
ພາຍຫຼັງຮອບສຸດທ້າຍຂອງການແຂ່ງຂັນຄົ້ນຫານັກຄົ້ນຄ້ວາຜູ້ມີພອນສະຫວັນ Startup ກວາງນາມ ປີ 2024, 45 ໂຄງການໄດ້ຮັບການຮັບຮອງຈາກຄະນະກຳມະການປະຊາຊົນແຂວງເປັນບັນດາໂຄງການເລີ່ມຕົ້ນຫົວຄິດປະດິດສ້າງຂັ້ນແຂວງ. ຄະນະຈັດຕັ້ງຍັງໄດ້ຄັດເລືອກເອົາ 15 ລາງວັນຊົມເຊີຍ, 8 ລາງວັນທີສາມ, 5 ລາງວັນທີສອງ ແລະ 2 ລາງວັນທີໜຶ່ງ.

ລາງວັນທີ 1 ໄດ້ແກ່ 2 ໂຄງການຄື: LACO - ແອັບພລິເຄຊັ່ນເຊື່ອມຕໍ່ການບໍລິການທ້ອງຖິ່ນ ໂດຍທ່ານ ຮ່າຕິ້ງແອງ (ເມືອງ ແທງຈີ້) ແລະ ນົມສົ້ມອົບແຊ່ແຂງ ໂດຍທ່ານນາງ ເຈີ່ນທິມິງທ້ວ (Nui Thanh).

ກ່າວຄຳເຫັນທີ່ພິທີປິດ, ທ່ານ ຟ້າມງອກຊິງ, ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຢີ, ຫົວໜ້າຄະນະບໍລິຫານງານໜູນຊ່ວຍ Startup ແຂວງ ໃຫ້ຮູ້ວ່າ: ງານຕະຫຼາດນັດ Startup ແຂວງຄັ້ງທີ 5 - TechFest Quang Nam 2024 ໄດ້ຈັດຕັ້ງເປັນ 2 ເຫດການ. ແຕ່ວັນທີ 15-17 ພຶດສະພານີ້, ກອງປະຊຸມສຳມະນາ ແລະ ເວທີປາໄສໄດ້ດຳເນີນໄປ, ດຶງດູດແຂກຜູ້ແທນນັບພັນຄົນທີ່ມາຈາກບັນດາແຂວງໃນທົ່ວປະເທດ ແລະ ຜູ້ຕາງໜ້າບັນດາປະເທດໃນ ທົ່ວໂລກ .

ໃນລະຫວ່າງວັນທີ 6 – 9 ມິຖຸນາ, ເຫດການວາງສະແດງ, ແນະນຳຜະລິດຕະພັນ ແລະ ສົ່ງເສີມການຄ້າໄດ້ດຳເນີນຢູ່ 24/3 Square (ນະຄອນ Tam Ky) ດ້ວຍ 430 ຮ້ານທີ່ມາຈາກ 18 ແຂວງ, ນະຄອນໃນທົ່ວປະເທດ, 4 ສະມາຄົມ, 3 ວິທະຍາໄລ, ມະຫາວິທະຍາໄລ ແລະ 18 ເມືອງ, ນະຄອນໃນແຂວງ.

“TechFest Quang Nam 2024 ສິ້ນສຸດລົງແຕ່ໄດ້ເປີດກ້ວາງຫຼາຍບັນຫາ, ໂດຍສະເພາະແມ່ນການເປີດກວ້າງຈິດໃຈວິສາຫະກິດ, ຢືນຢັນວ່າ ກວາງນາມແມ່ນບ່ອນເປີດກ້ວາງການເລີ່ມຕົ້ນ. ພວກຂ້າພະເຈົ້າຫວັງວ່າບັນດາໂຄງການຈະເຫັນວ່ານີ້ແມ່ນໂອກາດເພື່ອແລກປ່ຽນ, ຮ່ຳຮຽນ ແລະ ປັບປຸງບັນດາໂຄງການຂອງຕົນໃຫ້ພັດທະນາຕື່ມອີກ, ປະກອບສ່ວນໃຫ້ສັງຄົມ”.
ທີ່ມາ
(0)