ງານບຸນວັດທະນະທຳ -ປຸງແຕ່ງ “ຊີວິດແຫ່ງດອກໄມ້ບ່ອນມີແດດ” ແມ່ນຈຸດພົ້ນເດັ່ນໃນວັນບຸນສັນຕິພາບຄັ້ງທຳອິດ ປີ 2024 ຢູ່ຫວຽດນາມ, ເພື່ອແນໃສ່ເຊີດຊູຄວາມຫຼາກຫຼາຍ ແລະ ຄວາມເປັນເອກະລັກສະເພາະຂອງເຍື່ອງອາຫານຫວຽດນາມ ໂດຍທົ່ວໄປ ແລະ ອາຫານກວາງຈີ ເວົ້າສະເພາະ.
ນີ້ແມ່ນໂອກາດເພື່ອແນໃສ່ໂຄສະນາພາບພົດຂອງຊາວໜຸ່ມກວາງຈິທີ່ທັນສະໄໝ, ຂະຫຍັນຂັນເຄື່ອນ ບົນພື້ນຖານຄວາມເປັນມູນເຊື້ອອັນດີງາມໃນຍຸກປະຈຸບັນ. ນີ້ກໍ່ແມ່ນຂົວແຫ່ງການເຕົ້າໂຮມ, ເລິກເຊິ່ງລັກສະນະວັດທະນະທຳຫວຽດນາມ, ເພື່ອແນໃສ່ປະກອບສ່ວນເຮັດໃຫ້ຫວຽດນາມ ກາຍເປັນແຫຼ່ງ ທ່ອງທ່ຽວ ດ້ານອາຫານການກິນແຖວໜ້າຂອງພາກພື້ນ.
ມີກວ່າ 30.000 ຄົນໄດ້ເຂົ້າຮ່ວມງານບຸນວັດທະນະທຳ-ປຸງແຕ່ງ “ລົດຊາດດິນຟ້າແດດ” ຢູ່ ແຂວງ ກວາງຈິ . ຮູບພາບ: nhandan
ທີ່ງານບຸນນີ້, ພ້ອມກັບບັນດາທ້ອງຖິ່ນໃນທົ່ວປະເທດ, ກວາງຈິ ໄດ້ແນະນຳເຖິງບັນດາເຍື່ອງອາຫານທີ່ເຕັມໄປດ້ວຍເອກະລັກຂອງທ້ອງຖິ່ນຄື: ຕຳໝາກຫຸ່ງ, ຕຳໝາກຫຸ່ງ Mai Xa, ga Cua, ຖາດໝູ Gio An, ເຂົ້າປຸ້ນ Hai Lang, ອາຫານທະເລ Cua Viet, ອາຫານຂອງຊາວເຜົ່າ Van Kieu ແລະ Ta Oi, ບັນດາເຍື່ອງອາຫານ OC.
ຈຸດພົ້ນເດັ່ນພິເສດຂອງງານບຸນແມ່ນລາຍງານສິລະປະທີ່ໃຫຍ່ຫຼວງ ແລະ ມີສີສັນພິເສດ; ງານວາງສະແດງບັນດາເຍື່ອງອາຫານຂອງປະຊາຊົນ, ນັກຊ່ຽວຊານດ້ານການປຸງແຕ່ງອາຫານກວາງຈີ້ ແລະ ຊ່າງເຮັດອາຫານໃນທົ່ວປະເທດ.
ຄຽງຄູ່ກັບນັ້ນແມ່ນການສະແດງການພົບປະແລກປ່ຽນວ່າວທີ່ເປັນເອກະລັກສະເພາະລະຫວ່າງສະໂມສອນສິລະປະວ່າວຢູ່ພາຍໃນແລະຕ່າງປະເທດ. ຕາມການຕີລາຄາຂອງບັນດານັກຊ່ຽວຊານຂອງສູນອະນຸລັກຮັກສາມໍລະດົກວັດທະນະທຳວ່າວແລ້ວ, ນີ້ແມ່ນກິດຈະກຳສະແດງວ່າວໃຫຍ່ທີ່ສຸດຢູ່ຫວຽດນາມ ມາຮອດປະຈຸບັນ, ໄດ້ກວມເອົາ 3 ພາກພື້ນ ແລະ ບັນລຸມາດຖານສາກົນ.
ເນື່ອງໃນໂອກາດນີ້, ສູນຍັງໄດ້ສະເໜີໃຫ້ແຂວງ ກວາງຈີ້, ໂດຍອີງໃສ່ເງື່ອນໄຂທຳມະຊາດທີ່ເໝາະສົມຂອງຝັ່ງທະເລທີ່ສວຍງາມ, ຄວນສຶກສາ ແລະ ຈັດຕັ້ງການສະແດງວ່າວໃຫ້ກາຍເປັນກິດຈະກຳປະຈຳປີ ແລະ ກາຍເປັນຜະລິດຕະພັນທ່ອງທ່ຽວພິເສດຂອງທ້ອງຖິ່ນໂດຍໄວ.
ຕາມຄະນະຈັດຕັ້ງແລ້ວ, ມີປະມານ 32.000 ຄົນເຂົ້າຮ່ວມງານບຸນ. ງານບຸນໄດ້ຮັບຜົນສຳເລັດຢ່າງຈົບງາມ, ແມ່ນໂອກາດເພື່ອໃຫ້ແຂວງ ກວາງຈິ, ບັນດາແຂວງ, ນະຄອນໃນທົ່ວປະເທດໂຄສະນາ, ແນະນຳບັນດາຄຸນຄ່າວັດທະນະທຳອາຫານການກິນທີ່ເປັນເອກະລັກສະເພາະໃຫ້ແກ່ເພື່ອນມິດ ແລະ ນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ, ຍົກສູງທີ່ຕັ້ງ, ພາບພົດ, ປະເທດ ແລະ ປະຊາຊົນ ຫວຽດນາມ.
PV






(0)