Vietnam.vn - Nền tảng quảng bá Việt Nam

ເປີດ​ງານ​ບຸນ ແທງ​ລອງ - ຮ່າ​ໂນ້ຍ

ຕອນ​ຄ່ຳ​ວັນ​ທີ 7/11, ຢູ່​ເຂດ​ປູຊະນີຍະສະຖານ​ວິຫານ​ຮຸ່ງ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ພິທີ​ເປີດ​ບຸນ​ເຕັດ​ແທງ​ລອງ - ຮ່າ​ໂນ້ຍ ຄັ້ງ​ທຳ​ອິດ​ປີ 2025 ດ້ວຍ​ຫົວ​ຂໍ້ “ມໍລະດົກ-​ເຊື່ອມ​ໂຍງ-ຍຸກ”.

Báo Nhân dânBáo Nhân dân07/11/2025

ພາບ​ພົດ​ທີ່​ພິ​ທີ​ໄຂ​ງານ​ບຸນ​ເຕັດ​ລອງ-ຮ່າ​ໂນ້ຍ ຄັ້ງ​ທຳ​ອິດ​ປີ 2025 ​ໃນ​ຕອນ​ຄ່ຳ​ວັນ​ທີ 7/11. (ພາບ: BAO LONG)
ພາບ​ພົດ​ທີ່​ພິ​ທີ​ໄຂ​ບຸນ​ເຕັດ​ລອງ -ຮ່າ ​ໂນ້ຍ ຄັ້ງ​ທຳ​ອິດ​ປີ 2025 ໃນ​ຕອນ​ຄ່ຳ​ວັນ​ທີ 7/11. (ພາບ: BAO LONG)

​ເຂົ້າ​ຮ່ວມ​ພິທີ​ມີ​ບັນດາ​ສະມາຊິກ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ: ທ່ານ ​ໄມ​ວັນ​ຈ້ຽນ, ຮອງ​ນາຍົກລັດຖະມົນຕີ; ຟ້າ​ມ​ທິ​ແທງ, ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ; ຫງວຽນ​ທິ​ແອງ, ຮອງ​ຫົວໜ້າ​ຄະນະ​ກຳມະການ​ນະ​ໂຍບາຍ ​ແລະ ຍຸດ​ທະ​ສາດ​ສູນ​ກາງ; ທ່ານ ຫງວຽນ​ແມ້ງ​ວູ, ກຳມະການ​ສູນ​ກາງ​ພັກ, ຮອງ​ລັດຖະມົນຕີ​ກະຊວງ ​ການ​ຕ່າງປະ​ເທດ​ຫວຽດ ນາມ.

ງານ​ບຸນ ​ແທງ​ລອງ - ຮ່າ​ໂນ້ຍ ຄັ້ງ​ທຳ​ອິດ​ປີ 2025 ​ແມ່ນ​ງານ​ຕະຫຼາດນັດ​ວັດທະນະທຳ, ສິລະ​ປະ​ຂະໜາດ​ໃຫຍ່​ໄດ້​ດຳ​ເນີນ​ແຕ່​ວັນ​ທີ 1 – 16/11 ດ້ວຍ​ກ່ວາ 30 ກິດຈະກຳ​ວັດທະນະທຳ, ສິລະ​ປະ ​ແລະ ທ່ອງ​ທ່ຽວ ​ທີ່​ເປັນ​ເອກະລັກ​ສະ​ເພາະ, ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສິລະ​ປິນດີ​ເດັ່ນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ນັບ​ພັນ​ຄົນ.

ບັນດາຈຸດພົ້ນເດັ່ນລວມມີ: Festival ຖະໜົນ, ການສະແດງສິລະປະພື້ນເມືອງ ແລະ ຍຸກສະໄໝ, ງານວາງສະແດງມໍລະດົກ, Festival Ao Dai, ການສະແດງຫັດຖະກຳ, ການໂອ້ລົມສົນທະນາ ແລະ ການເຄື່ອນໄຫວສ້າງເຄືອຂ່າຍທຸລະກິດສ້າງສັນ... ບັນດາການເຄື່ອນໄຫວງານບຸນໄດ້ແຜ່ຂະຫຍາຍໄປທົ່ວຫຼາຍບ່ອນຄື: ວິຫານ ຖາງລອງ, ທະເລສາບ ຮວ່າງກຽນ, ວັດວາອາຮາມ-ກວ໋ກຕື໋ຈ໋າ, ຫໍພິພິທະພັນຮ່າໂນ້ຍ. ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ເຊີດ​ຊູ​ບັນດາ​ຄຸນຄ່າ​ມໍລະດົກ, ຊຸກຍູ້​ບັນດາ​ຄຸນຄ່າ​ວັດທະນະທຳ​ໃນ​ການ​ພັດທະນາ​ອຸດສາຫະກຳ​ສ້າງສັນ. ພິ​ເສດ​ແມ່ນ​ພິທີ​ເປີດ​ງານ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສະ​ແດງ​ອາຊີບ​ເກືອບ 1.000 ຄົນ.

ທີ່ມາ: https://nhandan.vn/khai-mac-festival-thang-long-ha-noi-post921543.html


(0)

No data
No data

ປະທັບໃຈກັບຄວາມງາມຂອງບ້ານ Lo Lo Chai ໃນລະດູການດອກໄມ້ buckwheat
​ເຂົ້າ​ໜຸ່ມ​ມີ​ໄຕ​ພວມ​ຈູດ​ໄຟ, ຟົດ​ຟື້ນ​ດ້ວຍ​ຈັງຫວະ​ການ​ຕຳ​ຂອງ​ສັດຕູ​ພືດ​ເພື່ອ​ປູກ​ພືດ​ໃໝ່.
ພາບຫຍໍ້ຂອງແຂ້ແຂ້ຢູ່ຫວຽດນາມ, ປະຈຸບັນຕັ້ງແຕ່ສະ ໄໝ ໄດໂນເສົາ
ໃນ​ຕອນ​ເຊົ້າ​ນີ້, Quy Nhon ໄດ້​ຕື່ນ​ຂຶ້ນ​ໃນ​ຄວາມ​ເສຍ​ຫາຍ.

ມໍລະດົກ

ຮູບ

ທຸລະກິດ

ນຳ​ເອົາ​ຢາ​ພື້ນ​ເມືອງ​ຫວຽດນາມ ມາ​ໃຫ້​ເພື່ອນ​ມິດ​ຊູ​ແອັດ

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ