ວັນທີ 27 ມີນາ 2024, ໃນເວລາຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງຫວຽດນາມຕໍ່ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຮັບຮອງເອົາມະຕິ 2728 ກ່ຽວກັບການຢຸດຍິງຢູ່ເຂດ Gaza, ໂຄສົກກະຊວງ ການຕ່າງປະເທດ ຫວຽດນາມ Pham Thu Hang ຢືນຢັນວ່າ:
“ ຫວຽດນາມ ຊົມເຊີຍມະຕິເລກທີ 2728 ກ່ຽວກັບການຢຸດຍິງຢູ່ເຂດກາຊາ ທີ່ໄດ້ຮັບຮອງເອົາໂດຍສະພາຄວາມໝັ້ນຄົງ ສປຊ ເມື່ອວັນທີ 25 ມີນາ 2024, ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງປະຕິບັດມະຕິມຸ່ງໄປເຖິງການຢຸດຍິງຢ່າງໝັ້ນຄົງຢູ່ພາກພື້ນ, ຍູ້ແຮງການໜູນຊ່ວຍດ້ານມະນຸດສະທຳ, ປົກປ້ອງພົນລະເມືອງ ແລະ ພື້ນຖານໂຄງລ່າງ.
ຫວຽດນາມ ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງປະຊາຄົມໂລກໃນການຊຸກຍູ້ບັນດາຝ່າຍປະຕິບັດບັນດາມາດຕະການຍັບຍັ້ງ, ເຈລະຈາ, ແກ້ໄຂບັນດາຄວາມຂັດແຍ້ງກັນໂດຍ ສັນຕິວິ ທີ, ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ ເພື່ອແນໃສ່ບັນລຸໄດ້ບັນດາມາດຕະການແກ້ໄຂຢ່າງຍຸດຕິທຳ, ເປັນທີ່ເພິ່ງພໍໃຈ ແລະ ຍາວນານສຳລັບຂະບວນການສັນຕິພາບຕາເວັນອອກກາງ./. "
ກະຊວງການຕ່າງປະເທດ Portal






(0)