ເວລາ 16:55, ວັນທີ 22 ທັນວາ 2023
ຄະນະຄຸ້ມຄອງສວນອຸດສາຫະກຳແຂວງ ດັກລັກ ໃຫ້ຮູ້ວ່າ: ມາຮອດປະຈຸບັນ, ສວນອຸດສາຫະກຳ ຮ່ວາຝູ ມີ 61 ໂຄງການລົງທຶນຂຶ້ນທະບຽນ, ດ້ວຍຍອດຈຳນວນທຶນຈົດທະບຽນ 5.973 ຕື້ດົ່ງ.
ໃນຈຳນວນບັນດາໂຄງການລົງທຶນຢູ່ເຂດອຸດສາຫະກຳແຫ່ງນີ້, ມີ 4 ໂຄງການມີທຶນລົງທຶນໂດຍກົງຈາກຕ່າງປະເທດ (FDI) 100%, ດ້ວຍຍອດຈຳນວນທຶນຈົດທະບຽນປະມານ 1.682 ຕື້ດົ່ງ, ເທົ່າກັບ 72,8 ລ້ານ USD.
ແຕ່ຕົ້ນປີ 2023, ຄະນະຄຸ້ມຄອງສວນອຸດສາຫະກຳແຂວງໄດ້ຮັບຮອງເອົານະໂຍບາຍການລົງທຶນ ແລະ ມອບໃບທະບຽນລົງທຶນໃຫ້ 12 ໂຄງການ, ດ້ວຍຍອດຈຳນວນທຶນຈົດທະບຽນ 1.151 ຕື້ດົ່ງ. ໃນນັ້ນ, ມີ 2 ໂຄງການ FDI ດ້ວຍຍອດຈຳນວນທຶນຈົດທະບຽນ 1.044 ຕື້ດົ່ງ, ເທົ່າກັບ 44,3 ລ້ານ USD.
| ດຳເນີນທຸລະກິດຢູ່ສວນອຸສາຫະກຳ ຮ່າຝູ |
ມາຮອດປະຈຸບັນ, ສວນອຸດສາຫະກຳຮ່ວາຟູມີ 44 ໂຄງການດຳເນີນງານ, ສ້າງວຽກເຮັດງານທຳໃຫ້ຄົນງານ 2.400 ຄົນ. ປີ 2023, ວົງເງິນການຜະລິດອຸດສາຫະກຳຂອງວິສາຫະກິດຈະບັນລຸ 6.618,5 ຕື້ດົ່ງ, ປະກອບສ່ວນເຂົ້າງົບປະມານແຫ່ງລັດ 33,3 ຕື້ດົ່ງ.
ມິນຈີ
ທີ່ມາ






(0)