ພາຍຫຼັງກອງປະຊຸມເປີດພິທີລົງນາມໃນສົນທິສັນຍາສະຫະປະຊາຊາດຕ້ານອາດຊະຍາກຳທາງອິນເຕີເນັດ ດ້ວຍຫົວຂໍ້ “ຕ້ານອາດຊະຍາກຳທາງອິນເຕີເນັດ - ແບ່ງປັນຄວາມຮັບຜິດຊອບ - ມຸ່ງໄປເຖິງອະນາຄົດ”, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ສົມທົບກັບເລຂາທິການໃຫຍ່ ສປຊ Antonio Guterres ແລະ ບັນດາການນຳຂັ້ນສູງຂອງບັນດາປະເທດ, ພາກພື້ນ ແລະ ສາກົນ ເຂົ້າຮ່ວມພິທີລົງນາມໃນສົນທິສັນຍາ ຮ່າໂນ້ຍ .
ສົນທິສັນຍາຮ່າໂນ້ຍ ລວມມີບັນດາເນື້ອໃນສຳຄັນຄື: ຢືນຢັນ ອະທິປະໄຕ ແຫ່ງຊາດໃນຂົງເຂດໄຊເບີ ແລະ ໜ້າທີ່ຮັບຜິດຊອບປະຕິບັດການຮ່ວມມືສາກົນໃນການປ້ອງກັນ, ຕ້ານອາດຊະຍາກຳທາງອິນເຕີແນັດ.../.
(TTXVN/Vietnam+)
ທີ່ມາ: https://www.vietnamplus.vn/cong-uoc-ha-noi-hanh-lang-phap-ly-toan-cau-cho-an-toan-khong-giant-mang-post1072599.vnp






(0)