ສື່ມວນຊົນຍີ່ປຸ່ນລາຍງານໃນວັນທີ 25 ຕຸລານີ້ກ່ຽວກັບພິທີລົງນາມສົນທິສັນຍາຕ້ານອາດຊະຍາກຳທາງອິນເຕີເນັດຂອງສະຫະປະຊາຊາດ (ສົນທິສັນຍາຮ່າໂນ້ຍ), ໂດຍຍົກໃຫ້ເຫັນການຕີລາຄາວ່ານີ້ແມ່ນສົນທິສັນຍາສຳຄັນຂອງສະຫະປະຊາຊາດກ່ຽວກັບອາດຊະຍາກຳທາງອິນເຕີເນັດ, ເພື່ອແນໃສ່ແກ້ໄຂອາດຊະຍາກຳທີ່ສ້າງຄວາມເສຍຫາຍຫຼາຍຕື້ໂດລາສະຫະລັດໃນແຕ່ລະປີຕໍ່ ເສດຖະກິດ ໂລກ.
“ພິທີເປີດການລົງນາມໃນສົນທິສັນຍາຕ້ານອາດຊະຍາກຳທາງອິນເຕີແນັດຂອງສະຫະປະຊາຊາດທີ່ໄດ້ຮັບການຮັບຮອງເອົາໃນປີ 2024 ໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ , ຫວຽດນາມ, ວັນທີ 25 ຕຸລານີ້.
ສຳນັກຂ່າວສານ Jiji ໄດ້ອ້າງຄຳເວົ້າຂອງສື່ມວນຊົນຫວຽດນາມ ທີ່ໃຫ້ຮູ້ວ່າ: ມີເກືອບ 70 ປະເທດໄດ້ລົງນາມໃນສົນທິສັນຍາດັ່ງກ່າວ ແລະ ເອກະສານດັ່ງກ່າວຈະມີຜົນສັກສິດພາຍຫຼັງ 40 ປະເທດສຳເລັດຂະບວນການໃຫ້ສັດຕະຍາບັນພາຍໃນປະເທດ.
ຕາມສຳນັກຂ່າວສານ Jiji ແລ້ວ, ສົນທິສັນຍາສະບັບນີ້ແນໃສ່ເພີ່ມທະວີການຮ່ວມມືສາກົນໃນການປ້ອງກັນອາດຊະຍາກຳທາງອິນເຕີເນັດ, ຄວບຄຸມການແບ່ງປັນຂໍ້ມູນເອເລັກໂຕຼນິກທີ່ຖືວ່າເປັນຫຼັກຖານຂອງອາດຊະຍາກຳ ກໍ່ຄືການໜູນຊ່ວຍດ້ານເຕັກນິກໃຫ້ແກ່ບັນດາປະເທດພວມພັດທະນາ.
ນີ້ແມ່ນສົນທິສັນຍາຄັ້ງທຳອິດກ່ຽວກັບອາຊະຍາກຳທາງອິນເຕີເນັດທີ່ສະຫະປະຊາຊາດໄດ້ຮັບຮອງເອົາ, ໃນນັ້ນບັນດາປະເທດສະມາຊິກຕ້ອງສ້າງ ແລະ ປັບປຸງກົດໝາຍພາຍໃນປະເທດ ເພື່ອຮັບມືກັບການກະທຳເຊັ່ນການເຂົ້າເຖິງຢ່າງຜິດກົດໝາຍ ແລະຮູບພາບລາມົກຂອງເດັກ.

ໃນຂະນະນັ້ນ, ໜັງສືພິມ Nikkei Asia ໃຫ້ຮູ້ວ່າ: ສົນທິສັນຍາຮ່າໂນ້ຍ ຈະຊຸກຍູ້ການຮ່ວມມືສາກົນຕ້ານອາດຊະຍາກຳທາງອິນເຕີແນັດທີ່ເພີ່ມຂຶ້ນ.
Nikkei Asia ໄດ້ອ້າງຄຳເວົ້າຂອງທ່ານເລຂາທິການໃຫຍ່ ສປຊ Antonio Guterres ທີ່ໄດ້ເນັ້ນໜັກວ່າ: "ສົນທິສັນຍາຂອງອົງການສະຫະປະຊາຊາດກ່ຽວກັບອາຊະຍາກຳທາງອິນເຕີເນັດແມ່ນເຄື່ອງມືທີ່ມີອໍານາດ, ມີຜົນບັງຄັບໃຊ້ທາງດ້ານກົດໝາຍເພື່ອເພີ່ມທະວີການປ້ອງກັນຮ່ວມກັນຂອງພວກເຮົາຕໍ່ກັບອາດຊະຍາກຳທາງອິນເຕີເນັດ."./.
ທີ່ມາ: https://www.vietnamplus.vn/cong-uoc-ha-noi-cong-cu-manh-me-cung-co-kha-nang-phong-thu-truoc-toi-pham-mang-post1072700.vnp






(0)