
ຕາມນັ້ນແລ້ວ, VNR ພຽງແຕ່ໄດ້ຮັບ ແລະ ຂົນສົ່ງເຄື່ອງບັນເທົາທຸກໂດຍບໍ່ເສຍຄ່າຈາກບັນດາອົງການ, ບຸກຄົນຜ່ານຄະນະກຳມະການປະຊາຊົນ, ຄະນະກຳມະ ການແນວໂຮມປະເທດຊາດ ແລະ ສະພາກາແດງບັນດາແຂວງ, ນະຄອນ. ລະບຽບການນີ້ເພື່ອແນໃສ່ຮັບປະກັນການຂົນສົ່ງເຄື່ອງບັນເທົາທຸກໄປໃຫ້ປະຊາຊົນຢ່າງສະດວກ, ທັນການ ແລະ ປອດໄພ.
ເພື່ອຮັບປະກັນການໜູນຊ່ວຍດຳເນີນໄປໃນທິດທາງທີ່ຖືກຕ້ອງ, ປອດໄພ ແລະ ມີປະສິດທິຜົນທີ່ສຸດ, VNR ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງ, ວິສາຫະກິດ ແລະ ບຸກຄົນຜູ້ໃຈບຸນສົ່ງເຄື່ອງບັນເທົາທຸກຜ່ານອຳນາດການປົກຄອງຂັ້ນເທິງ, ຈຳກັດການເຄື່ອນຍ້າຍສິນຄ້າດ້ວຍລົດບັນທຸກທາງໄກ ໃນສະພາບດິນຟ້າອາກາດຜິດປົກກະຕິຢູ່ເຂດພາກກາງ, ຝົນຕົກໜັກເປັນເວລາດົນນານ ແລະ ຄວາມສ່ຽງອາດເກີດດິນເຈື່ອນຢູ່ຫຼາຍບ່ອນ. ການຈັດລະບຽບການຂົນສົ່ງດ້ວຍຕົນເອງສາມາດເຮັດໃຫ້ເກີດຄວາມບໍ່ຫມັ້ນຄົງແລະຂັດຂວາງວຽກງານກູ້ໄພ.

ວຽກງານຮັບແລະຂົນສົ່ງເຄື່ອງບັນເທົາທຸກຖືກຈັດຕັ້ງຢູ່ບັນດາສະຖານີທີ່ມີຄຸນວຸດທິໃນຕາໜ່າງທາງລົດໄຟແຫ່ງຊາດຄື: ໄຊງ່ອນ, ຊົງແທ່ງ, ຍາຈາງ, ດົ່ງໂຮຍ, ວິງ, ແທງຮວາ, ຈາບບັດ, ຮ່າໂນ້ຍ , ຫາຍຟ່ອງ... ບັນດາເຄື່ອງບັນເທົາທຸກຈະໄດ້ຂົນສົ່ງໄປຍັງສະຖານີ ເຫ້ວ ແລະ ສະຖານີ ດ່າໜັງ.
ການຂົນສົ່ງສິນຄ້າບັນເທົາທຸກໂດຍບໍ່ເສຍຄ່າແມ່ນໄດ້ປະຕິບັດຕັ້ງແຕ່ນີ້ຈົນກ່ວາແຈ້ງການເພີ່ມເຕີມ. VNR ກໍ່ຮຽກຮ້ອງໃຫ້ບັນດາອົງການ, ອົງການຈັດຕັ້ງ, ທ້ອງຖິ່ນສົມທົບກັນຢ່າງແໜ້ນແຟ້ນໃນການຮັບ, ຂົນສົ່ງ ແລະ ແຈກຢາຍສິນຄ້າ, ເພື່ອແນໃສ່ໜູນຊ່ວຍປະຊາຊົນຢູ່ເຂດປະສົບໄພນ້ຳຖ້ວມໃຫ້ມີສະຖຽນລະພາບໂດຍໄວ.
ຕາມໜັງສືພິມ ຮ່າໂນ້ຍ ມອຍ
ທີ່ມາ: https://baotuyenquang.com.vn/xa-hoi/202510/duong-sat-tiep-tuc-van-chuyen-mien-phi-hang-hoa-cuu-tro-den-vung-lu-mien-trung-c803294/






(0)