ທ່ານນາຍົກລັດຖະມົນຕີ ອົດສະຕາລີ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ແລະ ສະເໜີໃຫ້ຫວຽດນາມ ສຳເລັດບັນດາຂັ້ນຕອນພາຍໃນ ເພື່ອຍົກລະດັບການພົວພັນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໂດຍໄວ.
ກປ.ອອນໄລ - ຕອນບ່າຍວັນທີ 7 ກັນຍາ, ທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ຢູ່ນະຄອນຫຼວງ Jakarta, ປະເທດ ອິນໂດເນເຊຍ, ທ່ານນາຍົກລັດຖະມົນຕີ Anthony Albanese ຢືນຢັນຄືນໃໝ່ວ່າ: ອົດສະຕາລີ ຖືເປັນສຳຄັນການເພີ່ມທະວີການພົວພັນຮ່ວມມືກັບ ຫວຽດນາມ ແລະ ຫວັງວ່າ ຈະໄດ້ຕ້ອນຮັບ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມຫວຽດນາມ ໂດຍໄວ.
ອົດສະຕາລີ ໃຫ້ຄຳໝັ້ນສັນຍາຍາມໃດກໍ່ໃຫ້ບຸລິມະສິດໜູນຊ່ວຍ ODA ໃຫ້ແກ່ຫວຽດນາມ, ພິເສດແມ່ນບັນດາຂົງເຂດທີ່ຫວຽດນາມ ຕ້ອງການຄື: ການປັບປຸງການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນພະລັງງານ, ການຫັນເປັນດີຈີຕອນ, ເສດຖະກິດ ດີຈີຕອນ. ພ້ອມທັງສະເໜີໃຫ້ຫວຽດນາມ ເຮັດສຳເລັດບັນດາລະບຽບການພາຍໃນເພື່ອປະກາດຍົກລະດັບການພົວພັນລະຫວ່າງສອງປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເວລາທີ່ເໝາະສົມ.
ທ່ານນາຍົກລັດຖະມົນຕີ ອົດສະຕາລີ ກໍ່ໄດ້ຮັບຮູ້ຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໃນການເພີ່ມທະວີການຮ່ວມມືດ້ານແຮງງານ, ສຶກສາ ແລະ ບຳລຸງສ້າງ, ໃຫ້ແກ່ນັກສຶກສາ ຫວຽດນາມ ຕື່ມອີກ.

ຕອນບ່າຍວັນທີ 7/9, ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese.
ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີເປັນເອກະສັນຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການເຈລະຈາ, ການຮ່ວມມື ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈຜ່ານບັນດາກົນໄກນຳພາຂອງ ອາຊຽນ, ບົນພື້ນຖານເຄົາລົບບົດບາດໃຈກາງຂອງ ອາຊຽນ.
ອົດສະຕຣາລີ ສະໜັບສະໜູນຄວາມມານະພະຍາຍາມຂອງອາຊຽນ ໃນການຊຸກຍູ້ຮັດແຄບຊ່ອງຫວ່າງການພັດທະນາ ແລະ ສະໜັບສະໜູນພາກພື້ນທີ່ດ້ອຍພັດທະນາ, ລວມທັງອະນຸພາກພື້ນແມ່ນໍ້າຂອງ.
ຫວຽດນາມ ແລະ ອົດສະຕາລີ ສ້າງຕັ້ງການພົວພັນທາງການທູດໃນປີ 1973, ຈາກນັ້ນໄດ້ຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນເດືອນມີນາ 2018. ໃນການຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ຫວູດິ່ງເຫ້ວ ໃນເດືອນທັນວາ 2022, ສອງຝ່າຍໄດ້ສະໜັບສະໜູນພິຈາລະນາຍົກລະດັບການພົວພັນຕາມເວລາເໝາະສົມ, ເມື່ອບັນດາຂັ້ນຕອນທີ່ກ່ຽວຂ້ອງສຳເລັດຜົນ.
ກປ.ອອນໄລ - ຕອນບ່າຍວັນທີ 22 ສິງຫາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ອົດສະຕາລີ Penny Wong ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ, ເຫັນດີເປັນເອກະພາບສຸມໃສ່ປະຕິບັດບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ, ໃນນັ້ນມີເຈດຈຳນົງຜັນຂະຫຍາຍການພົວພັນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານແມ່ນລະດັບສູງສຸດໃນການພົວພັນລະຫວ່າງບັນດາປະເທດ. ມາຮອດປະຈຸບັນ, ຫວຽດນາມ ໄດ້ສ້າງຕັ້ງການພົວພັນທາງການທູດກັບເກືອບ 200 ປະເທດ, ໃນນັ້ນ 33 ປະເທດແມ່ນຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຮອບດ້ານ. 4 ຄູ່ຮ່ວມມືຍຸດທະສາດຮອບດ້ານຂອງຫວຽດນາມໃນປະຈຸບັນແມ່ນຈີນ, ລັດເຊຍ, ອິນເດຍ ແລະ ສ.ເກົາຫຼີ.
ຫວຽດຕວນ
ແຫຼ່ງ
(0)