Đại sứ quán Việt Nam tại Phần Lan long trọng tổ chức kỷ niệm 80 năm Cách mạng tháng Tám và Quốc khánh 2/9
ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມທິ​ແທ່ງ​ບິ່ງ ພ້ອມ​ດ້ວຍ​ບັນດາ​ຜູ້​ແທນ.

ຕອນບ່າຍວັນທີ 19 ສິງຫາ, ສະຖານທູດຫວຽດນາມ ປະຈໍາ ແຟງລັງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ (19 ສິງຫາ 1945 – 19 ສິງຫາ 2025) ແລະ ວັນຊາດສາທາລະນະລັດສັງຄົມນິຍົມຫວຽດນາມ (ວັນທີ 2 ກັນຍາ 1945 – 2 ກັນຍາ 2025).

ເຂົ້າ​ຮ່ວມ​ພິທີ​ມີ​ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ລັດຖະສະພາ​ແຟງ​ລັງ, ບັນດາ​ອົງການ ​ການ​ທູດ , ບັນດາ​ນະຄອນ​ໃຫຍ່, ວົງ​ຄະນາ​ຍາດ​ວິ​ສາ​ຫະກິດ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ພວມ​ດຳລົງ​ຊີວິດ, ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່ ແຟງ​ລັງ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສົນ​ໃຈ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ ຫວຽດນາມ - ແຟງ​ລັງ ​ແລະ ບັນດາ​ເພື່ອນ​ມິດສາ​ກົນ.

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ແຟງ​ລັງ ຟ້າ​ມທິ​ແທ່ງ​ບິ່ງ ​ເນັ້ນ​ໜັກ​ເຖິງ​ຄວາມ​ໝາຍ​ປະຫວັດສາດ​ອັນ​ໃຫຍ່​ຫຼວງ​ຂອງ​ການ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນ​ຊາດ 2 ກັນຍາ, ​ແມ່ນ​ເຫດການ​ບໍ່​ພຽງ​ແຕ່​ໄດ້​ປ່ຽນ​ແປງ​ຈຸດໝາຍ​ປາຍທາງ​ຂອງ​ຊາດ​ຫວຽດນາມ ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ປະກອບສ່ວນ​ຈູດ​ໄຟ​ແຫ່ງ​ການ​ຕໍ່ສູ້​ເພື່ອ​ເອກະລາດ ​ແລະ ​ເສລີ​ຂອງ​ຫຼາຍ​ປະ​ເທດ​ໃນ ​ໂລກ .

ທ່ານ​ເອກ​ອັກຄະ​ລັດຖະທູດ​ຢືນຢັນ​ວ່າ: ພາຍຫຼັງ 80 ປີ​ແຫ່ງ​ການ​ກໍ່ສ້າງ ​ແລະ ພັດທະນາ, ປະຈຸ​ບັນ ຫວຽດນາມ ​ໄດ້​ກາຍ​ເປັນ​ປະ​ເທດ​ເອກະລາດ, ໝັ້ນຄົງ ​ແລະ ​ເຄື່ອນ​ໄຫວ​ຢູ່​ພາກ​ພື້ນ​ອາຊີ - ປາຊີ​ຟິກ . ໝາກຜົນ​ແຫ່ງ​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ແມ່ນ​ໝາກຜົນ​ແຫ່ງ​ຄວາມ​ຢືດ​ຢຸ່ນ, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ຄວາມ​ຕັດສິນ​ໃຈ, ​ເປັນ​ຂີດ​ໝາຍ​ແຫ່ງ​ການ​ຫັນປ່ຽນ​ຢ່າງ​ແຂງ​ແຮງ​ເຂົ້າ​ໃນ “ ຍຸກ ​ແຫ່ງ​ການ​ເຕີບ​ໂຕ”.

Đại sứ quán Việt Nam tại Phần Lan long trọng tổ chức kỷ niệm 80 năm Cách mạng tháng Tám và Quốc khánh 2/9
ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມທິ​ແທ່ງ​ບິ່ງ ກ່າວ​ຄຳ​ເຫັນ​ທີ່​ພິທີ.

ກ່າວ​ຄຳ​ເຫັນ​ທີ່​ນີ້, ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຟ້າ​ມທິ​ແທ່ງ​ບິ່ງ ​ເນັ້ນ​ໜັກ​ວ່າ: ບົນ​ເສັ້ນທາງ​ພັດທະນາ, ຫວຽດນາມ ຍາມ​ໃດ​ກໍ່​ຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມື ​ແລະ ການ​ສະໜັບສະໜູນ​ຂອງ​ບັນດາ​ຄູ່​ຮ່ວມ​ມື​ສາກົນ, ​ໃນ​ນັ້ນ​ມີ ແຟງ​ລັງ.

ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຫຼາຍ​ຂົງ​ເຂດ - ນັບ​ແຕ່​ການ​ສຶກສາ, ​ເຕັກ​ໂນ​ໂລ​ຢີ, ນະ​ວັດຕະກຳ​ເຖິງ​ການ​ຄ້າ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ - ນັບ​ມື້​ນັບ​ໄດ້​ຮັບ​ການ​ເພີ່ມ​ທະວີ ​ແລະ ພັດທະນາ. ຫວຽດນາມ ເຊື່ອ​ໝັ້ນ​ວ່າ, ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ອັນ​ເປັນ​ມູນ​ເຊື້ອ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຕົວ​ຈິງ​ໃຫ້​ແກ່​ປະຊາຊົນ​ສອງ​ປະ​ເທດ.

ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມທິ​ແທ່ງ​ບິ່ງ ​ເນັ້ນ​ໜັກ​ວ່າ: ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ແມ່ນ​ຄວາມ​ພາກພູມ​ໃຈ ​ແລະ ການ​ປະກອບສ່ວນ​ບໍ່​ພຽງ​ແຕ່​ໃຫ້​ບັນດາ​ພີ່ນ້ອງ​ຮ່ວມ​ຊາດ​ໃນ​ທົ່ວ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຊາວ ຫວຽດນາມ ຢູ່​ຕ່າງປະ​ເທດ​ນັບ​ລ້ານ​ຄົນ - ​ໃນ​ນັ້ນ​ມີ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ແຟງ​ລັງ, ​ເຖິງ​ວ່າ​ຢູ່​ຫ່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ກໍ່ຕາມ, ​ແຕ່​ຍັງ​ຄົງ​ແມ່ນ​ສ່ວນ​ໜຶ່ງ​ທີ່​ຂາດ​ບໍ່​ໄດ້​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ປະ​ເທດ​ຊາດ. “ຫວຽດ​ນາມ​ແມ່ນ​ໜຶ່ງ, ປະ​ຊາ​ຊົນ​ຫວຽດ​ນາມ​ແມ່ນ​ໜຶ່ງ​ດຽວ, ບໍ່​ມີ​ສິ່ງ​ໃດ​ສາ​ມາດ​ແຍກ​ເຈດ​ຕະ​ນາ​ກຳ​ເນີດ ແລະ ອະ​ນາ​ຄົດ​ຂອງ​ຊາວ​ຫວຽດ​ນາມ​ທັງ​ໝົດ, ບໍ່​ວ່າ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ.”

ເນື່ອງ​ໃນ​ໂອກາດ​ນີ້, ສະຖານທູດ​ຫວຽດນາມ ​ໄດ້​ຈັດ​ງານ​ວາງສະ​ແດງ​ຮູບ​ແຕ້ມ​ດ້ວຍ​ຫົວ​ຂໍ້ “ ມໍລະດົກ ​ຫວຽດນາມ”, ​ແນະນຳ​ບັນດາ​ຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ, ຄຸນ​ຄ່າ​ພື້ນ​ເມືອງ ​ແລະ ຄວາມ​ງາມ​ທາງ​ທຳ​ມະ​ຊາດ​ຂອງ​ປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ແນະນຳ​ມໍລະດົກ​ຂອງ Yen Tu-Vinh Nghiem-Con Son ​ແລະ ອະນຸສາວະລີ Kiep Bac ​ເຊິ່ງ​ເມື່ອ​ບໍ່​ດົນ​ມາ​ນີ້​ໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO ​ເປັນ​ມໍລະດົກ​ໂລກ. ງານ​ວາງສະ​ແດງ​ໄດ້​ດຶງ​ດູດ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຈາກ​ເພື່ອນ​ມິດສາ​ກົນ, ປະກອບສ່ວນ​ໂຄສະນາ​ພາບ​ພົດ​ຂອງ​ຫວຽດນາມ ດ້ວຍ​ເອກະລັກ​ທີ່​ອຸດົມສົມບູນ, ຂະຫຍັນ​ຂັນ​ເຄື່ອນ ​ແລະ ​ເປີດ​ກວ້າງ.

ພິທີດັ່ງກ່າວບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ປະຊາຄົມຊາວຫວຽດນາມ ຢູ່ ແຟງລັງ ທົບທວນຄືນບັນດາຮີດຄອງປະເພນີອັນດີງາມຂອງຊາດ, ແຕ່ຍັງເປັນຂົວຕໍ່ຊຸກຍູ້ຄວາມເຂົ້າໃຈ ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດ.

​ໃນ​ບັນຍາກາດ​ອັນ​ສະໜິດສະໜົມ​ແຕ່​ອົບ​ອຸ່ນ, ​ເຫດການ​ດັ່ງກ່າວ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ, ປະກອບສ່ວນ​ເຜີຍ​ແຜ່​ນ້ຳ​ໃຈ​ສາມັກຄີ, ຄວາມ​ເອກອ້າງ​ທະນົງ​ໃຈ​ຂອງ​ຊາດ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ຫວຽດນາມ ​ໃນ​ໄລຍະ​ໃໝ່.

ຮູບ​ພາບ​ບາງ​ຢ່າງ​ໃນ​ການ​ສະ​ເຫຼີມ​ສະ​ຫຼອງ​