![]() |
ຄວາມຜິດພາດໃນການສະແດງດິນແດນຂອງຫວຽດນາມ ໂດຍປະເທດເຈົ້າພາບງານມະຫະກຳຊີເກມ 33 ປະເທດໄທ ໃນພິທີເປີດສາກໃນຕອນຄ່ຳວັນທີ 9 ທັນວານີ້. |
ແຫຼ່ງຂ່າວຈາກ Tri Thuc – Znews ໃຫ້ຮູ້ວ່າ, ບັນດາການນຳຂອງຄະນະຜູ້ແທນ ກິລາ ຫວຽດນາມ ຢູ່ SEA Games ໄດ້ຮັບຮູ້ບັນດາຄວາມຜິດພາດຢ່າງຮ້າຍແຮງ ໃນການນຳສະເໜີແຜນທີ່ ຫວຽດນາມ ໃນພິທີເປີດງານ SEA Games, ໃນນັ້ນມີ 2 ໝູ່ເກາະ ຮ່ວາງຊາ, ເຈື່ອງຊາ ແລະ ຝູ໋ກວກ. ຄະນະຜູ້ແທນຄະນະກິລາຫວຽດນາມ ຈະຕອບສະໜອງໃຫ້ຄະນະຈັດຕັ້ງປະເທດເຈົ້າພາບຈັດຕັ້ງໃນເອກະສານເປັນລາຍລັກອັກສອນຢ່າງເປັນທາງການໃນວັນທີ 10 ທັນວານີ້.
ນີ້ແມ່ນຄວາມຜິດພາດຂອງຄະນະກຳມະການຈັດຕັ້ງຂອງປະເທດເຈົ້າພາບມາໃນການສະແດງສິລະປະນຳໃຊ້ເຕັກໂນໂລຊີຈຳລອງແຜນທີ່ພາກພື້ນ, ໃນນັ້ນຮູບພາບເຂດດິນແດນຂອງຫວຽດນາມ ໄດ້ສະແດງໃຫ້ເຫັນພຽງແຕ່ແຜ່ນດິນໃຫຍ່, ຫາຍສາບສູນສອງໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ແລະ ເກາະຝູ໋ກວກ - ເຂດ ອະທິປະໄຕ ຂອງຫວຽດນາມຢ່າງສິ້ນເຊີງ.
ໃນພິທີເປີດ, ໃນພາກລະນຶກເຖິງປະຫວັດສາດຂອງຊີເກມທີ່ຜ່ານມາ, ຜູ້ຈັດຕັ້ງໄດ້ສະແດງໃຫ້ເຫັນງານມະຫະກຳຊີເກມປີ 1997 ທີ່ປະເທດອິນໂດເນເຊຍ ແຕ່ຕິດທຸງສິງກະໂປຜິດ.
ຄວາມຜິດພາດໃນພິທີເປີດເປັນພຽງບາງບັນຫາທີ່ກ່ຽວຂ້ອງເຖິງການຈັດຕັ້ງງານມະຫາກຳກິລາຊີເກມຄັ້ງທີ 33.
ທີ່ມາ: https://znews.vn/viet-nam-se-phan-hoi-voi-thai-lan-ve-sai-sot-o-le-khai-mac-sea-games-post1609859.html











(0)