ຜະລິດຕະພັນຖັກແສ່ວ, ຜ້າແພ ຫຼື ຫັດຖະກຳພື້ນເມືອງ, ຖ້າໃນເມື່ອກ່ອນມີແຕ່ຢູ່ງຽບໆຢູ່ແຕ່ລະບ້ານ, ມາຮອດປັດຈຸບັນ ດ້ວຍການພັດທະນາ ການທ່ອງທ່ຽວ , ໄດ້ກາຍເປັນທີ່ຮູ້ຈັກຂອງຫຼາຍຄົນ ແລະ ກາຍເປັນປະເພດການທ່ອງທ່ຽວທີ່ໜ້າສົນໃຈ - ການທ່ອງທ່ຽວບ້ານຫັດຖະກຳ.
| |
| ທ່ານນາງ ດັ້ງທິຢຸງ ແມ່ນຊ່າງຕັດຫຍິບ ແລະ ຖັກແສ່ວທີ່ມີຄວາມຊຳນານທີ່ສຸດຢູ່ໝູ່ບ້ານ ທ່າ , ຕາແສງ ເຟືອງໂດ, ນະຄອນ ຮ່າຢາງ . |
| |
ໝູ່ບ້ານວັດທະນະທຳທ່ອງທ່ຽວໝູ່ບ້ານທ່າ, ຕາແສງ ເຟືອງໂດ, ນະຄອນ ຮ່າຢາງ ໄດ້ຮັບລາງວັນອາຊຽນ Homestay 2025 ຢູ່ ມາເລເຊຍ ໃນຕົ້ນປີນີ້. ປັດໄຈໜຶ່ງທີ່ສ້າງຄວາມງາມ ແລະ ຄວາມດຶງດູດຂອງໝູ່ບ້ານນ້ອຍໆແຫ່ງນີ້ ແມ່ນບັນດາຈຸດວັດທະນະທຳທີ່ຊາວເຜົ່າ ໄຕ ໄດ້ຮັບການອະນຸລັກຮັກສາ. ທ່ານນາງ ດັ້ງທິຢຸງ ແມ່ນຊ່າງຕັດຫຍິບ ແລະ ຖັກແສ່ວທີ່ມີຄວາມຊຳນານທີ່ສຸດຢູ່ໝູ່ບ້ານທ່າ. ວຽກງານທີ່ນາງເຢືອງຍັງເຮັດຢ່າງງຽບໆໃນປະຈຸບັນແມ່ນໄດ້ຮັບຮູ້ຈາກນັກທ່ອງທ່ຽວຫຼາຍຄົນ, ພິເສດແມ່ນນັກທ່ອງທ່ຽວຕ່າງປະເທດ. ເຮືອນຊານຂອງນາງໄດ້ກາຍເປັນບ່ອນວາງສະແດງຜະລິດຕະພັນຫັດຖະກຳພື້ນເມືອງ ແລະ ເປັນບ່ອນທີ່ບັນດາບໍລິສັດທ່ອງທ່ຽວນຳມາຢ້ຽມຢາມບ້ານຫັດຖະກຳ.
| |
| ນັກສິລະປິນເຮັດຂຸ່ຍຂຸ່ຍໃນງານບຸນຂຸ່ຍຢູ່ເມືອງ ດົ່ງວັນ ປີ 2025 |
ບັນດາເຄື່ອງຫັດຖະກຳພື້ນເມືອງທີ່ເປັນເອກະລັກສະເພາະຍັງຖືກລວມເຂົ້າໃນງານບຸນວັດທະນະທຳຢູ່ ຮ່າຢາງ, ສ້າງສີສັນທີ່ດຶງດູດ, ທັງຍົກສູງຄວາມຮັບຜິດຊອບ ແລະ ຄວາມພາກພູມໃຈຂອງຜູ້ປະຕິບັດວັດທະນະທຳ, ໂຄສະນາເອກະລັກຂອງຊາດ, ນຳມາເຊິ່ງປະສົບການທີ່ດຶງດູດນັກທ່ອງທ່ຽວ. ຜ່ານນັ້ນປະກອບສ່ວນອະນຸລັກຮັກສາ ແລະ ພັດທະນາອາຊີບຫັດຖະກຳພື້ນເມືອງ, ຮັບປະກັນຊີວິດການເປັນຢູ່ຂອງຊ່າງຫັດຖະກຳ.
| |
| |
| ຮ່າຢາງ ຮັກສາເຄື່ອງຫັດຖະກຳພື້ນເມືອງຕິດພັນກັບການທ່ອງທ່ຽວ |
ໃນສັງຄົມທັນສະໄໝ, ຫັດຖະກຳພື້ນເມືອງຍັງມີບ່ອນທີ່ບໍ່ສາມາດປ່ຽນແທນໄດ້ ແລະ ມີບົດບາດສຳຄັນໃນວັດທະນະທຳຂອງຊົນເຜົ່າ. ອະນຸລັກຮັກສາເຄື່ອງຫັດຖະກຳພື້ນເມືອງຕິດພັນກັບການທ່ອງທ່ຽວແມ່ນທິດທາງພັດທະນາແບບຍືນຍົງຕາມຄຳຂວັນຂອງການນຳໃຊ້ວັດທະນະທຳເພື່ອພັດທະນາການທ່ອງທ່ຽວ, ນຳໃຊ້ການທ່ອງທ່ຽວເພື່ອອະນຸລັກວັດທະນະທຳ - ອັນໄດ້ສ້າງຈຸດພິເສດ ແລະ ຄວາມດຶງດູດຂອງແຂວງ ຮ່າຢາງ./.
ຮຸຍຈ່າງ – ມິງຮຸ່ງ – ດຶກແມ້ງ
ທີ່ມາ http://hagiangtv.vn/doi-song-xa-hoi/202505/bao-ton-nghe-thu-cong-truyen-thong-gan-voi-phat-trien-du-lich-8c91cc6/






(0)