ກປ.ອອນໄລ - ວັນທີ 4 ຕຸລາ, ຕຳຫຼວດແຂວງ ລານເຊີນ ໄດ້ສົມທົບກັບສະມາຄົມແພດໜຸ່ມຫວຽດນາມ ແລະ ໂຮງໝໍທົ່ວໄປ ຮ່າໂນ້ຍ ຈັດຕັ້ງໂຄງການກວດກາ, ປິ່ນປົວພະຍາດ, ປຶກສາຫາລື, ສະໜອງຢາປົວພະຍາດໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນບັນດາຕາແສງຂອງເມືອງເກົ່າ ບັກເຊີນ.
ເຂົ້າຮ່ວມໂຄງການມີບັນດາການນໍາຂອງກອງບັນຊາການ ປກສ ແຂວງ; ການນຳໂຮງໝໍທົ່ວໄປຮ່າໂນ້ຍ; ການນຳບັນດາໝູ່ບ້ານໃນເມືອງເກົ່າ ບັກເຊີນ ແລະ ປະຊາຊົນເປັນຈຳນວນຫຼວງຫຼາຍ.
ພິເສດ, ບັນດາຫົວໜ່ວຍໄດ້ຈັດຕັ້ງການກວດກາ ແລະ ປຶກສາຫາລືການແພດໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ 2 ແຫ່ງຄື: ສູນ ການແພດ ແຂວງ ບັກເຊີນ ແລະ ສະຖານີການແພດຕາແສງ ຫວູລານ. ຢູ່ທີ່ຕັ້ງ, ຄະນະແພດໝໍ ແລະ ແພດໝໍຂອງບັນດາໜ່ວຍໄດ້ກວດກາ ແລະ ກວດພະຍາດຄື: ເສັ້ນເລືອດແຂງ, ກ້າມເນື້ອ, ພະຍາດຜິວໜັງ, ຫູ-ດັງ-ຄໍ, ຕາ, ເດັກ, ໂພຊະນາການ, ກວດເລືອດພື້ນຖານ... ໃຫ້ປະຊາຊົນ 1.000 ກວ່າຄົນ. ພ້ອມກັນນັ້ນ, ຍັງໄດ້ແຈກຢາຍຢາໃຫ້ປະຊາຊົນໂດຍບໍ່ເສຍຄ່າຕາມການກຳນົດ.
ໃນໂຄງການຍັງໄດ້ແນະນຳໃຫ້ປະຊາຊົນກ່ຽວກັບການປົກປ້ອງສຸຂະພາບ, ປ້ອງກັນພະຍາດໃນຊຸມຊົນ, ສຸຂະອະນາໄມສິ່ງແວດລ້ອມ, ພ້ອມທັງໃຫ້ຄວາມຮູ້ກ່ຽວກັບພະຍາດທີ່ມັກເກີດຂຶ້ນເຊັ່ນ: ຄວາມດັນເລືອດສູງ, ພະຍາດເບົາຫວານ, ພະຍາດລະບົບຫາຍໃຈເປັນຕົ້ນ.
ນີ້ແມ່ນການເຄື່ອນໄຫວຕອບສະໜອງໃຫ້ແກ່ໂຄງການ “ເພື່ອສຸຂະພາບຂອງຫວຽດນາມ”. ຜ່ານນັ້ນ, ມຸ່ງໄປເຖິງການສະໜັບສະໜູນ, ຊ່ວຍເຫຼືອ, ແບ່ງປັນໃຫ້ປະຊາຊົນທີ່ຕ້ອງການການປຶກສາຫາລືດ້ານສຸຂະພາບ, ກວດພະຍາດ, ປິ່ນປົວພະຍາດ, ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານສາທາລະນະສຸກຂອງປະຊາຊົນ, ຍົກສູງຄຸນນະພາບຊີວິດ ແລະ ຮັບປະກັນຊີວິດສັງຄົມ.
ທີ່ມາ: https://baolangson.vn/kham-chua-benh-mien-phi-cho-nguoi-dan-khu-vuc-bac-son-5060823.html
(0)