ການໂອ້ລົມທາງໂທລະສັບເພື່ອແນໃສ່ປຶກສາຫາລືບັນດາມາດຕະການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຢຍລະມັນ ໃຫ້ພັດທະນາຢ່າງແທດຈິງ, ມີປະສິດທິຜົນ ແລະ ຮອບດ້ານ.
ທີ່ການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ຄວາມເຄົາລົບນັບຖືຂອງ ທ່ານເລຂາທິການໃຫຍ່ To Lam ແລະ ບັນດາການນຳຂັ້ນສູງຂອງພັກ ແລະ ລັດ ເຖິງທ່ານນາຍົກລັດຖະມົນຕີ ເຢຍລະມັນ; ຕີລາຄາສູງບົດບາດ ແລະ ທີ່ຕັ້ງຂອງເຢຍລະມັນໃນສະຫະພາບເອີລົບ (ອີຢູ) ແລະ ໃນເວທີສາກົນ; ຍິນດີເຫັນວ່າ, ພາຍຫຼັງ 50 ປີແຫ່ງການສ້າງຕັ້ງການພົວພັນ ທາງການທູດ , ເຢຍລະມັນແມ່ນຄູ່ຮ່ວມມືດ້ານການຄ້າ ແລະ ການລົງທຶນ; ພ້ອມທັງເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຮັດແໜ້ນ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ ໃນທຸກຂົງເຂດ.
ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ເຢຍລະມັນ ສືບຕໍ່ສົມທົບກັນຢ່າງມີປະສິດທິຜົນໃນການປະຕິບັດສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA), ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ - ອີຢູ (EVIPA) ໂດຍໄວ, ສ້າງເງື່ອນໄຂສະດວກກວ່າເພື່ອໃຫ້ວິສາຫະກິດ 2 ປະເທດເປີດກວ້າງການລົງທຶນ ແລະຮ່ວມມືດຳເນີນທຸລະກິດ; ແລະ ເຮັດໃຫ້ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳເປັນເສົາຄ້ຳໃໝ່ໃນການຮ່ວມມືສອງຝ່າຍ.

ທ່ານນາຍົກລັດຖະມົນຕີ Friedrich Merz ໄດ້ສະແດງຄວາມປະທັບໃຈຕໍ່ທ່າແຮງພັດທະນາ ແລະ ທີ່ຕັ້ງຂອງຫວຽດນາມ ໃນພາກພື້ນ ແລະ ໃນໂລກ; ຕີລາຄາສູງບັນດາໝາກຜົນອັນໃຫຍ່ຫຼວງທີ່ຫວຽດນາມ ບັນລຸໄດ້ໃນໄລຍະມໍ່ໆມານີ້ໃນທຸກຂົງເຂດ ແລະ ການທີ່ ຫວຽດນາມ ໄດ້ອອກມະຕິສຳຄັນຫຼາຍສະບັບເພື່ອຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ວິທະຍາສາດ ແລະ ເຕັກໂນໂລຢີ, ປະດິດສ້າງ.
ທ່ານນາຍົກລັດຖະມົນຕີ F. Merz ຢືນຢັນວ່າ ເຢຍລະມັນ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ ແລະ ປາດຖະໜາຢາກສືບຕໍ່ເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດຍຸດທະສາດຄື: ເສດຖະກິດສີຂຽວ, ການຫັນປ່ຽນພະລັງງານ, ເສດຖະກິດວົງວຽນ, ໜູນຊ່ວຍອຸດສາຫະກຳ ແລະ ການຂົນສົ່ງ. ທ່ານນາຍົກລັດຖະມົນຕີກໍ່ໄດ້ຝາກຄວາມຢື້ຢາມຖາມຂ່າວກ່ຽວກັບສະພາບພະຍຸ ແລະ ໄພນ້ຳຖ້ວມໃນປະຈຸບັນ ແລະ ການຟື້ນຟູຜົນກະທົບຈາກພະຍຸ ແລະ ນ້ຳຖ້ວມຢູ່ຫວຽດນາມ.

ໃນບັນຍາກາດແຫ່ງຄວາມຈິງໃຈ, ກົງໄປກົງມາ ແລະ ຄວາມໄວ້ເນື້ອເຊື່ອໃຈ, ທ່ານນາຍົກລັດຖະມົນຕີ 2 ທ່ານ ໄດ້ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນລະຫວ່າງສອງປະເທດໃນໄລຍະມໍ່ໆມານີ້, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ, ວິທະຍາສາດ ເຕັກໂນໂລຢີ, ການຫັນປ່ຽນພະລັງງານ, ການສຶກສາ ແລະ ບຳລຸງສ້າງ, ແຮງງານ...
2 ຝ່າຍເຫັນດີເປັນເອກະສັນຈະຍົກລະດັບການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໂດຍໄວ, ສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຊຸກຍູ້ບັນດາກົນໄກຮ່ວມມືທີ່ມີຢູ່ຢ່າງມີປະສິດທິຜົນ, ຊຸກຍູ້ການສ້າງຕັ້ງຄະນະເຮັດວຽກຮ່ວມໃນຂົງເຂດເສດຖະກິດ, ການເມືອງ, ແຮງງານ.
ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີເປັນເອກະສັນເພີ່ມທະວີການຮ່ວມມືໃນຂົງເຂດການຄ້າ, ການລົງທຶນ, ການເງິນສີຂຽວ, ພະລັງງານທົດແທນ, ການຫັນປ່ຽນດີຈີຕອນ ແລະ ພັດທະນາແບບຍືນຍົງ, ອຸດສາຫະກຳໜູນຊ່ວຍ, ເສດຖະກິດດີຈີຕອນ, ການຢາ, ເຄມີ, ຄົມມະນາຄົມຂົນສົ່ງ.
ນາຍົກລັດຖະມົນຕີ 2 ທ່ານກໍ່ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນຂອບເຂດການພົວພັນອາຊຽນ - ອີຢູ ໃນບັນດາເວທີປາໄສສາກົນ ແລະ ພາກພື້ນ.
2 ຝ່າຍກໍ່ໄດ້ປຶກສາຫາລືບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຢືນຢັນຫຼັກໝັ້ນສະໜັບສະໜູນການແກ້ໄຂການພິພາດໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ; ພ້ອມທັງເນັ້ນໜັກເຖິງບົດບາດຂອງການຮ່ວມມືສາກົນ ແລະ ການເຊື່ອມຕໍ່ພາກພື້ນເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະເໜີໃຫ້ຝ່າຍ ເຢຍລະມັນ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວ ຫວຽດນາມ ຢູ່ ເຢຍລະມັນ ມີສະຖຽນລະພາບ, ເຊື່ອມໂຍງເຂົ້າກັບສັງຄົມທ້ອງຖິ່ນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງປະເທດເຈົ້າພາບ ກໍ່ຄືການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ; ພ້ອມກັນນັ້ນ, ຊຸກຍູ້ບັນດາໂຄງການຮ່ວມມືບຳລຸງສ້າງວິຊາຊີບ ແລະ ຮັບໃຊ້ຄົນງານເຕັກໂນໂລຊີສູງຈາກ ຫວຽດນາມ ໄປ ເຢຍລະມັນ ໃຫ້ເໝາະສົມກັບຄວາມຕ້ອງການຂອງຕະຫຼາດແຮງງານຂອງ 2 ຝ່າຍ.
ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ 2 ທ່ານ ໄດ້ຝາກຄວາມເຄົາລົບມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການໃນເວລາທີ່ເໝາະສົມ ເພື່ອສືບຕໍ່ປຶກສາຫາລືກ່ຽວກັບບັນດາມາດຕະການເພີ່ມທະວີ ແລະ ຍົກສູງປະສິດທິຜົນການຮ່ວມມື 2 ຝ່າຍ.
ທີ່ມາ: https://nhandan.vn/viet-nam-luon-coi-trong-cung-co-phat-trien-quan-he-doi-tac-chien-luoc-voi-duc-tren-cac-linh-vuc-post911379.html
(0)