ກປ.ອອນໄລ - ວັນທີ 28 ສິງຫາ, ບໍລິສັດ ຫວຍນິງບິ່ງ ຈຳກັດ ໄດ້ຈັດພິທີມອບລາງວັນໃຫ້ລູກຄ້າຜູ້ໂຊກດີ 2 ທ່ານ ທີ່ໄດ້ຮັບລາງວັນພິເສດຫວຍພາກເໜືອ ຄື: ທ່ານ ຫງວຽນກວກຕວນ, ຫວຸງເຊີນ, ເມືອງ Tam Diep ແລະ ນາງ ຟ້າມທິທູ, ຕາແສງ ນາມບີ່ງ, ເມືອງ ນິງບິ່ງ ດ້ວຍມູນຄ່າລາງວັນທັງໝົດ 2 ຕື້ 550 ລ້ານດົ່ງ, ພາຍໃຕ້ການເປັນສັກຂີພິຍານຂອງບັນດາອົງການ, ພະແນກການ, ຕຳຫຼວດແຂວງ.
ຕາມຂໍ້ມູນຂອງບໍລິສັດຫວຍນິງບິ່ງຈຳກັດ, ໃນເດືອນສິງຫາດຽວກັນ, ບໍລິສັດໄດ້ມອບລາງວັນພິເສດໃຫ້ແກ່ລູກຄ້າ 2 ຄົນທີ່ໄດ້ຮັບລາງວັນດ້ວຍຍອດມູນຄ່າ 1 ຕື້ດົ່ງ. ນັບແຕ່ຕົ້ນປີມາ, ໄດ້ມີຂອງລາງວັນພິເສດເກືອບ 10 ຊຸດ ດ້ວຍຍອດມູນຄ່າກວ່າ 20 ຕື້ດົ່ງ ຢູ່ແຂວງ Ninh Binh ແລະ ບັນດາລູກຄ້າຜູ້ໂຊກດີຫຼາຍຄົນໄດ້ຮັບລາງວັນນັບຕື້ດົ່ງ.
ການອອກຫວຍ ເປັນມາດຕະການທາງການເງິນ ເພື່ອລະດົມເງິນບໍ່ເສຍຈາກປະຊາຊົນເຂົ້າງົບປະມານແຫ່ງລັດ ເພື່ອສ້າງໂຄງການສະຫວັດດີການຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ, ທັງເປັນການປະກອບສ່ວນຕໍ່ສູ້, ສະກັດກັ້ນ ແລະ ຫຼຸດຜ່ອນການຫຼິ້ນການພະນັນຜ່ານຮູບແບບຫວຍ, ເຮັດໃຫ້ສັງຄົມມີສຸຂະພາບເຂັ້ມແຂງ.
ຫງວຽນທອມ-ອານຕວນ
ທີ່ມາ






(0)