![]() |
| ຜູ້ຕາງໜ້າຄະນະເຮັດວຽກທະຫານເຮືອເຂດ 4 ໄດ້ມອບຂອງຂວັນໃຫ້ປະຊາຊົນຕາແສງ ຊວນລົກ. |
ຢູ່ບັນດາຈຸດໝາຍປາຍທາງ, ຄະນະໄດ້ມອບຂອງຂວັນ 400 ພູດ ໃນນັ້ນມີເຂົ້າສານ, ເຂົ້າໜົມ, ນ້ຳມັນປຸງແຕ່ງ, ນ້ຳປາ... ດ້ວຍມູນຄ່າລວມປະມານ 150 ລ້ານດົ່ງ; ປະກອບສ່ວນຊ່ວຍເຫຼືອປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກ ແລະ ເຮັດໃຫ້ຊີວິດມີສະຖຽນລະພາບພາຍຫຼັງພາຍຸ.
![]() |
| ທ່ານ ພັນເອກ ຟ້າມວັນເກື່ອງ, ຮອງຫົວໜ້າ ການເມືອງ ທະຫານເຮືອເຂດ 4 ໄດ້ຊຸກຍູ້ປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກ, ຊີວິດການເປັນຢູ່ຢ່າງໝັ້ນຄົງໂດຍໄວ. |
ທ່ານພັນເອກ ຟ້າມວັນເກື່ອງ ແບ່ງປັນວ່າ, ຕໍ່ໜ້າຄວາມເສຍຫາຍຢ່າງໜັກໜ່ວງຈາກພະຍຸໝາຍເລກ 13 ໃຫ້ແກ່ປະຊາຊົນຢູ່ບັນດາທ້ອງຖິ່ນແຄມທະເລ, ພະນັກງານ, ນັກຮົບກອງທັບເຮືອເຂດ 4 ຍາມໃດກໍ່ຫັນມາສູ່ພີ່ນ້ອງຮ່ວມຊາດດ້ວຍນໍ້າໃຈ “ຮັກແພງເຊິ່ງກັນ ແລະກັນ”, “ທະຫານ ແລະປະຊາຊົນຄືປາ ແລະນໍ້າ”.
ຂອງຂວັນດັ່ງກ່າວປະກອບດ້ວຍຄວາມຮັກແພງ, ຄວາມຮັບຜິດຊອບ ແລະ ການແບ່ງປັນຂອງກອງທັບເຮືອປະຊາຊົນຫວຽດນາມ ໃຫ້ແກ່ປະຊາຊົນຢູ່ເຂດປະສົບໄພພາຍຸ.
ນູແທ່ງ
ທີ່ມາ: https://baodaklak.vn/xa-hoi/202511/vung-4-hai-quan-ho-tro-nguoi-dan-bi-thiet-hai-do-bao-so-13-cc60adb/








(0)