
ຕາມທ່ານ Duong Van Bac, ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Novaland ແລ້ວ, ຫວ່າງມໍ່ໆມານີ້, ໂຄງການໄດ້ພົບບັນຫາທາງດ້ານກົດໝາຍເຮັດໃຫ້ການເຄື່ອນໄຫວລົງທຶນຖືກຂັດຂວາງ, ຄວາມຄືບໜ້າບໍ່ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ, ສົ່ງຜົນກະທົບຕໍ່ລູກຄ້າ ແລະ ຄູ່ຮ່ວມມື. ຍ້ອນໄດ້ຮັບການຊີ້ນຳຢ່າງໃກ້ຊິດຂອງລັດຖະບານ ແລະ ຈິດໃຈໃຫ້ການສະໜັບສະໜູນຢ່າງສູງສຸດຈາກການນຳຂອງຄະນະພັກແຂວງ, ຄະນະປະຈຳພັກແຂວງ, ຄະນະ, ສາຂາ ແລະ ຂະແໜງການໄດ້ຜ່ານຜ່າໄລຍະຫຍຸ້ງຍາກ.
ສະເພາະທ້າຍເດືອນ ມິຖຸນາ 2025, ອຳນາດການປົກຄອງທ້ອງຖິ່ນ ໄດ້ຮັບຮອງເອົາຮ່າງແຜນການລະອຽດ 1/500 ໃຫ້ແກ່ບັນດາໂຄງການອົງປະກອບ, ເປັນຂີດໝາຍການຜັນຂະຫຍາຍບັນດາສິ່ງກີດຂວາງທາງດ້ານກົດໝາຍຂອງໂຄງການ. ນີ້ແມ່ນຈຸດຫັນປ່ຽນທີ່ສຳຄັນເພື່ອຊ່ວຍໃຫ້ໂຄງການເລີ່ມຕົ້ນຄືນໃໝ່ຢ່າງຮອບດ້ານ.

ຕາມແຜນການແລ້ວ, ໂຄງການຈະສຳເລັດໃນປີ 2026 ແລະ ກຸ່ມບໍລິສັດຍັງຈະເລີ່ມກໍ່ສ້າງສະຖານທີ່ສຳຄັນຫຼາຍແຫ່ງຄື: ໂຮງຮຽນ, ແພດໝໍ , ສູນບັນເທິງອະເນກປະສົງ, ໂຮງແຮມ 5 ດາວ... ຄາດວ່າໄລຍະ 2025-2028, Aqua City ຈະຈ່າຍງົບປະມານແຫ່ງລັດປະມານ 23.000 ຕື້ດົ່ງ.
ກ່າວຄຳເຫັນທີ່ພິທີ, ທ່ານປະທານຄະນະກຳມະການປະຊາຊົນແຂວງ ດົ່ງນາຍ ທ່ານ Vo Tan Duc ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມ ແລະ ຄວາມເປີດອົກເປີດໃຈຂອງກຸ່ມບໍລິສັດ Novaland ໃນການສົມທົບກັບອຳນາດການປົກຄອງທ້ອງຖິ່ນ ເພື່ອຜັນຂະຫຍາຍບັນດາລະບຽບກົດໝາຍຂອງໂຄງການ. ການເກັບກູ້ກົດໝາຍ ແລະ ການເລີ່ມດຳເນີນໂຄງການຄືນໃໝ່ບໍ່ພຽງແຕ່ຊ່ວຍໃຫ້ວິສາຫະກິດຟື້ນຟູການເຄື່ອນໄຫວຂອງຕົນເທົ່ານັ້ນ, ຫາກຍັງສ້າງກຳລັງແຮງໃຫ້ແກ່ການພັດທະນາພື້ນຖານໂຄງລ່າງ, ຕົວເມືອງ, ການບໍລິການ ແລະ ການທ່ອງທ່ຽວຂອງແຂວງ. Aqua City ຈະເປັນແບບຢ່າງໃນການພັດທະນາຕົວເມືອງນິເວດແຄມແມ່ນ້ຳ, ປະກອບສ່ວນສ້າງໜ້າທີ່ໃໝ່ໃຫ້ແຂວງ ດົ່ງນາຍ.

ການນຳແຂວງກໍ່ຕີລາຄາສູງການຮ່ວມມືຂອງວິສາຫະກິດ ແລະ ລັດຖະບານ ໃນການຜ່ານຜ່າຄວາມຫຍຸ້ງຍາກ, ຮັບປະກັນຄວາມສາມັກຄີປອງດອງກັນລະຫວ່າງລັດ - ວິສາຫະກິດ - ປະຊາຊົນ. ນີ້ແມ່ນໜຶ່ງໃນບັນດາໂຄງການສຳຄັນ, ມີຄວາມໝາຍສຳຄັນພິເສດໃນຍຸດທະສາດພັດທະນາຕົວເມືອງຂອງແຂວງ, ຄາດວ່າຈະປະກອບສ່ວນສ້າງສາຕົວເມືອງຕາມແຄມແມ່ນ້ຳທີ່ທັນສະໄໝ, ຊຸກຍູ້ການພັດທະນາພື້ນຖານໂຄງລ່າງ - ເສດຖະກິດ - ສັງຄົມ - ການທ່ອງທ່ຽວ ແລະ ການບໍລິການ.
ການນຳແຂວງຫວັງວ່າວິສາຫະກິດຈະສືບຕໍ່ພັດທະນາຢ່າງແຂງແຮງ, ເປີດກວ້າງການລົງທຶນ, ປະຕິບັດບັນດາໂຄງການຂະໜາດໃຫຍ່, ມີຄຸນນະພາບກ່ວາອີກ.

ໂຄງການ Aqua City ພວມກໍ່ສ້າງຢູ່ລຽບຕາມແມ່ນ້ຳດົ່ງນາຍ ດ້ວຍເນື້ອທີ່ກວ່າ 1.000 ເຮັກຕາ, ໃນນັ້ນ 70% ແມ່ນສະຫງວນໃຫ້ພື້ນທີ່ສີຂຽວ, ພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກພາຍໃນ. ໂຄງການດັ່ງກ່າວຕັ້ງຢູ່ເສັ້ນທາງ 2 ແກນ, ເຊື່ອມຕໍ່ທາງຫຼວງແຫ່ງຊາດ 51 ໂດຍກົງ ແລະ ທາງດ່ວນນະຄອນ ໂຮ່ຈີມິນ - ລອງແທ່ງ - ດ່າວຢາ, ໃນຕໍ່ໜ້າຈະໄດ້ຮັບຜົນປະໂຫຍດຈາກບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງຕົ້ນຕໍຄື: ຂົວ ດົ່ງນາຍ 2, ທາງດ່ວນ ບຽນຮ່ວາ - ຫວຸງເຕົ່າ, ເສັ້ນທາງລົດໄຟໃຕ້ດິນ Suoi Tien - Long Thanh, ສະໜາມບິນສາກົນ Long Thanh...
ທີ່ມາ: https://www.sggp.org.vn/thao-go-toan-bo-vuong-mac-phap-ly-cho-du-an-aqua-city-tai-dong-nai-post823629.html






(0)