ເມືອງທືດຶກແມ່ນທ້ອງຖິ່ນພິເສດ, ມີ 34 ຫວອດ, ມີເນື້ອທີ່ກວ້າງກວ່າ 211 ກິໂລແມັດ , ມີປະຊາກອນກວ່າ 1,2 ລ້ານຄົນ.
ນະຄອນ Thu Duc ໄດ້ຮັບການສ້າງຕັ້ງໃນທ້າຍປີ 2020 ບົນພື້ນຖານການສົມທົບ 3 ເມືອງເກົ່າຄື: ເມືອງ 2, ເມືອງ 9 ແລະ ເມືອງ Thu Duc.
Thu Duc ແມ່ນນະຄອນແຫ່ງທຳອິດຢູ່ພາຍໃນປະເທດ; ໂດຍຕັ້ງຢູ່ປະຕູທາງທິດຕາເວັນອອກຂອງນະຄອນ ໂຮ່ຈີມິນ, ມີທີ່ຕັ້ງສຳຄັນໃນເຂດ ເສດຖະກິດ ສຳຄັນທາງພາກໃຕ້, ແມ່ນຈຸດໃຈກາງຂອງເສັ້ນທາງຄົມມະນາຄົມສຳຄັນລະຫວ່າງນະຄອນໂຮ່ຈິມິນ ກັບບັນດາແຂວງພາກຕາເວັນອອກຄື: ເສັ້ນທາງຫຼວງຮ່າໂນ້ຍ, ນະຄອນໂຮ່ຈິມິນ - ທາງດ່ວນລອງແທ່ງ - ດ່າວຢາ, ທາງຫຼວງແຫ່ງຊາດ 1, ທາງຫຼວງແຫ່ງຊາດ 13, ທາງຫຼວງແຫ່ງຊາດ 1K, ຖະໜົນ ຟ້າມວັນດົງ...
ນອກນີ້, ເສັ້ນທາງລົດໄຟຕົວເມືອງ ເບັນແທ່ງ - ຊູ່ຕ໋ຽນ ແລ່ນຕາມທາງດ່ວນ ຮ່າໂນ້ຍ ໃນນະຄອນ Thu Duc ກໍ່ພວມກໍ່ສ້າງສຳເລັດ.
ປະຈຸບັນ, ນະຄອນ Thu Duc ພວມໄດ້ຮັບການລົງທຶນໃຫ້ກາຍເປັນເຂດຕົວເມືອງທີ່ມີຫົວຄິດປະດິດສ້າງທີ່ມີລັກສະນະສ້າງສັນຂອງນະຄອນໂຮ່ຈິມິນ.
ແຫຼ່ງທີ່ມາ
(0)