ຄະນະຜູ້ແທນຕຳຫຼວດແຂວງຫົວພັນ (ລາວ) ໄດ້ມອບຂອງຂວັນ ແລະ ອວຍພອນປີໃໝ່ໃຫ້ພະນັກງານ, ນັກຮົບຕຳຫຼວດແຂວງ ແທງຮ໋ວາ .
ໃນບັນຍາກາດອັນອົບອຸ່ນ, ເປັນເອກະພາບ ແລະ ສະໜິດສະໜົມ, 2 ຝ່າຍໄດ້ແຈ້ງໃຫ້ກັນຊາບບັນດາໝາກຜົນພົ້ນເດັ່ນໃນການປະຕິບັດໜ້າທີ່ໃນປີ 2024 ແລະ ສະພາບການຢູ່ເຂດຊາຍແດນຂອງສອງປະເທດ. ຕາມນັ້ນແລ້ວ, ໃນໄລຍະມໍ່ໆມານີ້, ກຳລັງປ້ອງກັນຊາຍແດນແຂວງ ແທງຮ໋ວາ - ຫົວພັນ ໄດ້ສົມທົບກັນຢ່າງແໜ້ນແຟ້ນໃນການລາດຕະເວນ, ຄວບຄຸມ, ປ້ອງກັນຄວາມສະຫງົບ, ຫຼັກໝາຍຊາຍແດນ; ໂຄສະນາໃຫ້ປະຊາຊົນສອງປະເທດປະຕິບັດບັນດາຂໍ້ຕົກລົງ, ລະບຽບການຢູ່ເຂດຊາຍແດນຢ່າງເຂັ້ມງວດ, ສ້າງເງື່ອນໄຂສະດວກໃຫ້ປະຊາຊົນໄປທ່ອງທ່ຽວ, ຢ້ຽມຢາມຍາດຕິພີ່ນ້ອງ, ຊື້ຂາຍ, ແລກປ່ຽນສິນຄ້າ, ພັດທະນາ ເສດຖະກິດ .
ຕາງໜ້າກອງບັນຊາການ ປກສ ແຂວງຫົວພັນ, ທ່ານ ພັນເອກ ອຳພອນ ຟານມາຈັນ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ສົ່ງຄຳອວຍພອນປີໃໝ່ 2025 ມາຍັງບັນດາການນຳ, ພະນັກງານ, ນັກຮົບກອງບັນຊາການ ປກສ ແຂວງ ແທງຮ໋ວາ; ປາດຖະໜາວ່າ ນ້ຳໃຈສາມັກຄີ ແລະ ການຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງຕຳຫຼວດຂອງສອງແຂວງນັບມື້ນັບໝັ້ນຄົງເຂັ້ມແຂງ, ປະກອບສ່ວນສຳຄັນເຂົ້າໃນວຽກງານຮັກສາຄວາມສະຫງົບປອດໄພ, ຮັບໃຊ້ຢ່າງມີປະສິດທິຜົນໃນການພັດທະນາເສດຖະກິດ - ສັງຄົມຂອງສອງແຂວງ.
ຕາງໜ້າການນຳຂອງຕຳຫຼວດແຂວງ ແທງຮ໋ວາ, ທ່ານ ພັນເອກ ເລຫງອກແອງ, ຮອງຫົວໜ້າກອງບັນຊາການຕຳຫຼວດແຂວງ ແທງຮ໋ວາ ຢືນຢັນ ແລະ ຕີລາຄາສູງການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງກຳລັງຕຳຫຼວດ 2 ແຂວງ ໃນການຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຮັກສາ ອະທິປະໄຕ ຊາຍແດນແຫ່ງຊາດ, ສ້າງເງື່ອນໄຂໃຫ້ປະຊາຊົນ 2 ປະເທດ ແລະ 2 ແຂວງມີຄວາມສະຫງົບປອດໄພ.
ທ່ານຮອງຜູ້ບັນຊາການຕຳຫຼວດແຂວງ ແທງຮ໋ວາ ປາດຖະໜາວ່າ ໃນປີ 2025, 2 ຝ່າຍຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມື, ຕ້ານ ແລະ ສະກັດກັ້ນອາດຊະຍາກຳທຸກປະເພດ ແລະ ການລະເມີດກົດໝາຍຢູ່ຊາຍແດນ; ແລກປ່ຽນຂໍ້ມູນຂ່າວສານ ແລະ ປະສົບການຢ່າງເປັນປະຈຳໃນການຮັບປະກັນຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ; ຜ່ານນັ້ນ ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ລາວ ເວົ້າລວມ ແທງຮ໋ວາ - ຫົວພັນ ເວົ້າສະເພາະ “ສີຂຽວຕະຫຼອດໄປ, ຍືນຍົງ”.
ໄທແທ່ງ (ຜູ້ປະກອບສ່ວນ)
ທີ່ມາ: https://baothanhhoa.vn/cong-an-tinh-hua-phan-lao-tham-chuc-tet-can-bo-chien-si-cong-an-thanh-hoa-236927.htm
(0)