
ພາຍຫຼັງໄດ້ຮັບຂ່າວແລ້ວ, ກອງບັນຊາການປ້ອງກັນອັກຄີໄພ, ດັບເພີງ ແລະ ກູ້ໄພ - ຕຳຫຼວດ ນະຄອນຮ່າໂນ້ຍ ໄດ້ລະດົມກຳລັງພະນັກງານ, ທະຫານ ແລະ ພາຫະນະໄປບ່ອນເກີດເຫດ ເພື່ອຊອກຄົ້ນ ແລະ ກູ້ຊ່ວຍດັບໄຟ.
ຂໍ້ມູນເບື້ອງຕົ້ນໄດ້ເກີດໄຟໄໝ້ຢູ່ຊັ້ນທຳອິດຂອງທະນາຄານແຫ່ງໜຶ່ງ, ເນື້ອທີ່ເກີດໄຟໄໝ້ປະມານ 5 ຕາ ແມັດ , ບໍ່ມີຜູ້ບາດເຈັບ. ເຈົ້າໜ້າທີ່ຕຳຫຼວດປ້ອງກັນອັກຄີໄພ, ດັບເພີງແລະກູ້ໄພໄດ້ດັບມອດໄຟຢ່າງວ່ອງໄວ.
ເຈົ້າໜ້າທີ່ພວມສືບສວນສອບສວນຫາສາເຫດທີ່ເກີດໄຟໄໝ້ດັ່ງກ່າວ ແລະ ຄາດຄະເນຄວາມເສຍຫາຍດ້ານຊັບສິນ.
ທີ່ມາ: https://hanoimoi.vn/ha-noi-chay-tang-1-ngan-hang-o-phuong-tay-ho-718445.html
(0)