ທ່ານລັດຖະມົນຕີການຕ່າງປະເທດ Bui Thanh Son ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ Choi Young Sam. (ພາບ: ຫງວຽນຮົ່ງ) |
ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ Bui Thanh Son ໄດ້ຊົມເຊີຍທ່ານເອກອັກຄະລັດຖະທູດ Choi Young Sam ທີ່ໄດ້ມາປະຕິບັດໜ້າທີ່ຢູ່ ຫວຽດນາມ ໃນໄລຍະທີ່ການພົວພັນລະຫວ່າງ 2 ປະເທດພວມຢູ່ໃນໄລຍະພັດທະນາດີທີ່ສຸດ ແລະ ພາຍຫຼັງ 2 ປະເທດຍົກລະດັບການພົວພັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ”.
ທ່ານຫົວໜ້າຄະນະພົວພັນຕ່າງປະເທດ ຫວຽດນາມ ເຊື່ອໝັ້ນວ່າ ໃນໄລຍະດຳລົງຕຳແໜ່ງ, ທ່ານເອກອັກຄະລັດຖະທູດ ຈະມານະພະຍາຍາມຊຸກຍູ້ການພົວພັນອັນດີງາມລະຫວ່າງ 2 ປະເທດໃຫ້ພັດທະນາຮອບດ້ານໃນທຸກຂົງເຂດ; ຢືນຢັນວ່າ, ກະຊວງການຕ່າງປະເທດ ຈະສົມທົບກັນຢ່າງຕັ້ງໜ້າ ແລະ ໜູນຊ່ວຍໃຫ້ທ່ານເອກອັກຄະລັດຖະທູດປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ສຳເລັດຜົນ.
ທ່ານລັດຖະມົນຕີ ສະເໜີໃຫ້ສອງຝ່າຍ ສົມທົບກັນຈັດຕັ້ງປະຕິບັດບັນດາຄວາມຮັບຮູ້ ແລະ ຂໍ້ຕົກລົງທີ່ບັນດາການນຳຂັ້ນສູງ 2 ປະເທດໄດ້ລົງນາມຢ່າງມີປະສິດທິຜົນ, ໃນນັ້ນມີ “ໂຄງການດຳເນີນງານກ່ຽວກັບການປະຕິບັດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ”.
ສ່ວນທ່ານເອກອັກຄະລັດຖະທູດ Choi Young Sam ສະແດງຄວາມເປັນກຽດທີ່ໄດ້ຖືເອົາບົດບາດເປັນເອກອັກຄະລັດຖະທູດ ຫວຽດນາມ - ຄູ່ຮ່ວມມືສຳຄັນອັນໜຶ່ງຂອງ ສ.ເກົາຫຼີ; ພ້ອມທັງຢືນຢັນຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ພັດທະນາຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ.
ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບກະຊວງການຕ່າງປະເທດ ກໍ່ຄືບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ເພື່ອປະຕິບັດບັນດາສັນຍາຮ່ວມມືລະຫວ່າງ 2 ປະເທດຄື: ການຄ້າ, ການລົງທຶນ, ປ້ອງກັນຄວາມສະຫງົບ, ແຮງງານ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ອື່ນໆ; ພ້ອມກັນນັ້ນ, ຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນບັນດາເວທີປາໄສສາກົນ ແລະ ພາກພື້ນ, ໃນນັ້ນມີການໜູນຊ່ວຍ ຫວຽດນາມ ປະຕິບັດບົດບາດເປັນຜູ້ປະສານງານການພົວພັນ ອາຊຽນ - ສ.ເກົາຫຼີ ໄລຍະ 2021 – 2024 ຢ່າງສຳເລັດຜົນ.
ທີ່ມາ
(0)