ດ້ວຍໝາກຜົນດ້ານການນຳເຂົ້າ ແລະ ສົ່ງອອກແຕ່ຕົ້ນປີ 2025 ມາຮອດປະຈຸບັນ, ແຜນພັດທະນາການນຳເຂົ້າ ແລະ ສົ່ງອອກຂອງແຂວງ ກວາງນິງ ປີ 2025 ຄາດວ່າຈະສຳເລັດຜົນເກີນຄາດໝາຍ, ປະກອບສ່ວນຊຸກຍູ້ການເຕີບໂຕ ເສດຖະກິດ ຂອງແຂວງໃຫ້ບັນລຸ 14% ໃນປີ 2025.
ແຂວງ ກວາງນິງ ຫາກໍ່ປະກາດແຜນການພັດທະນາການນໍາເຂົ້າ-ສົ່ງອອກ 2025 ດ້ວຍຫຼາຍເປົ້າໝາຍສະເພາະ, ໃນນັ້ນມີ: ວົງເງິນສົ່ງອອກຂອງບັນດາວິສາຫະກິດພາຍໃນແຂວງຈະເພີ່ມຂຶ້ນກວ່າ 12% ເມື່ອທຽບໃສ່ໄລຍະດຽວກັນ; ເພີ່ມອັດຕາສ່ວນສິນຄ້າອຸດສາຫະກຳປຸງແຕ່ງ ແລະ ຜະລິດທີ່ສົ່ງອອກໃຫ້ເປັນ 67% ຍອດວົງເງິນສົ່ງອອກຂອງວິສາຫະກິດທົ່ວແຂວງໃນປີ 2024. ແຂວງຍັງໄດ້ວາງຄາດໝາຍສະເພາະເພື່ອເຮັດໃຫ້ຕະຫຼາດສົ່ງອອກມີຄວາມຫຼາກຫຼາຍ, ໃນນັ້ນເພີ່ມອັດຕາສ່ວນຕະຫຼາດສົ່ງອອກໃນພາກພື້ນອາຊີໃຫ້ປະມານ 82% ຂອງຍອດວົງເງິນສົ່ງອອກໃນປີ 2024; ຕະຫຼາດສົ່ງອອກໃນພາກພື້ນເອີຣົບຈະບັນລຸປະມານ 10%; ຕະຫຼາດສົ່ງອອກອາເມລິກາຈະບັນລຸປະມານ 5%; ຕະຫຼາດສົ່ງອອກໃນພາກພື້ນອາຟຣິກາຈະບັນລຸປະມານ 1%; ຕະຫຼາດສົ່ງອອກໃນພາກພື້ນອື່ນໆຈະບັນລຸປະມານ 2% ຂອງຍອດມູນຄ່າການສົ່ງອອກໃນປີ 2025.
ນີ້ແມ່ນບັນດາເປົ້າໝາຍທີ່ໄດ້ວາງອອກໂດຍອີງໃສ່ພື້ນຖານຄວາມໝັ້ນຄົງຂອງແຂວງ ກວາງນິງ ດ້ວຍທ່າໄດ້ປຽບໃນການພັດທະນາເສດຖະກິດເວົ້າລວມ ແລະ ການນຳເຂົ້າ ແລະ ສົ່ງອອກເວົ້າສະເພາະ. ຍ້ອນວ່າດ້ວຍເສັ້ນຊາຍແດນທາງບົກເກືອບ 119 ກິໂລແມັດແລະຊາຍແດນທາງທະເລກັບຈີນ 191 ກິໂລແມັດ, ກວາງນິງແມ່ນແຂວງທີ່ມີເງື່ອນໄຂການຄ້າທີ່ດີກັບຈີນໂດຍຜ່ານລະບົບດ່ານຊາຍແດນທາງບົກແລະທາງທະເລ. ແຂວງຍັງເປັນເຈົ້າຂອງໂຄງລ່າງການສັນຈອນທີ່ທັນສະໄໝ, ດ້ວຍລະບົບທາງດ່ວນທີ່ເຊື່ອມຕໍ່ຈາກນະຄອນຫຼວງ ຮ່າໂນ້ຍ , ຜ່ານນະຄອນຫາຍຟ່ອງໄປເຖິງດ່ານຊາຍແດນເໝືອງກ່າຍເຊື່ອມຕໍ່ກັບຈີນ, ເປັນຕະຫຼາດໃຫຍ່ທີ່ມີຜູ້ຄົນກວ່າ 1 ຕື້ຄົນ. ກວາງນິງຍັງມີສະໜາມບິນສາກົນ, ລະບົບທ່າກຳປັ່ນທະເລພັດທະນາຫຼາຍ. ພ້ອມກັນນັ້ນ, ກວາງນິງ ຍັງແມ່ນທ້ອງຖິ່ນນຳໜ້າໃນທົ່ວປະເທດໃນການປະຕິຮູບດ້ານບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ສະດວກໃນ 7 ປີລຽນຕິດ (ແຕ່ປີ 2017 – 2023) ຢືນອັນດັບໜຶ່ງຢູ່ຫວຽດນາມ ໃນດັດຊະນີ PCI.
ນັບແຕ່ຕົ້ນປີ 2025 ເປັນຕົ້ນມາ, ການນຳເຂົ້າ ແລະ ສົ່ງອອກຂອງແຂວງ ກວາງນິງ ຍັງໄດ້ສະແດງໃຫ້ເຫັນບັນດາສັນຍານທີ່ດີ. ຕາມການລາຍງານຂອງສາຂາດ່ານພາສີຊາຍແດນ ມ໋ອງກ໋າຍ, ມາຮອດວັນທີ 8 ກຸມພາ 2025, ມີວິສາຫະກິດ 480 ແຫ່ງໄດ້ປະຕິບັດລະບຽບການພາສີຜ່ານດ່ານຊາຍແດນ, ເພີ່ມຂຶ້ນ 87 ວິສາຫະກິດເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ວົງເງິນການນໍາເຂົ້າ ແລະ ສົ່ງອອກບັນລຸ 493,56 ລ້ານ USD, ເພີ່ມຂຶ້ນ 24% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ການເຄື່ອນໄຫວຄ້າຂາຍສິນຄ້າຜ່ານດ່ານຊາຍແດນ ບັກ ຟອງ ກໍ່ໄດ້ເພີ່ມຂຶ້ນຢ່າງແຮງນັບແຕ່ຕົ້ນປີ ດ້ວຍມູນຄ່າການນໍາເຂົ້າ ແລະ ສົ່ງອອກບັນລຸ 7.406.690 USD, ເພີ່ມຂຶ້ນ 80.4%...
ຕາມຕົວເລກສະຖິຕິເບື້ອງຕົ້ນຂອງກົມພາສີ, ຍອດມູນຄ່າການນຳເຂົ້າ-ສົ່ງອອກຂອງແຂວງ ກວາງນິງ ໃນເດືອນ 1/2025 ບັນລຸກວ່າ 903,18 ລ້ານ USD, ຍອດມູນຄ່າການຄ້າ 34,54 ລ້ານ USD (ສະເພາະແມ່ນວົງເງິນສົ່ງອອກບັນລຸ 448,86 ລ້ານ USD, ວົງເງິນການນຳເຂົ້າບັນລຸ 414,32 ລ້ານ USD).
ພິເສດ, ວັນທີ 6 ກຸມພາ 2025, ຢູ່ນະຄອນ ມ໋ອງກ໋າ, ແຂວງ ກວ໋າງນິງ, ໄດ້ດຳເນີນພິທີລົງນາມໃນພິທີມອບ-ຮັບອາຄານຫ້ອງການ ແລະ ອຸປະກອນຫ້ອງທົດລອງກະສິກຳ ແລະ ສະບຽງອາຫານ (CCIC) ຢູ່ດ່ານຊາຍແດນ ບັກລວນ II. ຫ້ອງທົດລອງມີເນື້ອທີ່ທັງໝົດ 430 ຕາແມັດ, ອອກແບບ ແລະ ຕິດຕັ້ງອຸປະກອນທີ່ທັນສະໄໝຕາມມາດຕະຖານສາກົນ ISO 17025 ດ້ວຍຍອດເງິນລົງທຶນ 30 ຕື້ດົ່ງ. ການມີໜ່ວຍງານກວດກາຄຸນນະພາບຜະລິດຕະພັນເພີ່ມຂຶ້ນຈະແມ່ນໂອກາດທີ່ດີໃຫ້ແກ່ສິນຄ້າຫວຽດນາມທີ່ສົ່ງອອກໄປຈີນເວົ້າສະເພາະ ແລະ ຕະຫຼາດອື່ນໆ.
ຄຽງຄູ່ກັນນັ້ນ, ຕາມກະຊວງອຸດສາຫະກຳ ແລະ ການຄ້າແລ້ວ, ໃນປີ 2025, ບັນດາການເຄື່ອນໄຫວສົ່ງອອກຄາດວ່າຈະມີທ່າໄດ້ປຽບ ແລະ ມີຊ່ອງຫວ່າງໃນການເຕີບໂຕ ເນື່ອງຈາກອັດຕາເງິນເຟີ້ຂອງໂລກໄດ້ເຢັນລົງ ແລະ ຄວາມຕ້ອງການຂອງຕະຫຼາດສາກົນພວມຟື້ນຟູ.
ດ້ວຍບັນດາສັນຍານດີດັ່ງກ່າວ, ແຜນການພັດທະນາການນຳເຂົ້າ-ສົ່ງອອກຂອງແຂວງ ກວາງນິງ ປີ 2025 ຄາດວ່າຈະສຳເລັດເກີນຄາດໝາຍ, ປະກອບສ່ວນເຂົ້າໃນລະດັບເຕີບໂຕເສດຖະກິດຂອງແຂວງ 14% ໃນປີ 2025.
ທີ່ມາ
(0)