ລັດຖະມົນຕີກະຊວງປ້ອງກັນປະເທດຈີນ ທ່ານ Li Shangfu
ຂ່າວ ແຈ້ງ ວ່າ, ວັນທີ 4 ກໍລະກົດນີ້, ທີ່ປຶກສາແຫ່ງລັດແລະລັດຖະມົນຕີວ່າການກະຊວງປ້ອງກັນປະເທດຈີນ Li Shangfu ໄດ້ພົບປະກັບຜູ້ບັນຊາການກອງທັບເຮືອຣັດເຊຍ Nikolai Yevmenov ຢູ່ນະຄອນຫຼວງປັກກິ່ງໃນມື້ກ່ອນເພື່ອປຶກສາຫາລືກ່ຽວກັບການຮ່ວມມືດ້ານປ້ອງກັນປະເທດສອງຝ່າຍ.
ຕາມຖະແຫຼງການຂອງ ກະຊວງປ້ອງກັນປະເທດ ຈີນ, ທ່ານຫຼີເຄີ້ສຽງກ່າວວ່າ, ພາຍໃຕ້ການຊີ້ນຳຍຸດທະສາດຂອງຜູ້ນຳສອງປະເທດ, ການແລກປ່ຽນແລະການຮ່ວມມືລະຫວ່າງກອງທັບຈີນແລະຣັດເຊຍໄດ້ພັດທະນາຢ່າງບໍ່ຢຸດຢັ້ງ, ກອງທັບເຮືອສອງປະເທດໄດ້ພົວພັນແລະແລກປ່ຽນກັນເລື້ອຍໆ.
ທ່ານລັດຖະມົນຕີ ຫຼີເຄີ້ສຽງ ປາດຖະໜາວ່າ 2 ຝ່າຍຈະເພີ່ມທະວີການພົວພັນຮ່ວມມືທຸກຂັ້ນ, ດຳເນີນການຊ້ອມຮົບຮ່ວມ, ລາດຕະເວນ ແລະ ແຂ່ງຂັນເປັນປະຈຳ, ແລະ ເປີດກວ້າງການຮ່ວມມືຕົວຈິງໃນບັນດາຂົງເຂດພິເສດເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.
ທ່ານ Yevmenov ໃຫ້ຮູ້ວ່າ: ລັດເຊຍຖືເປັນສຳຄັນການເພີ່ມທະວີການຮ່ວມມືຕົວຈິງລະຫວ່າງກອງທັບສອງປະເທດໃນຫຼາຍຂົງເຂດ.
ກອງທັບອາກາດຣັດເຊຍ-ຈີນດຳເນີນການລາດຕະເວນຮ່ວມ, ສ.ເກົາຫຼີ-ຍີ່ປຸ່ນສົ່ງຍົນຮົບຕອບໂຕ້
ທ່ານກ່າວວ່າ, ລັດເຊຍຍິນດີຮັກສາການປະສານສົມທົບຢ່າງແໜ້ນແຟ້ນກັບຈີນ, ປະຕິບັດຄວາມເຫັນດີເຫັນພ້ອມທີ່ສຳຄັນຂອງການນຳສອງປະເທດບັນລຸໄດ້, ສືບຕໍ່ເປີດກວ້າງການແລກປ່ຽນທາງທະເລທຸກຂັ້ນ, ຮ່ວມກັນດຳເນີນການຊ້ອມຮົບທີ່ສຳຄັນເຊັ່ນການລາດຕະເວນຮ່ວມທາງທະເລແລະການຊ້ອມຮົບຮ່ວມ, ຊຸກຍູ້ການພົວພັນ ທາງການທະຫານ ລະຫວ່າງສອງປະເທດໃຫ້ສູງຂຶ້ນ.
ຝ່າຍສື່ມວນຊົນຣັດເຊຍ, ອົງການຂ່າວ TASS ໄດ້ອ້າງຄຳເວົ້າຂອງກະຊວງປ້ອງກັນປະເທດຣັດເຊຍທີ່ກ່າວວ່າ, ທ່ານ Yevmenov ແລະ ທ່ານລັດຖະມົນຕີ Li ໄດ້ແລກປ່ຽນຄວາມເຫັນກ່ຽວກັບການຮ່ວມມືໃນຂົງເຂດການທະຫານເຮືອຕື່ມອີກ, ໂດຍສະເພາະໃນພາກພື້ນອາຊີ-ປາຊີຟິກ.
ຕາມກະຊວງປ້ອງກັນປະເທດຣັດເຊຍແລ້ວ, ທ່ານ Yevmenov ຍັງມີກຳນົດຈະພົບປະກັບຜູ້ບັນຊາການກອງທັບເຮືອຈີນ Dong Jun, ຢ້ຽມຢາມວິສາຫະກິດກໍ່ສ້າງກຳປັ່ນ, ຖານທັບເຮືອ ແລະ ສູນຝຶກຊ້ອມຢູ່ນະຄອນ Shanghai ແລະ Qingdao.
ຜູ້ບັນຊາການກອງທັບເຮືອຣັດເຊຍຍັງໄດ້ໄປຢ້ຽມຢາມກຳປັ່ນຂອງກອງກຳລັງຂອງປະເທດຕົນຢູ່ພາກພື້ນປາຊີຟິກທີ່ໄປຢ້ຽມຢາມຈີນໃນການເດີນທາງໄລຍະໄກ.
ແຫຼ່ງທີ່ມາ
(0)