
ປົກກະຕິບັນດາການເຄື່ອນໄຫວທີ່ກ່າວມາຂ້າງເທິງນັ້ນ ແມ່ນເມືອງໄດ້ສົມທົບກັນມອບບັດປະກັນ ສຸຂະພາບ ໃຫ້ເກືອບ 11.000 ກໍລະນີ; ຮອງຮັບ 72 ບ້ານ; ໄດ້ໃຫ້ການຝຶກອົບຮົມວິຊາຊີບໂດຍບໍ່ເສຍຄ່າ ແລະໄດ້ແນະນຳວຽກເຮັດງານທຳໃຫ້ແກ່ຄົນງານຫຼາຍຮ້ອຍຄົນ.
ພ້ອມກັນນັ້ນ, ໜູນຊ່ວຍເງິນກູ້ໃຫ້ 615 ກໍລະນີ ດ້ວຍຍອດຈຳນວນເງິນເກືອບ 28,4 ຕື້ດົ່ງ; ສະເໜີຍົກເວັ້ນຄ່າຮຽນໃຫ້ນັກສຶກສາຊາວເຜົ່າຈຳແລະຊາວເຜົ່າຂະແມ, ດ້ວຍຍອດຈຳນວນເງິນເກືອບ 3 ຕື້ດົ່ງ; ໜູນຊ່ວຍຄູອາຈານຊົນເຜົ່າ 50 ຄົນສອນພາສາຊົນເຜົ່າ ດ້ວຍຍອດເງິນເກືອບ 500 ລ້ານດົ່ງ...
ສະຖິຕິສະແດງໃຫ້ເຫັນວ່າ, ຢູ່ນະຄອນໂຮ່ຈິມິນ, ປະຈຸບັນມີ 54 ຊົນເຜົ່າ, ແຕ່ລະຊົນເຜົ່າຍາມໃດກໍ່ຮັກສາ ແລະ ເຊີດຊູເອກະລັກວັດທະນະທຳຂອງຊາວເຜົ່າຕົນ. ສິ່ງນັ້ນໄດ້ປະກອບສ່ວນສຳຄັນເຂົ້າໃນການກໍ່ສ້າງວັດທະນະທຳຫວຽດນາມທີ່ກ້າວໜ້າຢ່າງມີເອກະລັກສະເພາະ.
ທີ່ມາ






(0)