ເບິ່ງຄລິບ:

ຕອນ​ຄ່ຳ​ວັນ​ທີ 10/10, ​ໄດ້​ເກີດ ​ໄຟ​ໄໝ້​ຮ້ານ​ຂາຍ​ຢາ​ແຖວ ​ໜຶ່ງ​ຢູ່​ໃນ​ໂຮງໝໍ​ທົ່ວ​ໄປ​ດຶກ​ຈ່າງ (​ເຂດ​ຄຸ້ມ​ດຶກ​ຢາງ, ​ເມືອງ​ລອງ​ບຽນ, ຮ່າ​ໂນ້ຍ ).

​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ກ່າວ​ວ່າ, ​ໄຟ​ໄດ້​ເກີດ​ຂຶ້ນ​ຢູ່​ຮ້ານ​ຂາຍ​ຢາ​ແຖວ​ໜຶ່ງ​ທີ່​ຕັ້ງ​ຢູ່​ໃກ້​ຖະໜົນ​ເຈື່ອງ​ລຳ. ​ໄຟ​ໄດ້​ແຜ່​ລາມ​ອອກ​ໄປ​ຢ່າງ​ວ່ອງ​ໄວ, ​ໄດ້​ຈູດ​ຕຶກ​ອາຄານ​ທີ່​ມີ​ຮ້ານ​ຂາຍເຄື່ອງ​ຫລາຍ​ແຫ່ງ.

462028276_486804464357905_5544802180378532747_n.jpg
ເກີດເຫດໄຟໄໝ້ໂຮງໝໍທົ່ວໄປ ດັກຈຽງ. ພາບ: ທ.ລຽວ

ພາຍຫຼັງ​ໄດ້​ຮັບ​ຂ່າວ, ລົດ​ດັບ​ເພີງ​ຫຼາຍ​ຄັນ ພ້ອມ​ກັບ​ເຈົ້າ​ໜ້າ​ທີ່ ​ແລະ ທະຫານ​ຫຼາຍ​ສິບ​ຄົນ ຈາກ​ໜ່ວຍ​ງານ​ປ້ອງ​ກັນ ​ແລະ ກູ້​ໄພ​ຂອງ​ຕຳຫຼວດ​ເມືອງ ລອງ​ບຽນ ​ແລະ ໜ່ວຍ​ງານ​ປ້ອງ​ກັນ​ອັກ​ຄີ​ໄພ ນະຄອນ ຮ່າ​ໂນ້ຍ ​ໄດ້​ໄປ​ຮອດ​ຈຸດ​ເກີດ​ເຫດ ​ເພື່ອ​ກອບ​ກູ້ ​ແລະ ດັບ​ໄຟ.

ທ່ານ​ຫົວໜ້າ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ດັກ​ຈຽງ ​ໃຫ້​ຮູ້​ວ່າ: ​ເຂດ​ທີ່​ເກີດ​ອັກ​ຄີ​ໄພ​ແມ່ນ​ບ່ອນ​ເກັບ​ມ້ຽນ​ເຄື່ອງ​ໃຊ້ ​ການ​ແພດ , ຢາ​ປົວ​ພະຍາດ ​ແລະ ​ໂຮງ​ອາຫານ​ຂອງ​ໂຮງໝໍ. ມາຮອດເວລາ 09:45 ໂມງ, ດັບເພີງໄດ້ຄວບຄຸມໄດ້ ແລະ ຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພຍັງໄປປະຕິບັດໜ້າທີ່ຢູ່ຈຸດເກີດເຫດເພື່ອດັບໄຟ ແລະ ສະກັດກັ້ນໄຟໄໝ້ຄືນ.

z5917265997327_986b7270edeb5161feeff290ce311a0e.jpg
ມາຮອດເວລາ 9:45 ໂມງ, ເຈົ້າໜ້າທີ່ດັບເພີງໄດ້ດັບໄຟແລ້ວ. ພາບ: ທ.ລຽວ

ຜູ້ຕາງໜ້າ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ດັກ​ຈຽງ ​ໃຫ້​ຮູ້​ວ່າ: ​ໃນ​ເບື້ອງ​ຕົ້ນ, ບໍ່​ມີ​ການ​ເສຍ​ຊີວິດ​ຂອງ​ມະນຸດ.

z5917302136419_1c6eeb4acc66acf9b8bd212c8f3ce4ba ສຳເນົາ.jpg
ພະນັກງານດັບເພີງຢູ່ບ່ອນເກີດເຫດ. ພາບ: ທ.ລຽວ
z5917302131436_ceeec9508eede748b596e12b76395e32 copy.jpg
ໄຟໄໝ້ຕູ້ເກັບເຄື່ອງ. ພາບ: ທ.ລຽວ
z5917302102560_81819505eea33d1ce710b6d6e972f52a ສຳເນົາ.jpg
ພາບ: ທ.ລຽວ

ສາເຫດຂອງໄຟໄຫມ້ແມ່ນຢູ່ພາຍໃຕ້ການສືບສວນ.