ກະຊວງປ້ອງກັນຄວາມສະຫງົບຫາກໍ່ປະກາດຕົກລົງແຕ່ງຕັ້ງຮອງຜູ້ບັນຊາການຕຳຫຼວດແຂວງ ກວາງນາມ 2 ທ່ານ.
ຕອນເຊົ້າວັນທີ 2 ມັງກອນນີ້, ຕຳຫຼວດແຂວງກວາງນາມໄດ້ຈັດກອງປະຊຸມກວດກາຄືນວຽກງານປີ 2024 ແລະ ຜັນຂະຫຍາຍວຽກງານປີ 2025.
ເຂົ້າຮ່ວມກອງປະຊຸມມີທ່ານພົນໂທ ເລກວກຮຸງ, ຮອງລັດຖະມົນຕີ ກະຊວງຕຳຫຼວດ ; ທ່ານເລຂາທິການໃຫຍ່ອົງການພັກແຂວງ ກວາງນາມ ທ່ານ ເລືອງມິງເຕິ໋ດ; ທ່ານ ເລວັນຢຸງ ປະທານຄະນະກຳມະການປະຊາຊົນແຂວງ ກວາງນາມ ພ້ອມດ້ວຍການນຳບັນດາອົງການ, ຂະແໜງການ.

ທີ່ກອງປະຊຸມ, ໂດຍຕາງໜ້າໃຫ້ກະຊວງຕຳຫຼວດ, ທ່ານຮອງລັດຖະມົນຕີ ເລກວກຮຸງ ໄດ້ສະເໜີຄວາມຕັດສິນໃຈແຕ່ງຕັ້ງທ່ານພົນໂທ ຫງວຽນຊວນຮ່ວາງ ໃຫ້ດຳລົງຕຳແໜ່ງເປັນຮອງຜູ້ບັນຊາການຕຳຫຼວດ ກວາງນາມ.
ພົນໂທ ຫງວຽນຊວນຮ່ວາງ ເກີດໃນປີ 1977, ຢູ່ເມືອງ Quynh Luu, ແຂວງ Nghe An . ກ່ອນການແຕ່ງຕັ້ງ, ທ່ານໄດ້ເປັນເຈົ້າໜ້າທີ່ກວດກາຕຳຫຼວດແຂວງ ກວາງນາມ.

ພ້ອມກັນນັ້ນ, ທີ່ກອງປະຊຸມຄັ້ງນີ້, ຜູ້ຕາງໜ້າກະຊວງຕຳຫຼວດ ໄດ້ປະກາດການຕົກລົງແຕ່ງຕັ້ງທ່ານພັນເອກ ຫງວຽນຮ່າເລ ໃຫ້ດຳລົງຕຳແໜ່ງຮອງຜູ້ບັນຊາການຕຳຫຼວດ ກວາງນາມ.
ທີ່ມາ: https://vietnamnet.vn/bo-nhiem-2-pho-giam-doc-cong-an-tinh-quang-nam-2359275.html







(0)