ໃນ 2 ເດືອນຕົ້ນປີ 2024, ມີ 4 ລາຍການ ດ້ວຍວົງເງິນສົ່ງອອກກວ່າ 5 ຕື້ USD, ກວມ 52,5% ຍອດວົງເງິນສົ່ງອອກທັງໝົດ.

ໃນສອງເດືອນຕົ້ນປີ 2024, ວົງເງິນສົ່ງອອກສິນຄ້າບັນລຸ 59,34 ຕື້ USD, ເພີ່ມຂຶ້ນ 19,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ຂະແໜງ ເສດຖະກິດ ພາຍໃນບັນລຸ 16,14 ຕື້ USD, ເພີ່ມຂຶ້ນ 33,3%, ກວມເອົາ 27,2% ຂອງມູນຄ່າການສົ່ງອອກທັງໝົດ; ຂະແໜງລົງທຶນຕ່າງປະເທດ (ລວມທັງນ້ຳມັນດິບ) ບັນລຸ 43,2 ຕື້ USD, ເພີ່ມຂຶ້ນ 14,7%, ກວມ 72,8%.
ໃນ 2 ເດືອນຜ່ານມາ, ຫວຽດນາມ ມີ 11 ຜະລິດຕະພັນ ດ້ວຍວົງເງິນສົ່ງອອກກວ່າ 1 ຕື້ USD, ກວມ 75,1% ຍອດວົງເງິນສົ່ງອອກ. ໃນນັ້ນ, 4 ຜະລິດຕະພັນມີວົງເງິນສົ່ງອອກກວ່າ 5 ຕື້ USD, ກວມ 52,5% ຍອດມູນຄ່າການສົ່ງອອກທັງໝົດ./.
(TTXVN/Vietnam+)
ທີ່ມາ: https://www.vietnamplus.vn/4-mat-hang-xuat-khau-tren-5-ty-usd-trong-hai-thang-dau-nam-2024-post930579.vnp
ທີ່ມາ






(0)