Vietnam.vn - Nền tảng quảng bá Việt Nam

ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢ້ຽມຢາມ​ສະຖານທູດ ​ແລະ ປະຊາ​ຄົມ​ຊາວ ຫວຽດນາມ ປະຈຳ ຈີ​ເລ

Việt NamViệt Nam10/11/2024

ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ປາດ​ຖະໜາ​ວ່າ ສະຖານທູດ ຫວຽດນາມ ປະຈຳ ຈີ​ເລ ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວ​ຕໍ່​ຊຸກຍູ້​ການ​ພົວພັນ​ແບບ​ພິ​ເສດ ຫວຽດນາມ - ຈີ​ເລ ​ໃຫ້​ເລິກ​ເຊິ່ງກ່ວາ​ອີກ.

ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ກັບ​ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ ຈີ​ເລ. (ພາບ: ລຳຄານ/VNA)

ຕາມ​ນັກ​ຂ່າວ​ພິ​ເສດ​ຂອງ​ສຳນັກ​ຂ່າວສານ​ຫວຽດນາມ​ແລ້ວ, ​ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ​ສາທາລະນະ​ລັດ ຈີ​ເລ ຢ່າງ​ເປັນ​ທາງ​ການ, ຕອນ​ຄ່ຳ​ວັນ​ທີ 9 ພະຈິກ​ນີ້, ຢູ່​ນະຄອນຫຼວງ Santiago de Chile, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ໂອ້​ລົມ​ກັບ​ພະນັກງານ, ລັດຖະກອນ​ສະຖານທູດ ​ແລະ ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ, ​ເຮັດ​ວຽກ ​ແລະ ຮຽນ​ຢູ່ ຈີ​ເລ.

ກ່າວຄຳເຫັນທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີເລ ຫງວຽນຫວຽດເກື່ອງ ໄດ້ສະແດງຄວາມຂອບອົກຂອບໃຈພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງບັນດາອົງການຜູ້ຕາງໜ້າຢູ່ຕ່າງປະເທດ, ພິເສດແມ່ນຢູ່ເຂດຫ່າງໄກສອກຫຼີກຄື ຈີເລ, ຜ່ານນັ້ນ ຊຸກຍູ້ຈິດໃຈພະນັກງານສະຖານທູດມີຄວາມຕັ້ງໃຈປະຕິບັດໜ້າທີ່ທີ່ພັກ ແລະ ລັດມອບໝາຍໃຫ້.

ລາຍງານຕໍ່ທ່ານປະທານປະເທດ ເລືອງເກື່ອງ ກ່ຽວກັບສະພາບຊຸມຊົນ, ທ່ານເອກອັກຄະລັດຖະທູດ ຫງວຽນຫວຽດເກື່ອງ ໃຫ້ຮູ້ວ່າ, ເຖິງວ່າປະຊາຄົມຊາວຫວຽດນາມ ດຳລົງຊີວິດ ແລະ ເຮັດວຽກຢູ່ ຈີເລ ມີຂະໜາດບໍ່ໃຫຍ່ກໍ່ຕາມ, ແຕ່ ຍາມໃດກໍ່ຮູ້ວິທີເສີມຂະຫຍາຍນ້ຳໃຈສາມັກຄີ.

ນອກ​ຈາກ​ພະນັກງານ​ອົງການ​ຜູ້ຕາງໜ້າ​ແລ້ວ, ຊາວ​ຫວຽດນາມ​ສ່ວນ​ຫຼາຍ​ດຳ​ເນີນ​ທຸລະ​ກິດ ​ແລະ ດຳລົງ​ຊີວິດ​ຢູ່​ພາກ​ໃຕ້​ຂອງ​ຈີ​ເລ, ​ແລະ ​ສ່ວນ​ໜ້ອຍ​ຢູ່​ນະຄອນຫຼວງ Santiago ​ແລະ ພາກ​ເໜືອ​ຂອງ Chile.

ທ່ານ​ເອກ​ອັກຄະ​ລັດຖະທູດ​ຢືນຢັນ​ວ່າ, ບົນ​ພື້ນຖານ​ສາຍ​ພົວພັນ​ແບບ​ດັ້ງ​ເດີມ, ​ໄດ້​ຮັບ​ການ​ລ້ຽງ​ດູ​ຈາກ​ການ​ນຳ​ຫຼາຍ​ລຸ້ນຄົນ ​ແລະ ປະຊາຊົນ​ສອງ​ປະ​ເທດ, ວຽກ​ງານ​ຫຼັກ​ໝັ້ນ ​ແລະ ສອດຄ່ອງ​ຂອງ​ສະຖານທູດ​ຫວຽດນາມ ປະຈຳ ຈີ​ເລ ​ແມ່ນ​ຮັກສາ​ການ​ພົວພັນ ​ດ້ານ​ການ​ເມືອງ ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ.

ພະນັກງານສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ປະຈຳ ຈີເລ ຍາມໃດກໍ່ເຊື່ອໝັ້ນຕໍ່ແນວທາງ, ນະໂຍບາຍຂອງພັກ, ລັດ, ກໍ່ຄືການຍົກສູງທີ່ຕັ້ງ ແລະ ຄວາມເຊື່ອໝັ້ນຂອງປະເທດຊາດໃນຍຸກແຫ່ງການຂະຫຍາຍຕົວຂອງປະເທດຊາດ, ກໍ່ສ້າງ ຫວຽດນາມ ພັດທະນາ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ມານະ​ພະຍາຍາມ​ປະຕິບັດ​ວຽກ​ງານ​ການ​ຕ່າງປະ​ເທດ​ເປັນ​ຢ່າງ​ດີ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ປະ​ເທດ, ​ເສດຖະກິດ ​ແລະ ການ​ຄ້າ​ໃນ​ຂົງ​ເຂດ, ກໍ່ສ້າງ​ສຳນັກງານ​ຜູ້ຕາງໜ້າ​ທີ່​ເປັນ​ເອກະ​ພາບ ​ແລະ ສະໜິດສະໜົມ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ ​ແລະ ຈີ​ເລ.

ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ມີ​ການ​ເຈລະຈາ​ກັບ​ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ ​ແລະ ​ເຮັດ​ວຽກ​ຢູ່ ຈີ​ເລ. (ພາບ: ລຳຄານ/VNA)

ບັນດາ​ຄຳ​ເຫັນ​ຂອງ​ຜູ້​ແທນ​ຊຸມ​ຊົນ ​ແລະ ນັກ​ສຶກສາ​ຢູ່​ຕ່າງປະ​ເທດ​ກໍ່​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ໄດ້​ຕ້ອນຮັບ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ຢູ່​ປະ​ເທດ​ທີ່​ຫ່າງ​ໄກ​ຈາກ​ປະ​ເທດ​ຊາດ​ເຄິ່ງ​ໂລກ; ຢືນຢັນ​ວ່າ: ເຖິງ​ວ່າ​ຈະ​ດຳລົງ​ຊີວິດ, ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່​ຫ່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ກໍ່ຕາມ, ​ແຕ່​ເຂົາ​ເຈົ້າ​ລ້ວນ​ແຕ່​ໄດ້​ຮັບ​ຄວາມ​ອົບ​ອຸ່ນ, ດ້ວຍ​ຄວາມ​ຈິງ​ໃຈ ​ແລະ ​ເປັນ​ເອກະ​ພາບ​ທຸກ​ຄັ້ງ​ທີ່​ໄດ້​ພົບ​ປະ​ຢູ່​ເຮືອນ​ປະຊາຊົນ​ທົ່ວ​ປະ​ເທດ​ຂອງ​ປະ​ເທດ​ເຈົ້າພາບ, ສະຖານທູດ ຫວຽດນາມ.

ໃນບັນຍາກາດອັນອົບອຸ່ນ ແລະ ສະໜິດສະໜົມ, ຕາງໜ້າການນຳພັກ ແລະ ລັດ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ສົ່ງຄວາມຢື້ຢາມຖາມຂ່າວອັນຈິງໃຈ ແລະ ອວຍພອນໄຊອັນປະເສີດມາຍັງປະຊາຄົມຊາວ ຫວຽດນາມ ທີ່ດຳລົງຊີວິດ ແລະ ເຮັດວຽກຢູ່ ຈີເລ, ພະນັກງານສະຖານທູດ ຫວຽດນາມ ແລະ ຄອບຄົວ.

ທ່ານ​ປະທານ​ປະ​ເທດ ​ໄດ້​ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ຜົນງານ​ຂອງ​ສະຖານທູດ ​ແລະ ປະຊາ​ຄົມ​ຊາວ ຫວຽດນາມ ປະຈຳ ຈີ​ເລ ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ, ປະກອບສ່ວນ​ສືບ​ຕໍ່​ພັດທະນາ​ສາຍ​ພົວພັນ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ຈີ​ເລ.

ແບ່ງປັນກັບປະຊາຄົມກ່ຽວກັບສະພາບການພາຍໃນປະເທດ, ທ່ານປະທານປະເທດ ຢັ້ງຢືນວ່າ: ເຖິງວ່າສະພາບການເມືອງ ແລະ ເສດຖະກິດໂລກຈະສັບສົນກໍ່ຕາມ, ແຕ່ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ປະຕິບັດຄຳຢັ້ງຢືນຂອງສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ດ້ວຍບັນດາຄວາມມານະພະຍາຍາມຂອງທົ່ວລະບົບການເມືອງ ແລະ ປະຊາຊົນທຸກຊັ້ນຄົນ, ຫວຽດນາມ ສືບຕໍ່ຮັກສາສະຖຽນລະພາບເສດຖະກິດມະຫາພາກ, ອັດຕາເງິນເຟີ້ຖືກຄວບຄຸມ; ສະຖຽນລະພາບທາງດ້ານການເມືອງ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄດ້ຮັບການເພີ່ມທະວີ, ເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນໄດ້ຮັບການປົກປັກຮັກສາຢ່າງໝັ້ນຄົງ; ວຽກ​ງານ​ການ​ຕ່າງ​ປະ​ເທດ​ໄດ້​ຮັບ​ການ​ຊຸກ​ຍູ້ ແລະ ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ທີ່​ດີ​ຫຼາຍ​ຢ່າງ.

ເນັ້ນໜັກວ່າ ພັກ ແລະລັດ ຍາມໃດກໍ່ຖືເປັນສຳຄັນ ແລະ ຖືປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນສ່ວນໜຶ່ງທີ່ຂາດບໍ່ໄດ້, ເປັນແຫຼ່ງຊັບພະຍາກອນຂອງປະຊາຄົມແຫ່ງຊາດ ແລະ ເປັນປັດໃຈສຳຄັນປະກອບສ່ວນຊຸກຍູ້ການພົວພັນຮ່ວມມື, ມິດຕະພາບ ຫວຽດນາມ - ຈີເລ ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່ຊຸກຍູ້ການພົວພັນແບບພິເສດ ຫວຽດນາມ - ຈີເລ ໃຫ້ເລິກເຊິ່ງກວ່າອີກ.

ຄຽງ​ຂ້າງ​ນັ້ນ, ຕາມ​ທ່ານ​ປະທານ​ປະ​ເທດ​ແລ້ວ, ສະຖານທູດ​ກໍ່​ຕ້ອງ​ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ຂົງ​ເຂດ​ການ​ເມືອງ, ການ​ທູດ​ເສດຖະກິດ, ການ​ທູດ​ວັດທະນະທຳ ​ແລະ ວຽກ​ງານ​ຊຸມ​ຊົນ, ​ໃນ​ນັ້ນ​ຖື​ເປັນ​ບຸລິມະສິດ​ໃນ​ການ​ຊຸກຍູ້​ບົດບາດ​ທີ່​ປຶກສາ, ຄຽງ​ຂ້າງ ​ແລະ ສະໜັບສະໜູນ​ການ​ປະຕິບັດ​ບັນດາ​ໂຄງການ ​ແລະ ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ 2 ປະ​ເທດ, ສືບ​ຕໍ່​ກໍ່ສ້າງ​ອົງການ​ຈັດ​ຕັ້ງ​ພັກ ​ແລະ ຜູ້​ຕາງ​ໜ້າ​ຂອງ​ຫວຽດນາມ ​ໃຫ້​ເຂັ້ມ​ແຂງ. ກ່ອນ​ເພື່ອນ​ມິດສາ​ກົນ.

ທ່ານ​ປະທານ​ປະ​ເທດ​ກໍ່​ຫວັງ​ວ່າ​ສະຖານທູດ​ຈະ​ໃຫ້ການ​ສະໜັບສະໜູນ​ຢ່າງ​ທັນ​ການ​ໃຫ້​ແກ່​ພີ່ນ້ອງ​ຮ່ວມ​ຊາດ​ໃນ​ປະ​ເທດ​ເຈົ້າພາບ​ກໍ່​ຄື​ໃນ​ຂົງ​ເຂດ​ພ້ອມ​ກັນ; ​ແລະ ຫວັງ​ວ່າ​ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ຈີ​ເລ, ​ເຖິງ​ວ່າ​ຈະ​ມີ​ຈຳນວນ​ໜ້ອຍ​ກໍ່ຕາມ, ​ແຕ່​ຈະ​ເປັນ​ເອກະ​ພາບ​ກັນ, ຮັກສາ​ການ​ພົວພັນ​ທີ່​ສະໜິດສະໜົມ, ຮັກສາ​ການ​ພົວພັນ​ຢ່າງ​ເປັນ​ປົກກະຕິ ​ແລະ ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ມຸ່ງ​ໄປ​ສູ່​ຮາກ​ຖານ./.


ທີ່ມາ

(0)

No data
No data

ດອກ​ຕາ​ເວັນ​ປ່າ​ຍ້ອມ​ຕົວ​ເມືອງ​ພູ​ດອຍ​ເປັນ​ສີ​ເຫຼືອງ, ດ່າ​ລາດ ໃນ​ລະ​ດູ​ທີ່​ສວຍ​ງາມ​ທີ່​ສຸດ​ຂອງ​ປີ
G-Dragon ໄດ້ລະເບີດຂຶ້ນກັບຜູ້ຊົມໃນລະຫວ່າງການສະແດງຂອງລາວຢູ່ຫວຽດນາມ
ແຟນເພດຍິງໃສ່ຊຸດແຕ່ງງານໄປຄອນເສີດ G-Dragon ທີ່ເມືອງ Hung Yen
ປະທັບໃຈກັບຄວາມງາມຂອງບ້ານ Lo Lo Chai ໃນລະດູການດອກໄມ້ buckwheat

ມໍລະດົກ

ຮູບ

ທຸລະກິດ

ປະທັບໃຈກັບຄວາມງາມຂອງບ້ານ Lo Lo Chai ໃນລະດູການດອກໄມ້ buckwheat

ເຫດການປະຈຸບັນ

ລະບົບການເມືອງ

ທ້ອງຖິ່ນ

ຜະລິດຕະພັນ