ຮ້ອງໂດຍ: ນ ວັນທີ 16 ກັນຍາ 2024
(VOVWORLD) - ຕອນເຊົ້າວັນທີ 16 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ (MCST) ໄດ້ຈັດກອງປະຊຸມຖະແຫຼງຂ່າວແນະນຳໂຄງການໂຄສະນາການທ່ອງທ່ຽວ ແລະ ຮູບເງົາຫວຽດນາມ ຢູ່ ອາເມລິກາ “ຫວຽດນາມ - ຈຸດໝາຍປາຍທາງໃໝ່ຂອງຮູບເງົາໂລກ”.

ໂຄງການໄດ້ຮັບການຈັດຕັ້ງເພື່ອແນະນຳ ແລະ ໂຄສະນາບັນດາສະຖານທີ່ ທ່ອງທ່ຽວ , ບັນດາສະຖານທີ່ສາຍຮູບເງົາທີ່ມີທ່າແຮງ, ດຶງດູດບັນດາສະຕູດີໂອ Hollywood ມາຫວຽດນາມ ດ້ວຍບັນດາຮູບເງົາທີ່ມີຄວາມດູດດື່ມ, ມີຄວາມສາມາດບົ່ມຊ້ອນດ້ານສື່ມວນຊົນສາກົນ, ຊຸກຍູ້ ແລະ ດຶງດູດນັກທ່ອງທ່ຽວມາຫວຽດນາມ. ພ້ອມກັນນັ້ນ, ຍູ້ແຮງການໂຄສະນາການທ່ອງທ່ຽວຜ່ານຮູບເງົາ, ຂຸດຄົ້ນການທ່ອງທ່ຽວຈາກຮູບເງົາຢ່າງມີປະສິດທິຜົນ, ສ້າງບາດກ້າວບຸກທະລຸໃນການສົ່ງເສີມການທ່ອງທ່ຽວ.

ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໂຮ່ແອງຟອງ ເປັນປະທານກອງປະຊຸມຂ່າວ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານທ່ອງທ່ຽວແຫ່ງຊາດຫວຽດນາມ ຫງວຽນຈຸງແຄ໋ງ ແລະ ຫົວໜ້າບັນນາທິການໃຫຍ່ໜັງສືພິມ Van Hoa ຫງວຽນແອງຫວູ ເປັນປະທານຮ່ວມກອງປະຊຸມຂ່າວ. ເຂົ້າຮ່ວມກອງປະຊຸມຂ່າວມີທ່ານ Marc E. Knapper - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະລັດອາເມລິກາ ປະຈຳ ຫວຽດນາມ, ຜູ້ຕາງໜ້າບັນດາຫົວໜ່ວຍຂຶ້ນກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ອົງການທ່ອງທ່ຽວ ແລະ ນັກຂ່າວເປັນຈຳນວນຫຼວງຫຼາຍ.

ກ່າວຄຳເຫັນທີ່ກອງປະຊຸມຂ່າວ, ທ່ານຮອງລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ Ho An Phong ໃຫ້ຮູ້ວ່າ: “ດ້ວຍຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບພະລັງງານຮູບເງົາໃນການໂຄສະນາການທ່ອງທ່ຽວ, ພວກຂ້າພະເຈົ້າໄດ້ສ້າງໂຄງການນີ້ ແລະ ປາດຖະໜາຢາກນຳພາບພົດຂອງ ຫວຽດນາມ ໄປໃກ້ກັບສາກົນ, ພິເສດແມ່ນບັນດາຜູ້ຊົມຢູ່ອາເມລິກາ, ແມ່ນໜຶ່ງໃນບັນດາຕະຫຼາດວັດທະນະທຳທີ່ໃຫຍ່ທີ່ສຸດ ແລະ ມີຄວາມຫຼາກຫຼາຍຂອງໂລກ. ມຸ່ງໄປເຖິງຈຸດໝາຍແນະນຳຫວຽດນາມບໍ່ພຽງແຕ່ແມ່ນຈຸດໝາຍປາຍທາງທີ່ເໝາະສົມສຳລັບນັກທ່ອງທ່ຽວເທົ່ານັ້ນ, ຫາກຍັງແມ່ນຈຸດໝາຍດຶງດູດນັກສ້າງຮູບເງົາ, ຜູ້ກຳກັບຮູບເງົາ ແລະ ນັກສະແດງຊັ້ນນຳຂອງໂລກ.

ສິ່ງດັ່ງກ່າວຢືນຢັນວ່າ ຫວຽດນາມ ມີສະຖານທີ່ທີ່ສາມາດກາຍເປັນສະຖານທີ່ຖ່າຍຮູບເງົາທີ່ມີຊື່ສຽງທັງທັດສະນີຍະພາບທຳມະຊາດ ແລະ ບັນດາເອກະລັກວັດທະນະທຳທີ່ຫຼາກຫຼາຍ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ, ຜ່ານບັນດາສາຍຮູບເງົາຢູ່ ຫວຽດນາມ, ຜູ້ຊົມສາກົນບໍ່ພຽງແຕ່ມີໂອກາດໄດ້ສຳຜັດກັບຄວາມງາມຂອງທຳມະຊາດ, ວັດທະນະທຳ ແລະ ຊາວຫວຽດນາມ ຢ່າງມີຊີວິດຊີວາ ແລະ ໃກ້ຊິດທີ່ສຸດເທົ່ານັ້ນ, ຫາກຍັງສົ່ງເສີມຄວາມຕ້ອງການນັກທ່ອງທ່ຽວມາຢ້ຽມຢາມ ແລະ ທ່ອງທ່ຽວອີກດ້ວຍ.

ທ່ານ Marc E. Knapper - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະລັດອາເມລິກາ ປະຈຳ ຫວຽດນາມ ກ່າວຄຳເຫັນທີ່ການປະຊຸມຂ່າວ.

ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໂຮ່ແອງຟອງ ເປັນປະທານກອງປະຊຸມຂ່າວ.

ຫຼາຍຄຳຖາມຂອງນັກຂ່າວໄດ້ສົ່ງເຖິງການນຳກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ບັນດາຫົວໜ່ວຍທີ່ເຂົ້າຮ່ວມລາຍການ.

ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໂຮ່ແອງຟອງ ໃຫ້ຮູ້ວ່າ.

ຫົວໜ້າກົມທ່ອງທ່ຽວແຫ່ງຊາດຫວຽດນາມ ຫງວຽນຈຸງແຄ໋ງ ຕອບຄຳຖາມຂອງນັກຂ່າວ.

ອີງຕາມຄະນະກໍາມະການຈັດງານ, ໂຄງການຄາດວ່າຈະດຶງດູດການເຂົ້າຮ່ວມຂອງແຂກຫຼາຍກວ່າ 450 ຄົນເຊິ່ງເປັນຕົວແທນຂອງລັດຖະບານ, ອົງການການຄຸ້ມຄອງ, ນັກທຸລະກິດ, ນັກລົງທຶນ, ສະມາຄົມຮູບເງົາອາເມລິກາ, ຜູ້ຜະລິດ, ຜູ້ກໍາກັບສະຕູດິໂອຮູບເງົາ, ຜູ້ກໍາກັບ, ຜູ້ກໍາກັບຮູບເງົາ, Hollywood star, ຄູ່ຮ່ວມການຕະຫຼາດ, ທຸລະກິດບໍລິການການເດີນທາງຂອງ MICE / ກິດຈະກໍາ, ຫນ່ວຍງານສື່ມວນຊົນ, ນັກຂ່າວ, ນັກຂ່າວ, ເວທີການໂຄສະນາຂອງສະຫະລັດ, ເຄືອຂ່າຍສັງຄົມອອນໄລນ໌ແລະເຄືອຂ່າຍ blogs.

ທ່ານ ຫງວຽນແອງວູ, ຫົວໜ້າບັນນາທິການໃຫຍ່ໜັງສືພິມວັດທະນະທຳຫວຽດນາມ ໃຫ້ຮູ້ວ່າ.
ໜ່ວຍງານທີ່ເຂົ້າຮ່ວມໄດ້ສະໜອງຂໍ້ມູນເພີ່ມເຕີມກ່ຽວກັບໂຄງການດັ່ງກ່າວໃນຕໍ່ໜ້າທີ່ມີຄວາມສົນໃຈຕໍ່ນັກຂ່າວ.

ທ່ານ Marc E. Knapper, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະລັດອາເມລິກາ ປະຈຳ ຫວຽດນາມ ໄດ້ຕອບສຳພາດຕໍ່ນັກຂ່າວ ຢູ່ນອກກອງປະຊຸມ.
ທີ່ມາ: https://toquoc.vn/anh-gioi-thieu-chuong-trinh-xuc-tien-du-lich-dien-anh-viet-nam-tai-hoa-ky-viet-nam-dien-den-moi-cua-dien-anh-the-gioi-2024091612540073
(0)