ເພື່ອເປັນການກະກຽມຄວາມພ້ອມໃຫ້ແກ່ວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ, ກົມຄຸ້ມຄອງປ່າສະຫງວນແຂວງ ເງ້ອານ ໄດ້ສົມທົບກັບກົມປ້ອງກັນປ່າໄມ້ເຂດ 2 ຈັດຕັ້ງຊຸດຝຶກອົບຮົມວຽກງານປ້ອງກັນ ແລະ ຕ້ານອັກຄີໄພໃນປີ 2024. ມີນັກສຳມະນາກອນທັງໝົດ 76 ຄົນ ທີ່ມາຈາກ 17 ໜ່ວຍປ້ອງກັນປ່າໄມ້ລະຫວ່າງເມືອງ, ໜ່ວຍປ້ອງກັນ ແລະ ຕ້ານໄຟໄໝ້ປ່າເຄື່ອນທີ່ 3 ຄົນ.
ຊຸດອົບຮົມມີ 7 ຫົວຂໍ້ ເນື້ອໃນດັ່ງນີ້: ຄວາມຮູ້ທົ່ວໄປກ່ຽວກັບການສະກັດກັ້ນ ແລະ ຕ້ານໄຟໄໝ້ປ່າ; ການຄຸ້ມຄອງລັດກ່ຽວກັບການປ້ອງກັນແລະຕ້ານໄຟປ່າ, ການສື່ສານກ່ຽວກັບການປົກປັກຮັກສາປ່າ, ການປ້ອງກັນ ແລະ ຕ້ານໄຟປ່າ; ການປະຕິບັດການນຳໃຊ້ເຄື່ອງຈັກ ແລະ ອຸປະກອນ; ແລກປ່ຽນປະສົບການຕົວຈິງໃນວຽກງານປ້ອງກັນ ແລະ ຕ້ານໄຟໄໝ້ປ່າ.
ຜ່ານໂຄງການຝຶກອົບຮົມໃຫ້ນັກສຳມະນາກອນໄດ້ເພີ່ມຄວາມຮູ້, ທັກສະ, ວິຊາການໃນວຽກງານປ້ອງກັນ ແລະ ຕ້ານໄຟປ່າ, ເຕັກນິກການເຄື່ອນໄຫວ, ໃຊ້ພາຫະນະ, ເຄື່ອງອຸປະກອນ, ເຄື່ອງປ້ອງກັນໄຟປ່າຢ່າງສະໜິດສະໜົມ; ແລະ ທັກສະໃນການບັນຊາ ແລະ ຊີ້ນຳການສະກັດກັ້ນໄຟໄໝ້ປ່າ ເມື່ອເກີດໄຟໄໝ້ປ່າ ເພື່ອໃຫ້ສາມາດນຳໄປຈັດຕັ້ງປະຕິບັດຢູ່ທ້ອງຖິ່ນໄດ້.
ພ້ອມກັນນັ້ນ, ເສີມຂະຫຍາຍບົດບາດ ແລະ ຄວາມຮັບຜິດຊອບວຽກງານປ້ອງກັນ ແລະ ຕ້ານໄຟປ່າໃນເຂດຄຸ້ມຄອງ; ຕັ້ງໜ້າສະກັດກັ້ນ, ກວດພົບ ແລະ ແກ້ໄຂສະພາບການທີ່ເກີດໄຟໄໝ້ປ່າຢ່າງທັນການ.
ທີ່ມາ
(0)