນຕີການຕ່າງປະເທດ; ຢືນຢັນວ່າ ຟີລິບປີນ ຍາມໃດກໍ່ຖືເປັນສຳຄັນການຮັດແໜ້ນ ແລະ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຮ່ວມມື ແລະ ຫຼາຍຮູບຫຼາຍແບບກັບ ຫວຽດນາມ, ຄູ່ຮ່ວມມືຍຸດທະສາດອັນດຽວຂອງຟີລິບປິນໃນ ອາຊຽນ.
ທ່ານລັດຖະມົນຕີ Bui Thanh Son ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານລັດຖະມົນຕີ ມານີລາ ເຂົ້າຢ້ຽມຂ່ຳນັບ ຫວຽດນາມ ໂດຍເນັ້ນໜັກວ່າ ການຢ້ຽມຢາມ ແມ່ນມີຄວາມໝາຍສຳຄັນ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃຫ້ເລິກເຊິ່ງກ່ວາອີກ.
ທີ່ກອງປະຊຸມຄັ້ງທີ 10 ຂອງ UBHH ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງ 2 ປະເທດ, 2 ຝ່າຍໄດ້ດຳເນີນການກວດກາ ແລະ ຕີລາຄາການພົວພັນລະຫວ່າງສອງປະເທດນັບແຕ່ກອງປະຊຸມຄັ້ງທີ 9 ຂອງ UBHH ຢູ່ ມານີລາ (ເດືອນ 3/2019) ແລະ ຜັນຂະຫຍາຍໂຄງການດຳເນີນງານ ຫວຽດນາມ - ຟີລິບປິນ ໄລຍະ 2019.
2 ຝ່າຍຍິນດີນຳການພັດທະນາອັນດີງາມຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຟີລິບປິນ ໃນ 4 ປີຜ່ານມາ, ໃນນັ້ນມີໄລຍະໂລກລະບາດໂຄວິດ-19.
2 ຝ່າຍເຫັນດີເປັນເອກະພາບຫຼາຍມາດຕະການສະເພາະເພື່ອສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ; ໃນນັ້ນມີການເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ການພົວພັນຂັ້ນສູງ, ພິເສດແມ່ນການຢ້ຽມຢາມ ຫວຽດນາມ ຂອງປະທານາທິບໍດີ ຟີລິບປິນ Ferdinand Romualdez Marcos Jr. ໃນເວລາທີ່ເໝາະສົມ; ປະຕິບັດບັນດາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ, ໃນນັ້ນມີຄະນະກຳມະການຮ່ວມກ່ຽວກັບທະເລ ແລະ ມະຫາສະໝຸດ, ອະນຸກຳມະການຮ່ວມດ້ານການຄ້າ, ຄະນະປະຕິບັດງານຮ່ວມດ້ານ ກະສິກຳ , ຄະນະຮ່ວມກ່ຽວກັບການປະມົງ ແລະ ອື່ນໆ;
ສອງຝ່າຍຍັງຈະຊຸກຍູ້ການຜັນຂະຫຍາຍໂຄງການດຳເນີນງານເພື່ອປະຕິບັດການພົວພັນຄູ່ຮ່ວມມືຍຸດທະສາດໄລຍະ 2025-2030; ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ແລະ ສູ້ຊົນນຳວົງເງິນການຄ້າສອງສົ້ນໃຫ້ບັນລຸ 10 ຕື້ USD ໂດຍໄວ, ສຸມໃສ່ການຄ້າເຂົ້າສານ.
2 ຝ່າຍກໍ່ເຫັນດີຊຸກຍູ້ການຮ່ວມມືທາງທະເລ ແລະ ມະຫາສະໝຸດ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະ ສົມທົບກັນແກ້ໄຂບັນດາບັນຫາທີ່ເກີດຂຶ້ນຢູ່ທະເລຢ່າງທັນການ; ແລະ ປັບປຸງປະສິດທິຜົນຂອງການຮ່ວມມືໃນການປ້ອງກັນການເຄື່ອນໄຫວຫາປາທີ່ຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ມີລະບຽບການ (IUU).
| ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທງເຊີນ ແລະ ລັດຖະມົນຕີການຕ່າງປະເທດ ຟີລິບປິນ Enrique Manalo ເປັນປະທານຮ່ວມກອງປະຊຸມຄັ້ງທີ 10 ຂອງຄະນະກຳມະການຮ່ວມມື 2 ຝ່າຍ ຫວຽດນາມ - ຟີລິບປິນ. (ພາບ: ຕວນແອງ) |
ນອກນີ້, ສອງຝ່າຍຍັງເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືໃນຂົງເຂດສຳຄັນອື່ນໆເຊັ່ນ: ກະສິກຳ, ວັດທະນະທຳ, ທ່ອງທ່ຽວ, ການສຶກສາ , ຄົມມະນາຄົມ, ວິທະຍາສາດເຕັກໂນໂລຊີ, ສິ່ງແວດລ້ອມ, ການແລກປ່ຽນປະຊາຊົນ.
ລັດຖະມົນຕີ 2 ທ່ານ ກໍ່ສະແດງຄວາມເພິ່ງພໍໃຈ ແລະ ເຫັນດີສືບຕໍ່ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນຢູ່ ອາຊຽນ ແລະ ສະຫະປະຊາຊາດ; ປະສານສົມທົບກັບບັນດາປະເທດອາຊຽນ ເພື່ອຮັກສາຄວາມສາມັກຄີ ແລະ ບົດບາດໃຈກາງຂອງອາຊຽນ; ຊຸກຍູ້ການຮ່ວມມືອະນຸພາກພື້ນອາຊຽນ; ແລະ ປະກອບສ່ວນສ້າງປະຊາຄົມທີ່ເຂັ້ມແຂງ ແລະ ຮັ່ງມີ.
ລັດຖະມົນຕີ 2 ທ່ານກໍ່ເຫັນດີເພີ່ມທະວີການຮ່ວມມືລະຫວ່າງກະຊວງການຕ່າງປະເທດຂອງ 2 ປະເທດ, ໃນນັ້ນມີເພີ່ມທະວີການແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຊຸກຍູ້ການຮ່ວມມືລະຫວ່າງ 2 ສະຖາບັນການທູດ.
ສິ້ນສຸດກອງປະຊຸມຄັ້ງທີ 10 ຂອງຄະນະກຳມະການຮ່ວມມືສອງຝ່າຍ, ລັດຖະມົນຕີການຕ່າງປະເທດຂອງສອງປະເທດໄດ້ລົງນາມໃນບົດບັນທຶກຊ່ວຍຈຳຂອງກອງປະຊຸມ ແລະ ຕົກລົງຈັດຕັ້ງກອງປະຊຸມຄັ້ງທີ 11 ຂອງຄະນະກຳມະການຮ່ວມມືສອງຝ່າຍຢູ່ຟີລິບປິນໃນເວລາທີ່ເໝາະສົມໃນປີ 2025.
ທ່ານລັດຖະມົນຕີ Manalo ໄດ້ເຊີນທ່ານລັດຖະມົນຕີ Bui Thanh Son ໄປຢ້ຽມຢາມ ຟີລິບປິນ ຢ່າງເປັນທາງການຕາມເວລາທີ່ສະດວກ.
| ລັດຖະມົນຕີການຕ່າງປະເທດສອງປະເທດໄດ້ລົງນາມໃນບົດບັນທຶກກອງປະຊຸມ. (ພາບ: ຕວນແອງ) |
ທີ່ມາ










(0)