ຕອນບ່າຍວັນທີ 2 ພະຈິກ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ແລະ ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດເຕັກໂນໂລຢີສູງ ຫວຽດນາມ - ໂຮນລັງ ຢູ່ສູນຄົ້ນຄວ້າ ແລະພັດທະນາ (R&D) ຂອງກຸ່ມບໍລິສັດ Samsung.
ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ສະແດງຄວາມດີໃຈທີ່ຫຼັງຈາກມາຢ້ຽມຢາມຫວຽດນາມ ພຽງ 11 ເດືອນ, ຫວຽດນາມ ໄດ້ມີສູນປະດິດສ້າງ ແລະ ສູນຄົ້ນຄ້ວາ ແລະ ພັດທະນາ.
ທ່ານນາຍົກລັດຖະມົນຕີໂຮນລັງໃຫ້ຮູ້ວ່າ, ໃນການຢ້ຽມຢາມຫວຽດນາມຄັ້ງນີ້, ທ່ານໄດ້ພ້ອມກັບຄະນະຜູ້ແທນເກືອບ 30 ວິສາຫະກິດເຕັກໂນໂລຊີສູງແຖວໜ້າຂອງໂຮນລັງ. ມີບໍລິສັດເຕັກໂນໂລຊີສູງຂອງໂຮນລັງຫຼາຍແຫ່ງໄດ້ເລີ່ມດຳເນີນບັນດາໂຄງການລົງທຶນ, ມີວິສາຫະກິດອື່ນໆພວມຄົ້ນຄວ້າ ແລະ ຈະລົງທຶນ ແລະ ຮ່ວມມືຢູ່ ຫວຽດນາມ.
ທ່ານ Mark Rutte ເຊື່ອໝັ້ນວ່າ ຈະມີວິສາຫະກິດດັ່ງກ່າວມາຫວຽດນາມ ນັບມື້ນັບຫລາຍຂຶ້ນ ເພາະຫວຽດນາມ ມີຄວາມສາມາດບົ່ມຊ້ອນ ແລະ ເງື່ອນໄຂສະດວກເພື່ອກ້າວຂຶ້ນສູ່ຕຳແໜ່ງສູງໃນຕ່ອງໂສ້ການສະໜອງໃນທົ່ວໂລກ.
ເພື່ອດຶງດູດວິສາຫະກິດ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ເນັ້ນໜັກວ່າ ຫວຽດນາມ ຮັບປະກັນສະພາບແວດລ້ອມ ດ້ານການເມືອງ , ຄວາມໝັ້ນຄົງ, ເສດຖະກິດມະຫາພາກໃຫ້ແກ່ບັນດານັກລົງທຶນດຳເນີນທຸລະກິດໃນໄລຍະຍາວ.
ຫວຽດນາມ ຈະສືບຕໍ່ປັບປຸງບັນດາສະຖາບັນ, ກົນໄກ ແລະ ນະໂຍບາຍ, ຊຸກຍູ້ການປະຕິຮູບລະບຽບການບໍລິຫານ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຜ່ານນັ້ນສ້າງຄວາມສະດວກ, ຫຼຸດຜ່ອນຄ່າປະຕິບັດຕາມ, ຄ່າຂົນສົ່ງ, ຍົກສູງຄວາມສາມາດແກ່ງແຍ້ງຂອງທຸລະກິດ.
ກັບ ໂຮນລັງ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຖືວ່າ 2 ຝ່າຍມີການພົວພັນອັນດີງາມ ແລະ ນີ້ແມ່ນພື້ນຖານເພື່ອໃຫ້ 2 ຝ່າຍມີຄວາມເຊື່ອໝັ້ນ ແລະ ຄາດໝາຍຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນໃຫ້ນັບມື້ນັບດີກ່ວາອີກ. ພ້ອມກັນນັ້ນ, ບັນດາວິສາຫະກິດຂອງສອງປະເທດຈະເພີ່ມທະວີການເຊື່ອມຕໍ່, ແບ່ງປັນ ແລະ ຄວາມເຊື່ອໝັ້ນໃນການລົງທຶນ.
ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາບໍລິສັດເຕັກໂນໂລຢີສູງຂອງໂຮນລັງຮຽນຈາກປະສົບການຂອງ Samsung ແລະ ສືບຕໍ່ສົມທົບກັນຢ່າງຕັ້ງໜ້າກັບຫວຽດນາມ ເພື່ອເປີດກວ້າງການພົວພັນຮ່ວມມື ແລະ ການລົງທຶນ, ຕັ້ງໜ້າປະກອບສ່ວນແນວຄວາມຄິດໃຫ້ສົມບູນແບບ, ຄົ້ນຄວ້າ ແລະຖ່າຍທອດເຕັກໂນໂລຢີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ສົມທົບກັນປະຕິບັດບັນດາການເຄື່ອນໄຫວຮ່ວມມືດ້ານທຸລະກິດຢ່າງມີປະສິດທິຜົນ ແລະ ປະສົບຜົນສຳເລັດ, ນຳມາເຊິ່ງຜົນປະໂຫຍດຕົວຈິງໃຫ້ສອງປະເທດ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ປາດຖະໜາວ່າ ບັນດາວິສາຫະກິດ ໂຮນລັງ ມີແຜນການສະເພາະລົງທຶນ ແລະ ເຊື່ອມຕໍ່ບັນດາວິສາຫະກິດ ຫວຽດນາມ ໃນຂົງເຂດກະສິກຳເຕັກໂນໂລຢີສູງ, ພະລັງງານໃໝ່, ພະລັງງານທົດແທນ, ຊິບ semiconductor, ການປັບຕົວກັບການປ່ຽນແປງດິນຟ້າອາກາດ ແລະ ອື່ນໆ ຜ່ານບັນດາໂຄງການເຕັກໂນໂລຢີທັນສະໄໝ ດ້ວຍມູນຄ່າເພີ່ມ ແລະ ຄວາມສາມາດແກ່ງແຍ້ງສູງ, ມີຄວາມສາມາດເຂົ້າຮ່ວມໃນຕ່ອງໂສ້ມູນຄ່າທົ່ວໂລກ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ເນັ້ນໜັກວ່າ: “ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາວ່າ ການລົງທຶນຂອງທ່ານຢູ່ ຫວຽດນາມ ປະສົບຜົນສຳເລັດ, ພິເສດແມ່ນໃນຂົງເຂດເຕັກໂນໂລຊີສູງ, ເສດຖະກິດວົງວຽນ, ເສດຖະກິດສີຂຽວ, ເສດຖະກິດແບ່ງປັນ, ການຫັນເປັນດີຈີຕອນ ແລະ ອື່ນໆ.
ເຫັນດີກັບທ່ານນາຍົກລັດຖະມົນຕີ ໂຮນລັງ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຖືວ່າ, ນີ້ຈະເປັນຂີດໝາຍແຫ່ງການເລີ່ມຕົ້ນໃໝ່, ບາດກ້າວບຸກທະລຸໃໝ່ໃນການພົວພັນລະຫວ່າງ 2 ປະເທດ ກໍ່ຄືການພົວພັນ 3 ຝ່າຍ ຫວຽດນາມ - ໂຮນລັງ ແລະ ບັນດາຄູ່ຮ່ວມມືອື່ນຄື: ສ.ເກົາຫຼີ.
ທີ່ມາ
(0)