ດ້ວຍຄວາມຍາວ 35 ກິໂລແມັດ, ມີເຂດທະເລ, ຫາດຊາຍປະມານ 23.620 ເຮັກຕາ, ທະເລຢູ່ ຫາຍຮ່າ ມີອາຫານທະເລອັນລ້ຳຄ່າຫຼາຍຢ່າງຄື: ກຸ້ງ, ກະປູ, ປາ, ຫອຍເລືອດ, ແມ່ທ້ອງທະເລ … ສະນັ້ນ, ບໍ່ພຽງແຕ່ຊາວປະມົງໃນເມືອງເທົ່ານັ້ນ ຫາກຍັງຊາວປະມົງຈາກບັນດາທ້ອງຖິ່ນໃນແຂວງ ແລະ ຊາວປະມົງຈາກບັນດາແຂວງກໍ່ມາຂຸດຄົ້ນຫາປາຫາກິນອີກດ້ວຍ.
ຕາມທັດສະນະຂອງນັກປະພັນ Dinh Nhu Thai, ອາຫານທະເລອັນລ້ຳຄ່ານີ້ແມ່ນຂອງຂວັນທີ່ມະຫາສະໝຸດໄດ້ມອບໃຫ້ມະນຸດ. ຜ່ານທັດສະນະດັ່ງກ່າວ, ນັກປະພັນໄດ້ບັນທຶກຊຸດສະສົມຮູບພາບ “ຂອງຂວັນຈາກທະເລ” ແລະ ສົ່ງເຂົ້າໃນ ງານປະກວດຮູບພາບ ແລະ ວິດີໂອ “ສະບາຍດີຫວຽດນາມ” , ຈັດຕັ້ງໂດຍ ກະຊວງຖະແຫຼງຂ່າວ ແລະ ສື່ສານ .
ປະຊາຊົນເຮັດວຽກຢ່າງພາກພຽນດ້ວຍການຂຸດຄົ້ນອາຫານທະເລທຸກໆມື້.
ຂອງຂວັນທີ່ຍິ່ງໃຫຍ່ຂອງທະເລແມ່ນເກັບກ່ຽວໂດຍປະຊາຊົນ.
ເມືອງ ຫາຍຮ່າ, ແຂວງ ກວາງນິງ ມີຝັ່ງທະເລຍາວກວ່າ 10 ກິໂລແມັດ, ນ້ຳໄຫຼເຂົ້າແລະອອກຈາກປາກແມ່ນ້ຳ, ສ້າງເນື້ອທີ່ດິນນ້ຳຖ້ວມນັບພັນເຮັກຕາ, ເປັນເງື່ອນໄຂສະດວກໃຫ້ຝູງຫອຍແຄງດຳລົງຊີວິດ ແລະ ພັດທະນາ, ນີ້ແມ່ນແຫຼ່ງສິນໃນນ້ຳສຳຄັນໜຶ່ງໃນການພັດທະນາ ເສດຖະກິດ ຂອງເມືອງ./.
ຫວຽດນາມ.vn
(0)