ຕາມໂຄສົກກະຊວງ ການຕ່າງປະເທດ ຫວຽດນາມ ແລ້ວ, ການຢຸດຕິບັນດາໂຄງການໜູນຊ່ວຍຂອງ USAID, ພິເສດແມ່ນໂຄງການເກັບກູ້ລະເບີດ, ບໍ່ແຮ່ຫຼັງສົງຄາມ, ສ້ອມແປງສະໜາມບິນ Bien Hoa, ຈະສົ່ງຜົນສະທ້ອນຢ່າງແຮງເຖິງຄວາມປອດໄພຂອງມະນຸດ ແລະ ສິ່ງແວດລ້ອມໃນບັນດາໂຄງການ.
ວັນທີ 13 ກຸມພາ, ທີ່ການປະຊຸມຂ່າວ ປະຈຳກະຊວງການຕ່າງປະເທດ , ໂຄສົກກະຊວງການຕ່າງປະເທດຫວຽດນາມ ຟ້າມທູຮັ່ງ ໄດ້ຕອບຄຳຊັກຖາມຂອງນັກຂ່າວທີ່ຖາມເຖິງປະຕິກິລິຍາຂອງຫວຽດນາມຕໍ່ການໂຈະໂຄງການໜູນຊ່ວຍຂອງອົງການພັດທະນາສາກົນອາເມລິກາ (USAID).
ທ່ານນາງ ຮ່ວາງຈູງຫາຍ ໃຫ້ຮູ້ວ່າ: ຫວຽດນາມ ມີຄວາມເປັນຫ່ວງເປັນໃຍຕໍ່ຄຳຕັດສິນຂອງອາເມລິກາ ກ່ຽວກັບອົງການພັດທະນາສາກົນຂອງອາເມລິກາ (USAID).
ໂຄສົກກະຊວງການຕ່າງປະເທດຫວຽດນາມ Pham Thu Hang.
ໃນຫຼາຍປີຜ່ານມາ, ຜ່ານບັນດາກົນໄກ ແລະ ຮູບການຮ່ວມມື, ໃນນັ້ນມີ USAID, 2 ປະເທດໄດ້ຮ່ວມມືຢ່າງມີປະສິດທິຜົນໃນຫຼາຍຂົງເຂດຄື: ສາທາລະນະສຸກ, ການສຶກສາ , ສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ, ແກ້ໄຂໄພພິບັດ, ພິເສດແມ່ນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.
ບັນດາໂຄງການຊ່ວຍເຫຼືອຂອງອາເມລິກາ ມີປະສິດທິຜົນຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ ຫວຽດນາມ ແລະ ນຳມາເຊິ່ງຊີວິດການເປັນຢູ່ທີ່ດີກວ່າໃຫ້ແກ່ແຕ່ລະຄົນທີ່ໄດ້ຮັບຜົນປະໂຫຍດຈາກໂຄງການ.
“ການໂຈະບັນດາໂຄງການໜູນຊ່ວຍຂອງ USAID, ພິເສດແມ່ນວຽກງານເກັບກູ້ລະເບີດ, ລະເບີດຝັງດິນ, ວັດຖຸລະເບີດທີ່ເຫຼືອຈາກສົງຄາມ, ການທຳລາຍສະໜາມບິນ ບຽນຮວ່າ ຈະສົ່ງຜົນສະທ້ອນຢ່າງແຮງເຖິງຄວາມປອດໄພຂອງມະນຸດ ແລະ ສິ່ງແວດລ້ອມ ໃນຂົງເຂດໂຄງການ”.
ຕາມໂຄສົກກະຊວງການຕ່າງປະເທດແລ້ວ, ບັນດາການເຄື່ອນໄຫວໜູນຊ່ວຍຂອງຝ່າຍອາເມລິກາ ແລະ ການຮ່ວມມືຫວຽດນາມ ໃນການຊອກຄົ້ນຫາທະຫານອາເມລິກາທີ່ຫາຍສາບສູນໃນສົງຄາມມີຄວາມໝາຍແທດຈິງ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງປະເທດ, ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ອາເມລິກາ.
ໃນໄລຍະຈະມາເຖິງ, ຫວຽດນາມ ຫວັງວ່າຈະສືບຕໍ່ປະຕິບັດບັນດາການເຄື່ອນໄຫວຮ່ວມມືດັ່ງກ່າວຢ່າງມີປະສິດທິຜົນ ແລະ ແທດຈິງກັບ ອາເມລິກາ, ປະກອບສ່ວນເຂົ້າໃນການພັດທະນາຢ່າງໝັ້ນຄົງ ແລະ ຍາວນານຂອງການພົວພັນສອງຝ່າຍຕາມເນື້ອໃນຂອງຖະແຫຼງການຮ່ວມວ່າດ້ວຍການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ.
ທີ່ມາ: https://www.baogiaothong.vn/viet-nam-rat-quan-tam-den-quyet-dinh-cua-hoa-ky-doi-voi-usaid-192250213192242261.htm







(0)