ຕາມອົງການຂ່າວ Reuters, ຕຳຫຼວດອີຣານ ໄດ້ປະກາດຈັບຜູ້ຕ້ອງສົງໄສ 3 ຄົນທີ່ຖືກກ່າວຫາວາງແຜນບຸກໂຈມຕີກໍ່ການຮ້າຍໃນອາທິດທີ່ສິ້ນສຸດເດືອນ Ramadan.
ນຶ່ງໃນຈຳນວນຜູ້ຕ້ອງສົງໄສ 3 ຄົນແມ່ນ Mohammad Zaker, ນາມແຝງ Ramesh, ສະມາຊິກອາວຸໂສຂອງກຸ່ມລັດອິດສະລາມ (IS). ຜູ້ຕ້ອງສົງໄສອີກສອງຄົນໄດ້ຖືກຈັບຢູ່ເຂດ Karaj ທາງພາກຕາເວັນຕົກຂອງນະຄອນຫຼວງ Tehran. ກ່ອນໜ້ານີ້ກຳລັງຮັກສາຄວາມປອດໄພໄດ້ຍິງປືນໃສ່ບ່ອນເກີດເຫດ. ຜູ້ຕ້ອງສົງໄສອີກ 8 ຄົນທີ່ຢູ່ບ່ອນດຽວກັນກັບສະມາຊິກ IS ກໍຖືກຈັບຕົວໃນການປະຕິບັດງານດັ່ງກ່າວ.
IS ໄດ້ອ້າງເອົາຄວາມຮັບຜິດຊອບ ໃນການວາງລະເບີດ 2 ຄັ້ງ ທີ່ເມືອງ Kerma ທາງພາກຕາເວັນອອກສຽງໃຕ້ ຂອງອີຣ່ານ ໃນຕົ້ນປີນີ້ ທີ່ເຮັດໃຫ້ມີຜູ້ເສຍຊີວິດເກືອບ 100 ຄົນ ແລະບາດເຈັບອີກຫຼາຍຄົນ. ກຸ່ມດັ່ງກ່າວໄດ້ແນເປົ້າໝາຍໃສ່ວັນຄົບຮອບ 4 ປີແຫ່ງການເສຍຊີວິດຂອງນາຍພົນ Qassem Soleimani ຜູ້ບັນຊາການກອງກຳລັງປ້ອງກັນປະຕິວັດອິດສະລາມ (IRGC).
ກ່ອນໜ້ານີ້, ໃນປີ 2022, IS ໄດ້ອ້າງເອົາຄວາມຮັບຜິດຊອບໃນການບຸກໂຈມຕີວິຫານຂອງຊາວ Shiite ຢູ່ ອີຣານ ເຮັດໃຫ້ 15 ຄົນເສຍຊີວິດ. IS ຍັງໄດ້ອ້າງເອົາຄວາມຮັບຜິດຊອບໃນການວາງລະເບີດສອງຄັ້ງໃນປີ 2017 ຂອງ ລັດຖະສະພາ ຂອງອີຣ່ານ ແລະສຸສານຂອງຜູ້ກໍ່ຕັ້ງສາທາລະນະລັດອິສລາມ ທ່ານ Ruhollah Khomeini.
ພາກໃຕ້
ທີ່ມາ
(0)