(vovworld) – ງານບຸນວັດທະນະທຳ - ທ່ອງທ່ຽວ ຫວຽດນາມ ແລະ ໂຄງການແນະນຳທ່ອງທ່ຽວຫວຽດນາມ ຢູ່ ຈີນ ດ້ວຍຫຼາຍກິດຈະກຳທີ່ດຶງດູດໃຈຈະດຳເນີນໃນວັນທີ 5 ແລະ 8/11.
ວັນທີ 5 ພະຈິກນີ້, ຢູ່ນະຄອນຄຸນໝິງ, ແຂວງຢຸນນານໄດ້ດຳເນີນໄປໃນວັນທີ 5 ພະຈິກ ແລະ ວັນທີ 8 ພະຈິກນີ້, ງານບຸນວັດທະນະທຳ-ທ່ອງທ່ຽວຫວຽດນາມ ແລະ ໂຄງການສົ່ງເສີມການທ່ອງທ່ຽວຢູ່ນະຄອນຄຸນໝິງ ແລະ ນະຄອນຈົງກິ່ງ ແມ່ນການເຄື່ອນໄຫວສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງສາຍພົວພັນ ທາງການທູດ ລະຫວ່າງຫວຽດນາມ - ຈີນ ແລະ "ປີແລກປ່ຽນວັດທະນະທຳຫວຽດນາມ - ຈີນ" ປີ 2025. ງານບຸນບໍ່ພຽງແຕ່ປະກອບສ່ວນຍົກສູງຄຸນຄ່າວັດທະນະທຳພື້ນເມືອງທີ່ເປັນເອກະລັກສະເພາະຂອງສອງຊາດເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ປະຊາຊົນສອງປະເທດເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນໂດຍຜ່ານບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳ, ສິລະປະການທ່ອງທ່ຽວ.
ໂຄງການດັ່ງກ່າວໂດຍກົມທ່ອງທ່ຽວແຫ່ງຊາດຫວຽດນາມ ເປັນເຈົ້າພາບ, ສົມທົບກັບບັນດາຫົວໜ່ວຍຂຶ້ນກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ; ບັນດາອົງການຜູ້ຕາງໜ້າການທູດຫວຽດນາມປະຈຳຈີນ; ພະແນກທ່ອງທ່ຽວ, ພະແນກວັດທະນະທໍາ, ກິລາ ແລະ ທ່ອງທ່ຽວບັນດາທ້ອງຖິ່ນ; ສາຍການບິນ ແລະທຸລະກິດການທ່ອງທ່ຽວ. ເຫດການດັ່ງກ່າວບໍ່ພຽງແຕ່ມີຄວາມໝາຍທາງການທູດເທົ່ານັ້ນ, ຫາກຍັງແມ່ນຂົວຕໍ່ທີ່ສຳຄັນ, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ ແລະ ຄວາມວັດທະນາຖາວອນລວມຂອງຫວຽດນາມ ແລະ ຈີນ ໃນອະນາຄົດ.
ງານມະໂຫລານວັດທະນະທຳ-ທ່ອງທ່ຽວຫວຽດນາມ ແລະ ໂຄງການແນະນຳການທ່ອງທ່ຽວຫວຽດນາມຢູ່ຄຸນໝິງ (5 ພະຈິກ) ແລະ ນະຄອນຈົງກິ່ງ (8 ພະຈິກ)
ດ້ວຍບັນດາການເຄື່ອນໄຫວດ້ານອື່ນໆຄື: ງານວາງສະແດງຮູບພາບກ່ຽວກັບມໍລະດົກ - ວັດທະນະທຳ - ທ່ອງທ່ຽວ ຫວຽດນາມ; ແນະນຳອາຫານຫວຽດນາມ; ງານພົບປະແລກປ່ຽນສິລະປະ, ງານວາງສະແດງຈະນຳມາເຊິ່ງຈຸດວັດທະນະທຳທີ່ເປັນເອກະລັກສະເພາະ ແລະ ຄຸນຄ່າພື້ນເມືອງຂອງຫວຽດນາມ, ຜ່ານນັ້ນຊຸກຍູ້ຄວາມເຂົ້າໃຈ ແລະ ການເຊື່ອມໂຍງລະຫວ່າງປະຊາຊົນສອງປະເທດ, ຂຸດຄົ້ນ ແລະ ເຫັນຄຸນຄ່າວັດທະນະທຳຂອງກັນແລະກັນ. ພ້ອມກັນນັ້ນ, ແນະນຳຮູບພາບ ແລະ ຍີ່ຫໍ້ແຫຼ່ງທ່ອງທ່ຽວທີ່ປອດໄພ, ເປັນມິດ, ໄມຕີຈິດ ແລະ ແບບຍືນຍົງ; ສະເໜີນະໂຍບາຍ ແລະ ແນວທາງໃໝ່ຂອງລັດຖະບານຫວຽດນາມ ກ່ຽວກັບການທ່ອງທ່ຽວ, ທິດພັດທະນາການທ່ອງທ່ຽວຂອງຫວຽດນາມ; ແນະນຳບັນດາຜະລິດຕະພັນທ່ອງທ່ຽວທີ່ເໝາະສົມ ແລະ ເປັນທີ່ດຶງດູດໃຈໃຫ້ນັກທ່ອງທ່ຽວຈີນໃນສະພາບຫຼັງໂລກລະບາດ.
ບັນດາການເຄື່ອນໄຫວກໍ່ປະກອບສ່ວນແນະນຳ ແລະ ຊຸກຍູ້ການເຕີບໂຕຂອງຈຳນວນນັກທ່ອງທ່ຽວ, ໃນນັ້ນມີການຊຸກຍູ້ການຂະຫຍາຍຖ້ຽວບິນໂດຍກົງລະຫວ່າງບັນດານະຄອນໃຫຍ່ຂອງຈີນ ແລະ ບັນດາແຫຼ່ງທ່ອງທ່ຽວສຳຄັນຂອງ ຫວຽດນາມ. ພ້ອມກັນນັ້ນ, ບັນດາການພົບປະ, ເຊື່ອມໂຍງ, ເຈລະຈາ, ຊຸກຍູ້ການຮ່ວມມື ແລະ ເຊັນສັນຍາໄດ້ດຳເນີນໄປເພື່ອຊຸກຍູ້ຈຳນວນນັກທ່ອງທ່ຽວສອງສົ້ນ ຫວຽດນາມ - ຈີນ ເປັນຕົ້ນແມ່ນການຟື້ນຟູຖ້ຽວບິນໂດຍກົງ, ຊ່ວຍເພີ່ມທະວີການເຂົ້າເຖິງບັນດາສະຖານທີ່ທ່ອງທ່ຽວສຳຄັນຂອງ ຫວຽດນາມ.
ໂດຍການເພີ່ມທະວີການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດ, ພິເສດແມ່ນຂົງເຂດວັດທະນະທຳ - ທ່ອງທ່ຽວ, ງານບຸນແລກປ່ຽນວັດທະນະທຳ - ທ່ອງທ່ຽວຫວຽດນາມ ຢູ່ນະຄອນ ຄຸນໝິງ ແລະ ເມືອງ Chongqing ບໍ່ພຽງແຕ່ມີຄວາມໝາຍທາງການທູດເທົ່ານັ້ນ ຫາກຍັງແມ່ນຂົວຕໍ່ສຳຄັນ, ປະກອບສ່ວນພັດທະນາແບບຍືນຍົງ ແລະ ວັດທະນາຖາວອນຂອງຫວຽດນາມ - ຈີນ ໃນອະນາຄົດ./.
ທີ່ມາ: https://toquoc.vn/sap-dien-ra-le-hoi-van-hoa-du-lich-viet-nam-tai-trung-quoc-20241101134814317.htm
(0)