ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທງເຊີນ ໄດ້ມີການພົບປະກັບທ່ານຮອງ ນາຍົກລັດຖະມົນຕີ , ລັດຖະມົນຕີວ່າການກະຊວງການຕ່າງປະເທດໄທ Parnpree Bahiddha ຢູ່ນອກກອງປະຊຸມ. |
ທີ່ການພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດໄທ, ທັງສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາໃນທາງບວກຂອງການພົວພັນສອງຝ່າຍ. ທ່ານລັດຖະມົນຕີ Bui Thanh Son ໄດ້ຕີລາຄາສູງໝາກຜົນແຫ່ງການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໄທ ໃນເດືອນ 10/2023; ທ່ານເຊື່ອໝັ້ນວ່າ, ການຮ່ວມມືລະຫວ່າງສອງ ກະຊວງການຕ່າງປະເທດ ສອງປະເທດຈະນັບມື້ນັບສະໜິດແໜ້ນ, ເພີ່ມທະວີບົດບາດຂອງການເຊື່ອມຕໍ່ ແລະ ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດ.
2 ຝ່າຍໄດ້ເຫັນດີເປັນເອກະສັນຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ປະຕິບັດບັນດາເນື້ອໃນການຮ່ວມມືທີ່ສຳຄັນ, ໃນນັ້ນມີໂຄງການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງນາຍົກລັດຖະມົນຕີ ໄທ ສົມທົບກັບກອງປະຊຸມຄະນະລັດຖະບານຮ່ວມຫວຽດນາມ - ໄທ ຄັ້ງທີ 4.
ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດ ໄທ ໄດ້ເຊີນທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄປຢ້ຽມຢາມ ໄທ ຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 5 ຂອງຄະນະກຳມະການຮ່ວມມື 2 ຝ່າຍ ຫວຽດນາມ - ໄທ ໃນເດືອນ 4/2024.
ທ່ານລັດຖະມົນຕີການຕ່າງປະເທດ Bui Thanh Son ໄດ້ໃຫ້ການຕ້ອນຮັບທ່ານ Dato' Seri Utama Haji Mohamad Bin Haji Hasan ລັດຖະມົນຕີການຕ່າງປະເທດມາເລເຊຍ ຢູ່ນອກກອງປະຊຸມ. |
ທີ່ການພົບປະກັບລັດຖະມົນຕີການຕ່າງປະເທດມາເລເຊຍ, ທ່ານລັດຖະມົນຕີ Bui Thanh Son ໄດ້ຊົມເຊີຍທ່ານ Utama Haji Mohamad Bin Haji Hasan ທີ່ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີການຕ່າງປະເທດມາເລເຊຍ; ຢືນຢັນຄວາມເຄົາລົບ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ມາເລເຊຍ ຕື່ມອີກ.
ລັດຖະມົນຕີ 2 ທ່ານ ໄດ້ເຫັນດີສືບຕໍ່ຊຸກຍູ້ການປະຕິບັດບັນດາເນື້ອໃນການຮ່ວມມືທີ່ການນຳຂັ້ນສູງ 2 ປະເທດໄດ້ຮັບຮອງເອົາໃນໂຄງການປະຕິບັດງານເພື່ອຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດໄລຍະ 2021 – 2025 ແລະ ໝາກຜົນຂອງກອງປະຊຸມຄັ້ງທີ 7 ຄະນະກຳມາທິການຮ່ວມ ຫວຽດນາມ - ມາເລເຊຍ.
ປຶກສາຫາລືຫຼາຍຂົງເຂດຮ່ວມມືສອງຝ່າຍ, ທ່ານລັດຖະມົນຕີການຕ່າງປະເທດມາເລເຊຍ ເຫັນດີເປັນເອກະພາບຈັດຕັ້ງບັນດາການຢ້ຽມຢາມຂັ້ນສູງໃນເວລາອັນເໝາະສົມ; ຢືນຢັນຈະໜູນຊ່ວຍ ຫວຽດນາມ ພັດທະນາອຸດສາຫະກຳ Halal ແລະ ສ້າງເງື່ອນໄຂສະດວກກວ່າໃຫ້ບັນດາຜະລິດຕະພັນກະເສດ ແລະ ຜະລິດຕະພັນ Halal ຂອງ ຫວຽດນາມ ເຂົ້າສູ່ຕະຫຼາດມາເລເຊຍ; ແລະ ສະໜັບສະໜູນຄວາມມານະພະຍາຍາມຂອງຫວຽດນາມ ເພື່ອຍົກອອກບັດເຫຼືອງ IUU ຂອງຄະນະກຳມະການເອີລົບ (EC).
ລັດຖະມົນຕີການຕ່າງປະເທດມາເລເຊຍໄດ້ຮັບຮູ້ຂໍ້ລິເລີ່ມຂອງຫວຽດນາມ ໃນການຈັດຕັ້ງ "ເວທີປາໄສອາຊຽນກ່ຽວກັບການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ມີປະຊາຊົນເປັນໃຈກາງ". |
ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະສັນກັນສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນລາວ ໃນການດຳລົງຕຳແໜ່ງປະທານອາຊຽນ 2024 ຢ່າງສຳເລັດຜົນ; ຊຸກຍູ້ຄວາມສາມັກຄີໃນກຸ່ມເພື່ອສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຢູ່ພາກພື້ນ.
ທ່ານລັດຖະມົນຕີການຕ່າງປະເທດມາເລເຊຍໄດ້ຮັບຮູ້ຂໍ້ລິເລີ່ມຂອງ ຫວຽດນາມ ໃນການຈັດຕັ້ງ “ເວທີປາໄສອາຊຽນ ໃນອະນາຄົດກ່ຽວກັບການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ດ້ວຍຈິດໃຈປະຊາຊົນເປັນໃຈກາງ” (ເດືອນ 4/2024) ແລະ ສັນຍາວ່າຈະສົ່ງຄຳເຊີນຂອງທ່ານນາຍົກລັດຖະມົນຕີ Pham Minh Chinh ເຖິງທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ເຂົ້າຮ່ວມເວທີປາໄສ.
ທີ່ມາ
(0)