ຄະນະກຳມະການປະຊາຊົນແຂວງ ດັກລັກ ແລະ ມະຫາວິທະຍາໄລ ເສດຖະກິດ ນະຄອນ ໂຮ່ຈີມິນ ໄດ້ດຳເນີນພິທີລົງນາມໃນສັນຍາຮ່ວມມືໄລຍະ 2025-2030.
ສັນຍາດັ່ງກ່າວແນໃສ່ເພີ່ມທະວີການປະສານງານໃນການປຶກສາຫາລືດ້ານນະໂຍບາຍ ແລະ ກວດກາຄືນ, ການຝຶກອົບຮົມ ແລະ ພັດທະນາຊັບພະຍາກອນມະນຸດ, ຄົ້ນຄວ້າ ວິທະຍາສາດ ແລະ ເຕັກໂນໂລຊີ , ນະວັດຕະກຳ, ການຫັນເປັນດິຈິຕອລ, ການພັດທະນາຕົວເມືອງສະຫຼາດ ແລະ ການຮ່ວມມືສາກົນ.
ຕາມຂໍ້ຕົກລົງ, 2 ຝ່າຍໄດ້ວາງທິດທາງການຮ່ວມມືໃນ 5 ເນື້ອໃນລວມມີ: ປຶກສາຫາລື ແລະ ກວດກາຄືນບັນດານະໂຍບາຍໜູນຊ່ວຍຍຸດທະສາດພັດທະນາ ແລະ ສະເໜີບັນດາມາດຕະການແກ້ໄຂໃນການຄຸ້ມຄອງເສດຖະກິດ - ສັງຄົມຂອງແຂວງ ດັກລັກ ; ຝຶກອົບຮົມ, ຊຸກຍູ້ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ ແລະ ເປັນຄະນະຊີ້ນຳຍຸດທະສາດກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ ເພື່ອຮັບໃຊ້ບັນດາຂະແໜງເສດຖະກິດສຳຄັນຂອງແຂວງ ດັກລັກ; ການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ, ການຫັນເປັນດິຈິຕອນ; ການພັດທະນາຕົວເມືອງທີ່ສະຫຼາດ; ການຮ່ວມມືສາກົນ.
ໄລຍະ 2025-2030, ມະຫາວິທະຍາໄລເສດຖະກິດນະຄອນ ໂຮ່ຈີມິນ ຈະໜູນຊ່ວຍແຂວງ ດັກລັກ ສ້າງບົດລາຍງານຍຸດທະສາດ, ໂຄງການພັດທະນາ, ຄົ້ນຄວ້າຮູບແບບເສດຖະກິດໃໝ່, ຜັນຂະຫຍາຍບັນດາໂຄງການຝຶກອົບຮົມ, ວິຊາສະເພາະໃຫ້ແກ່ພະນັກງານຂອງແຂວງ.
ການນຳແຂວງ ດັກລັກ ປາດຖະໜາວ່າ ມະຫາວິທະຍາໄລເສດຖະກິດນະຄອນ ໂຮ່ຈີມິນ ຈະສືບຕໍ່ສົມທົບ, ແນະນຳ ແລະ ໜູນຊ່ວຍບັນດາທ້ອງຖິ່ນໃນບັນດາຂົງເຂດສຳຄັນ, ພິເສດແມ່ນຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ວາງນະໂຍບາຍມຸ່ງໄປເຖິງເປົ້າໝາຍການເຕີບໂຕໄວ ແລະ ຍືນຍົງ.
ປະຕິບັດຂໍ້ຕົກລົງດັ່ງກ່າວ, ຄະນະປະຈຳພັກແຂວງ ໄດ້ມອບໝາຍໃຫ້ພະແນກພາຍໃນແຂວງເປັນເສນາທິການລວມ, ບັນດາພະແນກການ, ຂະແໜງການທີ່ກ່ຽວຂ້ອງ, ໂດຍອີງໃສ່ໜ້າທີ່ຂອງຕົນ, ຈະສົມທົບກັບມະຫາວິທະຍາໄລເສດຖະກິດນະຄອນ ໂຮ່ຈີມິນ ສ້າງແຜນການຈັດຕັ້ງປະຕິບັດແຕ່ລະເນື້ອໃນການຮ່ວມມື.
ທ່ານ ດຣ ດິງກົງຄາຍ, ຮອງອະທິການບໍດີມະຫາວິທະຍາໄລເສດຖະກິດນະຄອນ ໂຮ່ຈີມິນ ຢືນຢັນວ່າ: ມະຫາວິທະຍາໄລເສດຖະກິດນະຄອນ ໂຮ່ຈີມິນ ຈະລະດົມບັນດານັກຊ່ຽວຊານ, ນັກວິທະຍາສາດນຳໜ້າ ເພື່ອປະຕິບັດບັນດາໂຄງການຮ່ວມມືຢ່າງແທດຈິງ ແລະ ມີປະສິດທິຜົນ.
ໂຮງຮຽນໃຫ້ຄຳໝັ້ນສັນຍາໜູນຊ່ວຍແຂວງ ດັກລັກ ໃນການໃຫ້ຄຳປຶກສາດ້ານຍຸດທະສາດ, ການຄົ້ນຄວ້າວິທະຍາສາດ, ການຫັນເປັນດີຈີຕອນ, ນະວັດຕະກຳ ແລະ ການພັດທະນາຊັບພະຍາກອນມະນຸດ ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ.
ພິທີລົງນາມໃນສັນຍາຮ່ວມມືລະຫວ່າງຄະນະກຳມະການປະຊາຊົນແຂວງ ດັກລັກ ແລະ ມະຫາວິທະຍາໄລເສດຖະກິດນະຄອນ ໂຮ່ຈີມິນ ແມ່ນຂີດໝາຍສຳຄັນໃນການເພີ່ມພູນຄູນສ້າງການພົວພັນລະຫວ່າງບັນດາອົງການຄຸ້ມຄອງລັດ ແລະ ສະຖາບັນຝຶກອົບຮົມ ແລະ ຄົ້ນຄ້ວາ, ປະກອບສ່ວນຊຸກຍູ້ການພັດທະນາແບບຍືນຍົງ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງ ແລະ ຄຸນນະພາບການຄຸ້ມຄອງຂອງແຂວງໃນໄລຍະໃໝ່.
ທີ່ມາ: https://baolamdong.vn/tang-cuong-hop-tac-giua-tinh-dak-lak-va-dai-hoc-kinh-te-thanh-pho-ho-chi-minh-403027.html






(0)