ຕາງໜ້າໃຫ້ ລັດຖະບານ ກາງເຢຍລະມັນ , ທ່ານນາງ Gisela Hammerschmidt, ຜູ້ອຳນວຍການໃຫຍ່ກະຊວງການຮ່ວມມື ເສດຖະກິດ ແລະ ພັດທະນາ (BMZ), ໄດ້ໃຫ້ຄຳໝັ້ນສັນຍາຈະໜູນຊ່ວຍບັນດາໂຄງການພັດທະນາ 185,5 ລ້ານເອີໂຣໃນໄລຍະ 2 ປີຕໍ່ໜ້າ.

ພິທີລົງນາມລະຫວ່າງຜູ້ແທນເຢຍລະມັນ ແລະ ຫວຽດນາມ: ທ່ານ ຮ່ວາງຫາຍ, ຮອງຫົວໜ້າກົມຄຸ້ມຄອງໜີ້ສິນ ແລະ ການພົວພັນເສດຖະກິດຕ່າງປະເທດ, ກະຊວງການເງິນ ແລະ ທ່ານນາງ Gisela Hammerschmidt, ຜູ້ອຳນວຍການກະຊວງການຮ່ວມມືເສດຖະກິດ ແລະ ພັດທະນາສະຫະພັນເຢຍລະມັນ (BMZ).
ໃນນັ້ນ, 25,5 ລ້ານເອີໂຣຈະມອບໃຫ້ບັນດາໂຄງການໃຫ້ຄຳປຶກສາໃນຂອບເຂດການຮ່ວມມືດ້ານເຕັກນິກ, ໃນຂະນະທີ່ຍັງເຫຼືອ 160 ລ້ານເອີໂຣຈະສຸມໃສ່ລົງທຶນແບບຍືນຍົງຂອງວິສາຫະກິດ. ຝ່າຍຫວຽດນາມ ນຳໂດຍທ່ານ ຮວ່າງຫາຍ ຮອງຫົວໜ້າກົມຄຸ້ມຄອງໜີ້ສິນ ແລະ ການພົວພັນເສດຖະກິດຕ່າງປະເທດ (ກະຊວງການເງິນ).
2 ຝ່າຍເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດ ພະລັງງານ ທົດແທນ ແລະ ບຳລຸງສ້າງວິຊາຊີບ, ເພີ່ມທະວີການພົວພັນກັບພາກເອກະຊົນ. ປະຈຸບັນ ເຢຍລະມັນ ແມ່ນຄູ່ຮ່ວມມືສຳຄັນທີ່ສຸດຂອງຫວຽດນາມ ຢູ່ເອີລົບ ໃນດ້ານເສດຖະກິດ ແລະ ພັດທະນາ, ແລະ ການພົວພັນນີ້ຈະສືບຕໍ່ໄດ້ຮັບການເພີ່ມທະວີ.
ຈຸດພົ້ນເດັ່ນໃນການເຈລະຈາແມ່ນຂໍ້ຕົກລົງກ່ຽວກັບຂໍ້ແນະນຳການຮ່ວມມືດ້ານວິຊາການ (TC-Guidelines), ເຊິ່ງຊ່ວຍຫຼຸດເວລາການປະເມີນ ແລະ ຈັດຕັ້ງປະຕິບັດໂຄງການ ແລະ ປັບປຸງປະສິດທິພາບການຈັດຕັ້ງປະຕິບັດໃນລະດັບໂຄງການ.

2 ຝ່າຍເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດພະລັງງານທົດແທນ ແລະ ບຳລຸງສ້າງວິຊາຊີບ.
ດ້ວຍບັນດາຄຳໝັ້ນສັນຍາໃໝ່, ເຢຍລະມັນ ສືບຕໍ່ຜັນຂະຫຍາຍການໜູນຊ່ວຍ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ 2 ຝ່າຍ. ມາຮອດປະຈຸບັນ, ຍອດມູນຄ່າການຮ່ວມມືພັດທະນາລະຫວ່າງ ເຢຍລະມັນ - ຫວຽດນາມ ໄດ້ລື່ນກາຍ 3 ຕື້ເອີໂຣ.
ມິນຈຽງ
ທີ່ມາ: https://congthuong.vn/duc-cam-ket-ho-tro-185-5-trieu-euro-cho-viet-nam-trong-2-nam-433025.html






(0)