ພາຍຫຼັງ 2 ວັນປະຕິບັດວຽກງານຢ່າງຈິງຈັງ, ຮີບດ່ວນ, ປະຊາທິປະໄຕ ແລະ ຄວາມຮັບຜິດຊອບ ດ້ວຍຈິດໃຈ “ສາມັກຄີ - ປະຊາທິປະໄຕ - ມີວິໄນ - ບຸກທະລຸ - ພັດທະນາ”, ໃນຕອນເຊົ້າວັນທີ 3 ຕຸລາ, ກອງປະຊຸມໃຫຍ່ຄັ້ງທີ 20 ຂອງອົງຄະນະພັກແຂວງ ເງ້ອານ ໄລຍະ 2025-2030 ໄດ້ສຳເລັດເນື້ອໃນ ແລະ ແຜນງານທີ່ສະເໜີມາ ແລະ ປະສົບຜົນສຳເລັດຢ່າງຈົບງາມ.
ກອງປະຊຸມໄດ້ກຳນົດ 39 ເປົ້າໝາຍຕົ້ນຕໍ ແລະ ບັນດາກຸ່ມເປົ້າໝາຍ, ໃນນັ້ນມີ 5 ກຸ່ມເປົ້າໝາຍກ່ຽວກັບການກໍ່ສ້າງພັກ ແລະ ລະບອບ ການເມືອງ ; 10 ກຸ່ມເປົ້າໝາຍເສດຖະກິດ, ວິທະຍາສາດ ແລະ ເຕັກໂນໂລຊີ; 17 ເປົ້າໝາຍກ່ຽວກັບວັດທະນະທຳ-ສັງຄົມ; 5 ເປົ້າໝາຍດ້ານສິ່ງແວດລ້ອມ; 2 ເປົ້າໝາຍປ້ອງກັນປະເທດ ແລະ ຄວາມໝັ້ນຄົງ. ເປົ້າໝາຍແມ່ນອັດຕາການເຕີບໂຕ GRDP ສະເລ່ຍ 12%/ປີ.
ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະປະຈຳພັກແຂວງ ປະກອບມີ 17 ສະຫາຍ; ເລືອກຕັ້ງເລຂາພັກແຂວງ, ຮອງເລຂາ ແລະ ຄະນະກວດກາພັກແຂວງ./.
ທີ່ມາ: https://www.vietnamplus.vn/be-mac-dai-hoi-dang-bo-tinh-nghe-an-lan-thu-xx-post1067879.vnp
(0)