ເປີດກວ້າງຊ່ອງທາງສົ່ງເສີມການຂາຍຢູ່ ຍີ່ປຸ່ນ ໃນການຢ້ຽມຢາມ ຍີ່ປຸ່ນ ເມື່ອເດືອນພະຈິກຜ່ານມາ, ບໍລິສັດໄດ້ປຶກສາຫາລື ແລະ ເຊັນສັນຍາຮ່ວມມືກັບບໍລິສັດ Nippon Steel Trading (NST), ຫົວໜ່ວຍທີ່ປຶກສາ ພ້ອມກັບບັນດານັກລົງທຶນ ຍີ່ປຸ່ນ ແລະ ປະເທດອື່ນໆ ໃນຂະບວນການເປີດກວ້າງການຜະລິດຢູ່ ຫວຽດນາມ. NST ຈະກາຍເປັນຕົວແທນຂາຍຂອງສວນອຸດສາຫະກໍາ (IPs) ຂອງ Viglacera ໃນຕະຫຼາດຍີ່ປຸ່ນໃນໄລຍະຈະມາເຖິງ, ປະຕິບັດກິດຈະກໍາການສື່ສານ, ສົ່ງເສີມການລົງທຶນ, ເຊື່ອມຕໍ່ວິສາຫະກິດຍີ່ປຸ່ນທີ່ມີຄວາມສົນໃຈ. ນອກຈາກນັ້ນ, Viglacera ຍັງຮ່ວມມືກັບທະນາຄານ Mizuho, ເຊິ່ງເປັນໜຶ່ງໃນ “ທະນາຄານໃຫຍ່” ທີ່ໃຫຍ່ທີ່ສຸດຂອງຍີ່ປຸ່ນ ແລະ ເປັນສະມາຊິກຂອງກຸ່ມທະນາຄານທົ່ວໂລກ, ໜູນຊ່ວຍນັກລົງທຶນຊອກຫາພື້ນທີ່ເຊົ່າທີ່ດິນ ແລະ ພັດທະນາການຜະລິດຢູ່ ຫວຽດນາມ. ຕາມນັ້ນແລ້ວ, 2 ຝ່າຍບໍ່ພຽງແຕ່ມຸ່ງໄປເຖິງບັນດາວິສາຫະກິດຍີ່ປຸ່ນຢູ່ຕະຫຼາດພາຍໃນ ແລະ ຫວຽດນາມ ເທົ່ານັ້ນ, ຫາກຍັງມຸ່ງໄປເຖິງບັນດາວິສາຫະກິດ ຍີ່ປຸ່ນ ທີ່ເປັນລູກຄ້າ Mizuho ຢູ່ບັນດາຕະຫຼາດສາກົນຄື: ໄທ, ຈີນ, ສ.ເກົາຫຼີ ເປັນຕົ້ນ.
ທີ່ມາ: https://www.viglacera.com.vn/vi/portal/news.php/tin-tuc-su-kien/hoat-dong-kinh-doanh/viglacera-day-manh-hoat-dong-xuc-tien-dau-tu-tai-thi-truong-nhat-ban-id-10767.html
ບໍລິສັດການຄ້າອະສັງຫາລິມະສັບ Viglacera ປຶກສາຫາລືການຮ່ວມມືກັບຄູ່ຮ່ວມມືຍີ່ປຸ່ນ
ກອງປະຊຸມທີ່ Osaka, ໂຕກຽວ










(0)