ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນ ນັກການເມືອງ ແລະ ວິສາຫະກິດຂອງລັດ Oregon ນຳໂດຍທ່ານ Vince Porter, ຫົວໜ້າຫ້ອງການພັດທະນາເສດຖະກິດແຫ່ງລັດ Oregon. |
ທີ່ການຕ້ອນຮັບຄະນະຜູ້ແທນນັກການເມືອງ ແລະວິສາຫະກິດຂອງລັດ Oregon ໂດຍທ່ານ Vince Porter, ຫົວໜ້າຫ້ອງການພັດທະນາ ເສດຖະກິດ ຂອງລັດ Oregon, ທ່ານນາຍົກລັດຖະມົນຕີ Pham Minh Chinh ສະແດງຄວາມປິຕິຊົມຊື່ນຕໍ່ບັນດາບາດກ້າວພັດທະນາອັນດີງາມຂອງການພົວພັນລະຫວ່າງ ຫວຽດນາມ ແລະລັດ Oregon ໃນໄລຍະມໍ່ໆມານີ້.
ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ປາດຖະໜາຢາກຊຸກຍູ້ການພົວພັນກັບ Oregon, ເຊິ່ງເປັນໜຶ່ງໃນບັນດາລັດບຸກເບີກປະຕູສູ່ທິດຕາເວັນຕົກຂອງ ອາເມລິກາ, ໃນໄລຍະຈະມາເຖິງເພື່ອໃຫ້ກົງກັບຂອບການຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງທີ່ສອງປະເທດຫາກໍ່ສ້າງຕັ້ງໃນໄລຍະການຢ້ຽມຢາມຂອງປະທານາທິບໍດີ ອາເມລິກາ Joe Biden.
ເນັ້ນໜັກວ່າ ການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ອາເມລິກາ ສະແດງໃຫ້ເຫັນຄວາມມານະພະຍາຍາມຂອງສອງຝ່າຍ ແລະທ້ອງຖິ່ນຂອງ 2 ປະເທດ, ໃນນັ້ນມີລັດ Oregon, ທ່ານນາຍົກລັດຖະມົນຕີ ຫວັງວ່າ ສອງຝ່າຍຈະສືບຕໍ່ເພີ່ມທະວີການພົວພັນດ້ານການເມືອງ ແລະ ເປີດກວ້າງການພົວພັນແລກປ່ຽນຜ່ານບັນດາຊ່ອງທາງຂອງພັກ, ລັດ, ປະຊາຊົນ.
ດ້ວຍຖານະເປັນລັດທີ່ມີບັນດາວິສາຫະກິດ ແລະ ບັນດາວິສາຫະກິດໃຫຍ່ລົງທຶນເຂົ້າຫວຽດນາມ ແລະ ປະຊາຄົມຊາວຫວຽດນາມ ປະສົບຜົນສຳເລັດ, ທ່ານນາຍົກລັດຖະມົນຕີ ໄດ້ຊຸກຍູ້ລັດ Oregon ແລະ ຫວຽດນາມ ຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນຢ່າງມີປະສິດທິຜົນ ເພື່ອຂຸດຄົ້ນບັນດາທ່າແຮງ ແລະ ມີໂອກາດຮ່ວມມື; ປາດຖະໜາຢາກເພີ່ມທະວີການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງ, ວິທະຍາສາດ ແລະ ເຕັກໂນໂລຢີ, ນະວັດຕະກຳ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ເປັນຕົ້ນແມ່ນບັນດາຂະແໜງການຫັນເປັນດີຈີຕອນ, ການຫັນປ່ຽນພະລັງງານ, ການຕອບໂຕ້ການປ່ຽນແປງຂອງດິນຟ້າອາກາດ, ເສດຖະກິດວົງຈອນ, ເສດຖະກິດແບ່ງປັນ.
ທ່ານຫົວໜ້າລັດຖະບານກໍ່ຫວັງວ່າ ລັດ Oregon ຈະຕ້ອນຮັບການສົ່ງອອກຂອງຫວຽດນາມ ເຊັ່ນ: ເກີບໜັງ ແລະ ເຄື່ອງຕ່ຳແຜ່ນຕັດຫຍິບ ແລະ 2 ຝ່າຍຈະເປີດກວ້າງການຮ່ວມມືດ້ານການທ່ອງທ່ຽວ. ນີ້ກໍແມ່ນວິທີທີ່ສອງຝ່າຍພ້ອມກັນຮັບຮູ້ບັນດາເປົ້າໝາຍຍົກລະດັບການພົວພັນ.
ທ່ານນາຍົກລັດຖະມົນຕີ ຖືວ່າ, ການນັບມື້ນັບເພີ່ມຂຶ້ນຂອງຊາວ ຫວຽດນາມ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງການນຳຢູ່ Oregon ແມ່ນການຢັ້ງຢືນເຖິງການເຊື່ອມໂຍງ ແລະ ປະກອບສ່ວນຂອງປະຊາຄົມຊາວ ຫວຽດນາມ, ຢັ້ງຢືນທີ່ຕັ້ງຂອງຊາວ ຫວຽດນາມ ຢູ່ ອາເມລິກາ.
| ຫົວໜ້າລັດຖະບານຫວັງວ່າ Oregon ຈະຕ້ອນຮັບການສົ່ງອອກຂອງຫວຽດນາມ. |
ທ່ານ Vince Porter, ຫົວໜ້າຫ້ອງການພັດທະນາເສດຖະກິດຂອງລັດ Oregon ແລະຄະນະຜູ້ແທນໄດ້ຂອບໃຈທ່ານນາຍົກລັດຖະມົນຕີ Pham Minh Chinh ທີ່ສະຫລະເວລາມາພົບປະ, ຖືວ່າການພົວພັນລະຫວ່າງ Oregon ແລະ ຫວຽດນາມ ໄດ້ພັດທະນາຢ່າງແຂງແຮງບົນພື້ນຖານຈົດໝາຍເຈຕະນາກ່ຽວກັບການຮ່ວມມືລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ລັດ Oregon, ໃນນັ້ນມີຜົນສຳເລັດຂອງການຢ້ຽມຢາມ Oregon ຂອງທ່ານ Katherine Brown ຢ່າງເປັນທາງການໃນວັນທີ 22 ພະຈິກ.
ທ່ານ Vince Porter ໄດ້ຢ້ຳຄືນຄຳເຊີນຂອງເຈົ້າຄອງນະຄອນ Oregon ຄົນໃໝ່ Tina Kotek ມາຍັງທ່ານນາຍົກລັດຖະມົນຕີ Pham Minh Chinh ຢ້ຽມຢາມ Oregon ໂດຍໄວ ແລະ ຢືນຢັນວ່າ Oregon ປາດຖະໜາຢາກເພີ່ມທະວີ ແລະ ເປີດກວ້າງການພົວພັນກັບ ຫວຽດນາມ, ພິເສດແມ່ນການພົວພັນກັບທ້ອງຖິ່ນຂອງ ຫວຽດນາມ. ຄະນະຜູ້ແທນລັດ Oregon ຊົມເຊີຍການນຳສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໃຫ້ຄຳໝັ້ນສັນຍາຈະເພີ່ມທະວີການພົວພັນຮ່ວມມືລະຫວ່າງ 2 ຝ່າຍໃຫ້ເລິກເຊິ່ງກ່ວາອີກ.
ຜູ້ຕາງໜ້າ Oregon ສະແດງຄວາມປິຕິຊົມຊື່ນເມື່ອ ຫວຽດນາມ ແມ່ນໜຶ່ງໃນ 10 ຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງລັດ, ມີນັກສຶກສາຫວຽດນາມ ຫຼາຍຄົນພວມຮ່ຳຮຽນ ແລະ ເຮັດວຽກຢູ່ບັນດາມະຫາວິທະຍາໄລທ້ອງຖິ່ນ ແລະ ບັນດາວິສາຫະກິດລະດັບໂລກຄື Intel, Nike, Columbia, Sportwear… ມີສຳນັກງານໃຫຍ່ຢູ່ Oregon ພວມດຳເນີນທຸລະກິດປະສົບຜົນສຳເລັດຢູ່ ຫວຽດນາມ.
ຄະນະຜູ້ແທນກໍ່ໃຫ້ຮູ້ວ່າ: ປະຈຸບັນມີສະມາຊິກສະພາແຫ່ງຊາດ ຫວຽດນາມ - ອາເມລິກາ 5 ທ່ານຢູ່ສະພາຜູ້ແທນລາຊະດອນ Oregon ແລະ ຜູ້ພິພາກສາຕົ້ນກຳເນີດຂອງ ຫວຽດນາມ, ຢືນຢັນທີ່ຕັ້ງ ແລະ ບົດບາດຂອງປະຊາຄົມຊາວ ຫວຽດນາມ ຢູ່ປະເທດ ແລະ ປາດຖະໜາຢາກສືບຕໍ່ຊຸກຍູ້ການແລກປ່ຽນວັດທະນະທຳ ແລະ ການຮ່ວມມືລະຫວ່າງ 2 ຝ່າຍ.
ຜູ້ຕາງໜ້າລັດ Oregon ໃຫ້ຮູ້ວ່າ: ສູນວັດທະນະທຳຫວຽດນາມ ຈະໄດ້ຮັບການສ້າງຕັ້ງຢູ່ Oregon ໃນໄວໆນີ້.
ທ່ານນາຍົກລັດຖະມົນຕີ ໄດ້ຂອບໃຈທ່ານນາງ Tina Kotek ໃນການເຊື້ອເຊີນຂອງທ່ານນາງ ແລະ ຫວັງວ່າຈະມີໂອກາດຢ້ຽມຢາມ Oregon ໂດຍໄວ.
ທີ່ມາ






(0)