* ໃນບັນຍາກາດສະໜິດສະໜົມແລະຈິງໃຈ, ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານນາຍົກລັດຖະມົນຕີ ບຸນກາຣີ Rosen Zhelyazkov. ໄດ້ຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຍາວນານລະຫວ່າງສອງປະເທດ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ການພັດທະນາຢ່າງຕັ້ງໜ້າຂອງການຮ່ວມມືລະຫວ່າງສອງປະເທດໃນໄລຍະມໍ່ໆມານີ້.
ທ່ານປະທານປະເທດ ເນັ້ນໜັກວ່າ, ບຸນກາຣີ ແມ່ນໜຶ່ງໃນບັນດາປະເທດທຳອິດໃນໂລກສ້າງຕັ້ງການພົວພັນ ທາງການທູດ ກັບ ຫວຽດນາມ, ຍາມໃດກໍ່ພ້ອມກັນໜູນຊ່ວຍ ຫວຽດນາມ ໃນພາລະກິດສ້າງສາປະເທດຊາດເປັນເອກະພາບ ແລະ ພັດທະນາ.
ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນເພື່ອປະຕິບັດບັນດາການເຄື່ອນໄຫວທີ່ເປັນສັນຍາລັກເພື່ອສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1950 – 2025), ໃນນັ້ນມີການແລກປ່ຽນຄະນະຜູ້ແທນລະຫວ່າງການນຳຫຼັກແຫຼ່ງຂອງ 2 ປະເທດ; ຊຸກຍູ້ການຮ່ວມມືໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ ແລະ ມີຊ່ອງຫວ່າງເພື່ອຍົກການພົວພັນຮ່ວມມືຂຶ້ນສູ່ລະດັບສູງໃໝ່.
ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ໄດ້ຂອບອົກຂອບໃຈລັດຖະບານ ບູນກາຣີ ທີ່ໄດ້ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວ ຫວຽດນາມ ຢູ່ ບູນກາຣີ ດຳລົງຊີວິດ ແລະ ເຊື່ອມໂຍງເຂົ້າກັບສັງຄົມເຈົ້າພາບ.
ແບ່ງປັນຂໍ້ສະເໜີຂອງທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ Rosen Zhelyazkov ຢືນຢັນວ່າ, ບຸນກາຣີ ຖື ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດແຖວໜ້າຂອງ ອາຊີຕາເວັນອອກສ່ຽງໃຕ້ ແລະ ປາດຖະໜາຢາກເພີ່ມທະວີການຮ່ວມມືໃນບັນດາຂົງເຂດແຮງງານ, ກະສິກຳ ແລະ ປຸງແຕ່ງສະບຽງອາຫານ, ສາທາລະນະສຸກ, ການສຶກສາ ແລະ ບຳລຸງສ້າງ.
ທ່ານນາຍົກລັດຖະມົນຕີ ບຸນກາຣີ ກໍ່ສະເໜີໃຫ້ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການພົວພັນຮ່ວມມືຮອບດ້ານ, ໃນນັ້ນມີການພົວພັນແລກປ່ຽນດ້ານວັດທະນະທຳ ແລະ ປະຊາຊົນ; ແລະເພີ່ມທະວີການປະສານສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ. ທ່ານນາຍົກລັດຖະມົນຕີ Rosen Zhelyazkov ກໍ່ຕີລາຄາສູງບັນດາການປະກອບສ່ວນຂອງປະຊາຄົມຊາວ ຫວຽດນາມ ຢູ່ Bulgaria.
* ໃນການພົບປະກັບທ່ານປະທານາທິບໍດີ ປອກຕຸຍການ Marcelo Rebelo de Sousa, ທ່ານປະທານປະເທດ ເລືອງເກື່ອງ ໄດ້ຕີລາຄາສູງບັນດາການພັດທະນາອັນດີງາມຂອງການພົວພັນຫວຽດນາມ - ປອກຕຸຍການ.
ທ່ານປະທານປະເທດສະເໜີໃຫ້ 2 ປະເທດກະກຽມໃຫ້ແກ່ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1975 – 2025) ແລະ ມານະພະຍາຍາມຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ, ພິເສດແມ່ນບັນດາຂົງເຂດທີ່ມີທ່າແຮງຄື: ເສດຖະກິດ, ການຄ້າ, ການລົງທຶນ, ການຂົນສົ່ງທາງທະເລ, ກະສິກຳ ແລະ ອື່ນໆ.
ທ່ານປະທານາທິບໍດີ ປອກຕຸຍການ ຊົມເຊີຍ ຫວຽດນາມ ເປີດສະຖານທູດ ປະຈຳ ປອກຕຸຍການ ແລະ ຂອບໃຈ ລັດຖະບານ ຫວຽດນາມ ໄດ້ສ້າງເງື່ອນໄຂສະດວກເພື່ອໃຫ້ ປອກຕຸຍການ ເປີດສະຖານທູດປະຈຳ ຫວຽດນາມ ໃນໄວໆນີ້, ຜ່ານນັ້ນ ຍົກສູງປະສິດທິຜົນການໜູນຊ່ວຍການເຊື່ອມຕໍ່ລະຫວ່າງລັດຖະບານ, ທ້ອງຖິ່ນ, ວິສາຫະກິດ ແລະ ປະຊາຊົນ 2 ປະເທດ, ຊຸກຍູ້ການຮ່ວມມືສອງຝ່າຍໃນທຸກຂົງເຂດ.
ທີ່ມາ: https://baotintuc.vn/thoi-su/chu-tich-nuoc-luong-cuong-gap-go-tiep-xuc-voi-lanh-dao-bulgaria-va-bo-dao-nha-20250924062728866.htm
(0)