ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ Nguyen Khac Toan (ຂວາ) ມອບ​ຂອງ​ທີ່​ລະນຶກ​ໃຫ້​ຜູ້ຕາງໜ້າ​ບໍລິສັດ​ຫຸ້ນ​ສ່ວນ​ອຸດສາຫະກຳ ຫວຽດນາມ - ສິງກະ​ໂປ ຈຳກັດ (VSIP)

ເຂົ້າ​ຮ່ວມ​ມີ​ຄະນະ​ປະຈຳ​ພັກ​ນະຄອນ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະ ຄອນ ຫາຍ​ຟ່ອງ; ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ເຫ້ວ ເຈີ່ນ​ຮ່​ວາງ​ທິ​ຈ່າງ; ​ແລະ ບັນດາ​ຫົວໜ້າ​ພະ​ແນ​ກ, ສາຂາ​ທີ່​ກ່ຽວຂ້ອງ.

ທີ່​ການ​ພົບ​ປະ, ຜູ້ຕາງໜ້າ VSIP ​ໄດ້​ແບ່ງປັນ​ກ່ຽວ​ກັບ​ຄວາມ​ເສຍ​ຫາຍ​ທີ່​ເມືອງ​ເຫ້ວ ​ໄດ້​ປະສົບ​ໃນ​ສະພາບ​ໄພ​ນ້ຳ​ຖ້ວມ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້; ພ້ອມ​ກັນ​ນັ້ນ, ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ພັດທະນາ​ທີ່​ເມືອງ​ເຫ້ວ​ບັນລຸ​ໄດ້. VSIP ກໍ່​ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ຊອກ​ຮູ້ ​ແລະ ລົງທຶນ​ເຂົ້າ​ບັນດາ​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ເຂດ​ອຸດສາຫະກຳ​ຢູ່​ເຂດ​ດັ່ງກ່າວ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ແຜນການ ​ແລະ ​ເປົ້າ​ໝາຍ​ສຳຄັນ​ຂອງ​ວິ​ສາ​ຫະກິດ​ປີ 2026 ດ້ວຍ​ຄຳ​ໝັ້ນ​ສັນຍາ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດອັນ​ຍາວ​ນານ​ໃຫ້​ທ້ອງ​ຖິ່ນ.

ຜູ້ຕາງໜ້າ VSIP ໃຫ້ຮູ້ວ່າ: “ດ້ວຍປະສົບການພັດທະນາ ແລະ ດຳເນີນທຸລະກິດສວນອຸດສາຫະກຳຂະໜາດໃຫຍ່ໃນທົ່ວປະເທດ, VSIP ມຸ່ງໄປເຖິງການກໍ່ສ້າງສວນອຸດສາຫະກຳ La Son - ເຂດເລກ 1 ຕາມຮູບແບບສວນອຸດສາຫະກຳສີຂຽວ - ສະຫຼາດ - ຍືນຍົງ, ບຸລິມະສິດພື້ນຖານໂຄງລ່າງທີ່ທັນສະໄໝ, ການຄຸ້ມຄອງດິຈິຕອລ ແລະ ການບໍລິການໜູນຊ່ວຍດ້ານທຸລະກິດ ”.

VSIP ຍັງເນັ້ນໜັກເຖິງການກຳນົດທິດດຶງດູດການລົງທຶນໃນຂະແໜງອຸດສາຫະກຳທີ່ມີມູນຄ່າເພີ່ມສູງເຊັ່ນ: ການຜະລິດເຕັກໂນໂລຢີສະອາດ, ເຄື່ອງເອເລັກໂຕຼນິກ, ການປຸງແຕ່ງຢ່າງເລິກເຊິ່ງ, ອຸດສາຫະກຳສະໜັບສະໜູນ, ການຂົນສົ່ງ ແລະ ອຸດສາຫະກຳເຕັກໂນໂລຢີສູງ - ສອດຄ່ອງກັບທ່າອ່ຽງຂອງການປ່ຽນແປງລະບົບຕ່ອງໂສ້ການສະໜອງທົ່ວໂລກ. ສວນອຸດສາຫະກຳ La Son ຢູ່ ເຫ້ວ ແມ່ນຈຸດເຊື່ອມຕໍ່ທີ່ສຳຄັນໃນຍຸດທະສາດພັດທະນາຕາໜ່າງສວນອຸດສາຫະກຳ VSIP ຢູ່ພາກກາງ, ປະກອບສ່ວນເຮັດໃຫ້ ເຫ້ວ ເປັນຈຸດໝາຍປາຍທາງໃໝ່ດຶງດູດການລົງທຶນໃນຂະແໜງອຸດສາຫະກຳ ແລະ ການບໍລິການໜູນຊ່ວຍການຜະລິດ.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ Hue Nguyen Khac Toan ​ໄດ້​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ຄວາມ​ເອົາ​ໃຈ​ໃສ່​ຂອງ VSIP ​ໃຫ້​ແກ່​ນະຄອນ Hue. ນະ​ຄອນ​ຍາມ​ໃດ​ກໍ​ຖື VSIP ເປັນ​ຄູ່​ຮ່ວມ​ມື​ສຳ​ຄັນ, ຄຽງ​ຄູ່​ກັບ​ນະ​ຄອນ​ໃນ​ການ​ພັດ​ທະ​ນາ ​ເສດ​ຖະ​ກິດ , ດຶງ​ດູດ​ການ​ລົງ​ທຶນ, ເປີດກວ້າງ​ພື້ນ​ຖານ​ອຸດ​ສາ​ຫະ​ກຳ ແລະ ປະ​ກອບ​ສ່ວນ​ໃຫ້​ແກ່​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ.

ນະຄອນ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ ​ແລະ ​ພ້ອມ​ກັນ​ສະໜັບສະໜູນ​ວິ​ສາ​ຫະກິດ​ໃນ​ຂະ​ບວນການ​ຄົ້ນຄວ້າ ​ແລະ ຜັນ​ຂະຫຍາຍ​ບັນດາ​ໂຄງການ​ໃນ​ຕໍ່ໜ້າ ​ເພື່ອ​ຮັບປະກັນ​ໃຫ້​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ວ່ອງ​ໄວ ​ແລະ ມີ​ປະສິດທິ​ຜົນ.

ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ Nguyen Khac Toan ປາດ​ຖະໜາ​ວ່າ VSIP ຈະ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ ​ແລະ ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກ່ວາ​ອີກ​ກັບ​ນະຄອນ, ສົມທົບ​ກັນ​ກໍ່ສ້າງ ​ແລະ ພັດທະນາ​ນະຄອນ Hue ຢ່າງ​ໝັ້ນຄົງ ​ແລະ ທັນ​ສະ​ໄໝ.

ວັດ ຮວ່າງ

ທີ່ມາ: https://huengaynay.vn/kinh-te/huong-toi-khu-cong-nghiep-xanh-thong-minh-ben-vung-160535.html